ນາຍົກລັດຖະມົນຕີ ຮຽກຮ້ອງເພີ່ມທະວີຄວາມໄວໃນການປ່ອຍເງິນລົງທຶນສາທາລະນະ
ຕອນເຊົ້າວັນທີ 18 ຕຸລາ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານກອງປະຊຸມທົ່ວປະເທດກ່ຽວກັບການຊຸກຍູ້ການລົງທຶນສາທາລະນະ ປິ 2025 (ຄັ້ງທີ 4).
    |
 |
ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ກ່າວຄຳເຫັນທີ່ກອງປະຊຸມ. ພາບ: vov.vn |
ກອງປະຊຸມໄດ້ຈັດຂຶ້ນແບບເຊິ່ງໜ້າຢູ່ສຳນັກງານນາຍົກລັດຖະມົນຕີ ຢູ່ຮ່າໂນ້ຍ ແລະເຊື່ອມຕໍ່ກັບ 34 ແຂວງ, ນະຄອນ. ຢູ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ ພຽງເຫຼືອກວ່າ 2 ເດືອນແມ່ນຈະສິ້ນສຸດປີ 2025, ເພາະສະນັ້ນຕ້ອງເພີ່ມຄວາມໄວ, ມີບາດກ້າວບຸກທະລຸເພື່ອບັນລຸໄດ້ເປົ້າໝາຍການເຕີບໂຕບັນລຸລະດັບ 8% ຂຶ້ນໄປໃນປີນີ້. ໜຶ່ງໃນບັນດາກຳລັງໜູນເຕີບໂຕແມ່ນການລົງທຶນ, ອັດຕາການປ່ອຍເງິນລົງທຶນສາທາລະນະໃນອາຍຸການນີ້ເພີ່ມຂຶ້ນ 55% ເມື່ອທຽບໃສ່ກັບອາຍຸການກ່ອນ. ທ່ານສະເໜີຕ້ອງໄຈ້ແຍກສາຍເຫດ, ມານະພະຍາຍາມປະຕິບັດສຳເລັດເປົ້າໝາຍທີ່ໄດ້ວາງອອກ:
ຂ້າພະເຈົ້າສະເໜີເຊື່ອມຊຶມຈິດໃຈນີ້ເພື່ອເຮັດດ້ວຍຈິດໃຈມີຄວາມຮັບຜິດຊອບຕາມຂໍ້ກຳນົດຂອງພັກ ແລະລັດ, ທັງເຮັດດ້ວຍມະໂນທຳຂອງຕົນ. ເຮືອນແຕ່ລະຫຼັງໄດ້ສ້າງຂຶ້ນ, ໂຄງການແຕ່ລະແຫ່ງໄດ້ຮັບການກໍ່ສ້າງສຳເລັດ ເພື່ອນຳມາເຊິ່ງຄວາມເບີກບານມ່ວນຊືນໃຫ້ແກ່ປະຊາຊົນ, ປະກອບສ່ວນເຂົ້າໃນການພັດທະນາລວມຂອງປະເທດຊາດ. ເພາະສະນັ້ນ, ເວົ້ານ້ອຍເຮັດຫຼາຍສະແດງອອກດ້ວຍຜະລິດຕະພັນລະອຽດ.
ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ