ທ່ານ ເຈິ່ນແທງເໝິ້ນ ໄດ້ຕີລາຄາວ່າ ການຢ້ຽມຢາມຄັ້ງນີ້ເປັນບາດກ້າວທີ່ສຳຄັນເພື່ອຊຸກຍູ້ການຮ່ວມມືລະຫວ່າງສອງອົງການນິຕິບັນຍັດ, ຊຸກຍູ້ການຮ່ວມມື ແລະການແລກປ່ຽນໂດຍກົງລະຫວ່າງກຸ່ມສະມາຊິກລັດຖະສະພາມິດຕະພາບຫວຽດນາມ-ລັດເຊຍ ຂອງສະພາແຫ່ງຊາດຫວຽດນາມ ແລະກຸ່ມຮ່ວມມືກັບຫວຽດນາມ ຂອງສະພາສູງ ສະຫະພັນລັດເຊຍ; ຮັບຮູ້ໝາກຜົນອັນຕັ້ງໜ້າຂອງການຮ່ວມມືໃນຊ່ອງທາງສະພາແຫ່ງຊາດ ເວົ້າລວມ, ການຮ່ວມມືລະຫວ່າງສະພາແຫ່ງຊາດຫວຽດນາມ ແລະສະພາສູງ ສະຫະພັນລັດເຊຍ ເວົ້າສະເພາະ.

leftcenterrightdel
ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝິ້ນ ຕ້ອນຮັບທ່່ານ Andrey Vladimirovich Yatskin ຮອງປະທານຜູ້ທີໜຶ່ງສະພາສູງ ສະຫະພັນລັດເຊຍ. ພາບ: ເລິມຮ່ຽນ

ທ່ານ Andrey Vladimirovich Yatskin ຢືນຢັນວ່າ ຜູ້ນຳຂັ້ນສູງຂອງສະຫະພັນລັດເຊຍ ຖືເປັນສໍາຄັນການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະຄູ່ຮ່ວມມືຍຸດທະສາດຮອບດ້ານກັບຫວຽດນາມ; ສົ່ງຄໍາຢ້ຽມຢາມຖາມຂ່າວ, ສະແດງຄວາມເສົ້າສະຫຼົດໃຈຕໍ່ການສູນເສຍກ່ຽວກັບຊີວິດ ແລະຊັບສິນໃນໄພພິບັດທາງທຳມະຊາດທີ່ຜ່ານມາຢູ່ພາກກາງຂອງຫວຽດນາມ.

ທ່ານ ເຈິ່ນແທງເໝິ້ນ ໄດ້ສະເໜີໃຫ້ສະພາສູງ ສະຫະພັນລັດເຊຍ ສະໜັບສະໜູນ ແລະຊຸກຍູ້ທ້ອງຖິ່ນຕ່າງໆຂອງສອງປະເທດເປີດກວ້າງ, ເພີ່ມທະວີການຮ່ວມມືໂດຍກົງ, ສ້າງຄູ່ພົວພັນໃໝ່ເພື່ອຕອບສະໜອງຄວາມຕ້ອງການພັດທະນາ, ເສີມຂະຫຍາຍທ່າແຮງຂອງແຕ່ລະທ້ອງຖິ່ນຢູ່ແຕ່ລະປະເທດ.

ສອງຝ່າຍໄດ້ເຫັນດີເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານເພື່ອໜູນຊ່ວຍການເຊື່ອມຕໍ່ຂອງທ້ອງຖິ່ນຕ່າງໆຂອງສອງປະເທດຫຼາຍຂຶ້ນ ເພື່ອແນໃສ່ຊຸກຍູ້ການພົບປະແລກປ່ຽນປະຊາຊົນ, ເປີດກວ້າງການຮ່ວມມືໃນຂົງເຂດເສດຖະກິດ-ການຄ້າ-ການລົງທຶນ, ວັດທະນະທຳ, ການສຶກສາ-ຝຶກອົບຮົມ, ການທ່ອງທ່ຽວ, ແລະອື່ນໆ.

ໂດຍ: ຈາງຫງວຽນ