ສະຫຼຸບການເຮັດວຽກ, ທ່ານ ເລືອງເກື່ອງ ເນັ້ນໜັກວ່າ ນີ້ເປັນຂີດໝາຍສຳຄັນເມື່ອເປັນຄັ້ງທຳອິດທີ່ ຫວຽດນາມ ໄດ້ເປັນເຈົ້າພາບຈັດຕັ້ງພິທີເປີດການເຊັນສົນທິສັນຍາຂອງ ສປຊ, ໃນສະພາບການປະຈຸບັນ ບັນຫາຕ້ານອາດຊະຍາກຳທາງໄຊເບີ ມີຄວາມສົນໃຈເປັນພິເສດ.

leftcenterrightdel
ທ່ານປະທານປະເທດ ເລືອງເກື່ອງ ເປັນປະທານການເຮັດວຽກ. ພາບ: ຮູງຮ້ຽວ

ການເປັນປະທານພິທີເປີດການເຊັນສົນທິສັນຍາ ແມ່ນພິສູດໃຫ້ເຫັນວ່າ ຫວຽດນາມ ແມ່ນປະເທດມີຄວາມຮັບຜິດຊອບສູງ; ເປັນເພື່ອນມິດ, ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ, ເປັນສະມາຊິກທີ່ຕັ້ງໜ້າ ແລະມີຄວາມຮັບຜິດຊອບຂອງປະຊາຄົມສາກົນ; ພ້ອມແລ້ວທີ່ຈະປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ ແລະການພັດທະນາຂອງໂລກ; ປະຕິບັດຕາມກົດບັດ ສປຊ ແລະກົດໝາຍສາກົນ.

ພາຍຫຼັງຮັບຟັງການລາຍງານກ່ຽວກັບວຽກງານກະກຽມ, ກໍ່ຄື ຂໍ້ສະເໜີແນະ, ທ່ານປະທານປະເທດ ໄດ້ຕີລາຄາສູງການເປັນເຈົ້າການ, ຄວາມຮັບຜິດຊອບ, ຕັ້ງໜ້າຂອງກະຊວງຕຳຫຼວດ, ກະຊວງການຕ່າງປະເທດ ແລະບັນດາອົງການ, ຫົວໜ່ວຍທີ່ກ່ຽວຂ້ອງໃນການຜັນຂະຫຍາຍວຽກງານດັ່ງກ່າວ... ທ່ານປະທານປະເທດ ໃສ່ໃຈວ່າ ບັນດາອົງການທີ່ກ່ຽວຂ້ອງ, ກວດກາຄືນການສົມທົບກັນຢູ່ພາຍໃນແຕ່ລະກະຊວງ, ຂະແໜງການ ແລະລະຫວ່າງບັນດາກະຊວງ, ຂະແໜງການ, ນະຄອນຮ່າໂນ້ຍ, ຮັບປະກັນຢ່າງແໜ້ນແຟ້ນແຕ່ເນື້ອໃນ, ແຜນການ, ຄວາມຄືບໜ້າ, ຄຸນນະພາບການຜັນຂະຫຍາຍ. ພ້ອມກັນນັ້ນຕີລາຄາຢ່າງລະອຽດລະອໍບັນດາເນື້ອໃນທີ່ໄດ້ກະກຽມແຕ່ຂັ້ນຕອນເຕັກນິກ, ເນື້ອໃນ, ພິທີຕ້ອນຮັບ, ປ້ອງກັນຄວາມສະຫງົບ; ພິຈາລະຈາບັນດາບັນຫາຫຍັງແດ່ທີ່ປະສົບກັບຄວາມຫຍຸ້ງຍາກ, ຂໍ້ຕິດຂັດທີ່ຕ້ອງໄດ້ແກ້ໄຂ, ຮັບມື, ຮັບປະກັນວຽກງານການຈັດຕັ້ງໃຫ້ລອບຄອບຖີ່ຖ້ວນ, ມີຄຸນນະພາບ, ປອດໄພຢ່າງເດັດຂາດ.

ທ່ານປະທານປະເທດ ຮຽກຮ້ອງບັນດາຫົວໜ່ວຍເປັນປະທານຕັ້ງໜ້າເປັນເຈົ້າການຜັນຂະຫຍາຍບັນດາໜ້າທີ່ທີ່ໄດ້ຮັບມອບໝາຍ, ຮັບປະກັນຖືກຕ້ອງຕາມຄວາມຄືບໜ້າ, ແກ້ໄຂບັນດາບັນຫາທີ່ເກີດຂຶ້ນຢ່າງທັນການ ເພື່ອໃຫ້ພິທີເປີດການເຊັນສົນທິສັນຍາ ດຳເນີນປະສົບຜົນສໍາເລັດ​ຢ່າງ​ຈົບງາມ ແລະຜ່ານເຫດການດັ່ງກ່າວກໍ່ແມ່ນໂອກາດເພື່ອໃຫ້ເພື່ອນມິດສາກົນ ຮູ້ສຶກໄດ້ເຖິງຄວາມເປັນມິດ, ຮັກແຂກແພງຄົນຂອງປະເທດຊາດ ແລະປະຊາຊົນຫວຽດນາມ.

ໂດຍ: ໄຊນີດາ