ຊົມເຊີຍ ການຕີລາຄາຢ່າງພາວະວິໄສຂອງອາເມລິກາ ກ່ຽວກັບຄວາມມານະພະຍາຍາມຂອງຫວຽດນາມ ໃນການສະກັດກັ້ນ, ຕ້ານການຄ້າມະນຸດ
ກປ.ອອນໄລ - ຫວຽດນາມ ຊົມເຊີຍຝ່າຍ ອາເມລິກາ ໄດ້ມີການຕີລາຄາຢ່າງພາວະວິໄສກ່ຽວກັບໝາກຜົນຢ່າງຕັ້ງໜ້າຂອງຫວຽດນາມ ໃນວຽກງານສະກັດກັ້ນ, ຕ້ານການຄ້າມະນຸດ ໃນໄລຍະຜ່ານມາ.
ວັນທີ 16 ຕຸລາ, ທີ່ກອງປະຊຸມຂ່າວນັດສາມັນຂອງກະຊວງການຕ່າງປະເທດຫວຽດນາມ, ຕອບຄໍາຖາມຂອງນັກຂ່າວສະເໜີໃຫ້ຮູ້ວ່າ ປະຕິກິລິຍາຂອງຫວຽດນາມ ຕໍ່ເລື່ອງກະຊວງການຕ່າງປະເທດອາເມລິກາ ປະກາດບົດລາຍງານປີ 2025 ກ່ຽວກັບສະພາບການຄ້າມະນຸດຢູ່ໂລກ (ບົດລາຍງານ TIP), ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ໃຫ້ຮູ້ວ່າ: ຫວຽດນາມ ຊົມເຊີຍຝ່າຍ ອາເມລິກາ ໄດ້ມີການຕີລາຄາຢ່າງພາວະວິໄສກ່ຽວກັບໝາກຜົນຢ່າງຕັ້ງໜ້າຂອງຫວຽດນາມ ໃນວຽກງານສະກັດກັ້ນ, ຕ້ານການຄ້າມະນຸດໃນໄລຍະຜ່ານມາ.
    |
 |
ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ. ພາບ: ຈ່າຫງວຽນ |
ຫວຽດນາມ ໄດ້, ພວມຜັນຂະຫຍາຍ ແລະຊຸກຍູ້ວຽກງານສະກັດກັ້ນ, ຕ້ານການຄ້າມະນຸດ ຕາມບັນດາວິທີການແກ້ໄຂ, ໜ້າທີ່ຈຸດສຸມໃນລາຍການສະກັດກັ້ນ, ຕ້ານການຄ້າມະນຸດ ໄລຍະ 2021-2025 ແລະທິດທາງຮອດປີ 2030, ພົ້ນເດັ່ນແມ່ນໄດ້ຮັບຮອງເອົາກົດໝາຍວ່າດ້ວຍການສະກັດກັ້ນ, ຕ້ານການຄ້າມະນຸດປີ 2024; ກຳນົດ, ໜູນຊ່ວຍຜູ້ຖືກເຄາະຮ້າຍຖືກການຄ້າມະນຸດ; ຮັບມືກັບສິ່ງທ້າທາຍໃໝ່ຂອງສະພາບການຄ້າມະນຸດຢູ່ພາກພື້ນ ແລະໃນໂລກຢ່າງທັນການ. ຫວຽດນາມ ກໍ່ພວມມານະພະຍາຍາມປະຕິບັດບັນດາເປົ້າໝາຍຂອງຂໍ້ຕົກລົງທົ່ວໂລກກ່ຽວກັບການອົບພະຍົບຖືກຕ້ອງຕາມກົດໝາຍ, ມີຄວາມປອດໄພ ແລະຄວາມເປັນລະບຽບຮຽບຮ້ອຍ (GCM) ຕາມແຜນການໂດຍນາຍົກລັດຖະມົນຕີ ປະກາດໃຊ້ເມື່ອວັນທີ 20 ມີນາ 2020, ແນໃສ່ປັບປຸງສະພາບແວດລ້ອມການອົບພະຍົບທີ່ໂປ່ງໃສ, ປົກປ້ອງສິດ ແລະຜົນປະໂຫຍດຖືກຕ້ອງຕາມກົດໝາຍຂອງຜູ້ອົບພະຍົບ, ສະກັດກັ້ນຄວາມສ່ຽງຂອງການຄ້າມະນຸດໃນການເຄື່ອນໄຫວອົບພະຍົບສາກົນ.
ບົນຈິດໃຈນັ້ນ, ຫວຽດນາມ ປາດຖະໜາຢາກວ່າ ສອງປະເທດຈະສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນ, ເພີ່ມທະວີການແລກປ່ຽນ, ການເຈລະຈາແນໃສ່ຕີລາຄາກ່ຽວກັບຄວາມມານະພະຍາຍາມ, ຜົນງານຂອງຫວຽດນາມ ໃນການສະກັດກັ້ນ ແລະຕ້ານການຄ້າມະນຸດຢ່າງຮອບດ້ານກວ່າອີກ, ເໝາະສົມກັບຈິດໃຈຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ-ອາເມລິກາ ເພື່ອສັນຕິພາບ, ການຮ່ວມມື ແລະພັດທະນາແບບຍືນຍົງ.
ໂດຍ: ເຈິ່ນຮວ່ຽນ