ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີຫວຽດນາມ ກໍໄດ້ເຂົ້າຮ່ວມ. ກ່າວຄຳເຫັນນະທີ່ນີ້, ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ເນັ້ນໜັກວ່າ: “ການຢ້ຽມຢາມຫວຽດນາມ ຂອງພະມະຫາກະສັດ ບຣູໄນ ຊ່ວຍເຮັດໃຫ້ສາຍພົວພັນອັນສະໜິດແໜ້ນ ແລະການຮ່ວມມືຮອບດ້ານ ຫວຽດນາມ - ບຣູໄນ ເລິກເຊິ່ງຂຶ້ນຕື່ມ. ຂ້າພະເຈົ້າ ເຊື່ອໝັ້ນວ່າ ດ້ວຍເຈດຕະນາດີ ແລະຄວາມມານະພະຍາຍາມຂອງທັງສອງຝ່າຍ, ສາຍພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ບຣູໄນ ຈະນັບມື້ນັບພັດທະນາຢ່າງເລິກເຊິ່ງກວ້າງຂວາງກວ່າເກົ່າ; ປະກອບສ່ວນກໍ່ສ້າງປະຊາຄົມອາຊຽນສາມັກຄີ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະວັດທະນາຖາວອນ, ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື, ພັດທະນາຢູ່ພາກພື້ນ ແລະ ໃນທົ່ວໂລກ”.

leftcenterrightdel
ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ແລະ ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີຫວຽດນາມ ພ້ອມດ້ວຍພະມະຫາກະສັດບຣູໄນ Darussalam Haji Hassanal Bolkiah. ພາບ: vov.vn

ສ່ວນພະມະຫາກະສັດບຣູໄນ Darussalam Haji Hassanal Bolkiah ກໍ່ເນັ້ນໜັກວ່າ ເລື່ອງສອງປະເທດສືບຕໍ່ເພີ່ມທະວີການເຊື່ອມຕໍ່ດ້ານການຄ້າ ແລະ ເຮັດໃຫ້ການຮ່ວມມືໃນທຸກດ້ານເລິກເຊິ່ງກວ່າເກົ່າ, ເຊັ່ນ: ກະສິກຳ, ພະລັງງານ… ບໍ່ພຽງແຕ່ນຳມາເຊິ່ງຜົນປະໂຫຍດລວມເທົ່ານັ້ນ ຫາກຍັງຍົກສູງກຳລັງຄວາມສາມາດຂອງບັນດາຂະແໜງອຸດສາຫະກຳ, ວິສາຫະກິດສອງປະເທດ ກໍຄືຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ ແລະພະລັງງານ; ພ້ອມທັງ, ປາດຖະໜາວ່າ ຈະສືບຕໍ່ຮ່ວມມືກັບຫວຽດນາມ ແລະບັນດາປະເທດສະມາຊິກອາຊຽນ ຢ່າງແໜ້ນແຟ້ນ ເພື່ອບັນລຸໄດ້ວິໄສທັດປະຊາຄົມອາຊຽນ ໃນປີ 2045.

ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ