leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: vov.vn

ຕອນບ່າຍວັນທີ 30 ພະຈິກ, ຢູ່ຮ່າໂນ້ຍ, ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໄດ້ໃຫ້ການຕ້ອນຮັບພະມະຫາກະສັດ ບຣູໄນ Darussalam Haji Hassanal Bolkiah ທີ່ຢ້ຽມຢາມທາງລັດຖະກິດຫວຽດນາມ.

ທີ່ການຕ້ອນຮັບ, ທ່ານ ໂຕເລິມ ເຊື່ອໝັ້ນວ່າ ການຢ້ຽມຢາມຄັ້ງນີ້ຈະຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ-ບຣູໄນ ໃຫ້ນັບມື້ນັບພັດທະນາຢ່າງແທ້ຈິງ ແລະມີປະສິດທິຜົນກວ່າ. ທ່ານ ສະເໜີ ໃຫ້ສອງປະເທດຊຸກຍູ້ການຮ່ວມມືທາງທະເລ, ໃນນັ້ນມີການຕ້ານການຫາປາຢ່າງຜິດກົດໝາຍ, ບໍ່ລາຍງານ ແລະບໍ່ປະຕິບັດຕາມຂໍ້ກຳນົດ (IUU) ແລະການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.

ສ່ວນພະມະຫາກະສັດ ບຣູໄນ Darussalam Haji Hassanal Bolkiah ປາດຖະໜາຢາກຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງສອງປະເທດ. ທ່ານ ເນັ້ນໜັກວ່າ ຫວຽດນາມ ແມ່ນຄູ່ຄ້າສຳຄັນ, ປາດຖະໜາຢາກຊຸກຍູ້ການຮ່ວມມືໃນບັນດາຂົງເຂດກະສິກຳ-ການກະເສດ, Halal, ສົ່ງເສີມວິສາຫະກິດຫວຽດນາມ ເປີດກວ້າງໃນຂະແໜງນ້ຳມັນອາຍແອັດ, ການພົວພັນແລກປ່ຽນປະຊາຊົນຜ່ານໂຄງການທຶນການສຶກສາ, ບຳລຸງສ້າງ.

ໂດຍ: ວິທະຍຸ​ກະຈາ​ຍສຽງ​ຫວຽດນາມ