    |
 |
|
ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: ແກ້ງຕຽວ. |
ວາລະກອງປະຊຸມຄົບຄະນະ ໄດ້ຈັດຂຶ້ນໃນຕອນບ່າຍວັນທີ 25 ທັນວາ ຢູ່ທີ່ສຳນັກງານນາຍົກລັດຖະມົນຕີ ໂດຍການເປັນປະທານຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ, ກຳມະການກົມການເມືອງ, ເລຂາຄະນະພັກລັດຖະບານ, ດ້ວຍການເຂົ້າຮ່ວມຂອງທ່ານ ເລຮວ່າຍຈຸງ ເລຂາທິການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍຜູ້ແທນກວ່າ 400 ຄົນເຂົ້າຮ່ວມແບບເຊິ່ງໜ້າເຊິ່ງແມ່ນການນໍາ, ຜູ້ຕາງໜ້າບັນດາຄະນະ, ກະຊວງ, ຂະແໜງການ, ທ້ອງຖິ່ນ, ອົງການຈັດຕັ້ງປະຊາຊົນ ແລະອົງການຈັດຕັ້ງທາງການເມືອງ-ສັງຄົມ ແລະຜູ້ແທນຊາວຫວຽດນາມ ອາໄສຢູ່ຕ່າງປະເທດທີ່ດີເດັ່ນກັບຄືນເມືອປະເທດ ເພື່ອເຂົ້າຮ່ວມກອງປະຊຸມ, ເຊື່ອມຕໍ່ທາງໄກກັບ 98 ອົງການຕາງໜ້າຫວຽດນາມ ຢູ່ຕ່າງປະເທດ.
    |
 |
|
ບັນຍາກາດທີ່ກອງປະຊຸມ. ພາບ: ແກ້ງຕຽວ. |
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຟ້າມມິງຈີ້ງ ເນັ້ນໜັກວ່າ ປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ແມ່ນພາກສ່ວນທີ່ບໍ່ສາມາດຕັດແຍກອອກຈາກກັນໄດ້ຂອງວົງຄະນະຍາດຊົນຊາດຫວຽດນາມ, ແມ່ນແຫຼ່ງກຳລັງອັນສຳຄັນຕໍ່ກັບພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດ; ພ້ອມທັງຕີລາຄາສູງການປະກອບສ່ວນນັບມື້ນັບໃຫຍ່ຫຼວງ, ຮອບດ້ານຂອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດໃນຂົງເຂດການເມືອງ, ເສດຖະກິດ, ວິທະຍາສາດ-ເຕັກໂນໂລຊີ, ວັດທະນະທຳ, ສັງຄົມ, ການຕ່າງປະເທດ ແລະໂຄສະນາພາບພົດປະເທດ.
    |
 |
|
ຜູ້ແທນເຂົ້າຮ່ວມກອງປະຊຸມ. ພາບ: ແກ້ງຕຽວ. |
ບົນພື້ນຖານນັ້ນ, ທ່ານນາຍົກລັດຖະມົນຕີ ໄດ້ຊີ້ແຈ້ງທິດທາງ ແລະໜ້າທີ່ສຳຄັນເພື່ອຊຸກຍູ້ “3 ບາດກ້າວບຸກທະລຸ” ໃນວຽກງານຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ໃນໄລຍະຈະມາເຖິງ. ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ບັນດາແຜນນະໂຍບາຍ, ນະໂຍບາຍຕ້ອງມຸ່ງໄປເຖິງ “ລັດສ້າງສັນ, ປະຊາຄົມນໍາໜ້າ - ພາຍໃນ, ພາຍນອກຮ່ວມເດີນທາງ - ປະເທດ ຮັ່ງມີເຂັ້ມແຂງ, ເພື່ອນມິດຮັກແພງ, ປະຊາຊົນມີຄວາມຜາສຸກ”.
    |
 |
|
ທ່ານ ເລຮວ່າຍຈຸງ ລັດຖະມົນຕີກະຊວງການຕ່າງປະເທດ ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: ແກ້ງຕຽວ. |
ທ່ານ ເລຮວ່າຍຈຸງ ລັດຖະມົນຕີກະຊວງການຕ່າງປະເທດ ເນັ້ນໜັກວ່າ ໝາກຜົນທີ່ບັນລຸໄດ້ໃນວຽກງານຊາວຫວຽດນາມ ອາໄສຢູ່ຕ່າງປະເທດໃນໄລຍະຜ່ານມາ ແມ່ນມີການເຂົ້າຮ່ວມຢ່າງຄົບຊຸດຂອງທົ່ວລະບົບການເມືອງ ແລະປະຊາຊົນພາຍໃນປະເທດ, ສະແດງໃຫ້ເຫັນຢ່າງມີຊີວິດຊີວາກຳລັງແຮງຂອງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ - “ສາມັກຄີ, ສາມັກຄີ, ມະຫາສາມັກຄີ; ສໍາເລັດຜົນ, ສໍາເລັດຜົນ, ມະຫາສໍາເລັດຜົນ” ຄືດັ່ງ ປະທານໂຮ່ຈີມິນ ຜູ້ນໍາທີ່ແສນເຄົາລົບຮັກ ໄດ້ສັ່ງສອນ.
    |
 |
|
ກອງປະຊຸມ ໄດ້ຈັດຂຶ້ນແບບເຊິ່ງໜ້າ ແລະເຊື່ອມຕໍ່ທາງໄກກັບ 98 ອົງການຕາງໜ້າຫວຽດນາມ ຢູ່ຕ່າງປະເທດ. ພາບ: ແກ້ງຕຽວ. |
ທ່ານ ເລຮວ່າຍຈຸງ ຢັ້ງຢືນວ່າ ກະຊວງການຕ່າງປະເທດ ຈະສືບຕໍ່ຊາບຊຶມຢ່າງເລິກເຊິ່ງບັນດາຄໍາຊີ້ນໍາຂອງພັກ ແລະລັດຖະບານ, ປະສານສົມທົບຢ່າງແໜ້ນແຟ້ນກັບບັນດາຄະນະ, ກະຊວງ, ຂະແໜງການ, ທ້ອງຖິ່ນ ແລະປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ; ປ່ຽນແປງໃໝ່ຈິນຕະນາການ, ວິທີການຜັນຂະຫຍາຍປະຕິບັດ, ແກ້ໄຂຂໍ້ຈຳກັດ, ຄວາມຫຍຸ້ງຍາກ, ຍົກສູງຄຸນນະພາບ ແລະປະສິດທິຜົນວຽກງານ, ປະກອບສ່ວນເສີມຂະຫຍາຍກວ່າອີກບົດບາດ, ທ່າແຮງບົ່ມຊ້ອນ ແລະການປະກອບສ່ວນສຳຄັນຂອງພີ່ນ້ອງຮ່ວມຊາດອາໄສຢູ່ຕ່າງປະເທດ ຕໍ່ກັບພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດ, ຍົກສູງຖານະທີ່ຕັ້ງ ແລະອິດທິພົນຊື່ສຽງຂອງປະເທດໃນເວທີສາກົນ.
ໂດຍ: ໄຊຊະນະ