ທີ່ການຕ້ອນຮັບ, ທ່ານ ໂຕເລິມ ໄດ້ສະແດງຄວາມປິຕິຊົມຊື່ນຕໍ່ບາດກ້າວພັດທະນາອັນດີງາມຂອງການພົວພັນລະຫວ່າງສອງປະເທດໃນໄລຍະຜ່ານມາ; ຢືນຢັນວ່າ ການພົວພັນສອງຝ່າຍໄດ້ພັດທະນາຢ່າງແທດຈິງ ແລະມີປະສິດທິຜົນໃນທຸກຂົງເຂດ, ເໝາະສົມກັບລະດັບການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ - ອັງກິດ; ຕີລາຄາສູງບົດບາດຂອງທ່ານເອກອັກຄະລັດຖະທູດ ໄດ້ປະກອບສ່ວນສຳຄັນເຂົ້າໃນຜົນການຮ່ວມມືລະຫວ່າງສອງຝ່າຍ.
    |
 |
ທ່ານເລຂາທິການໃຫຍ່ ໂຕເລິມ ຕ້ອນຮັບທ່ານ Iain Frew ເອກອັກຄະລັດຖະທູດ ອັງກິດ ປະຈຳ ຫວຽດນາມ. ພາບ: qdnd.vn |
ສະແດງຄວາມພາກພູມໃຈຕໍ່ໝາກຜົນຢ່າງຕັ້ງໜ້າຂອງການຮ່ວມມືລະຫວ່າງ 2 ປະເທດ, ທ່ານເລຂາທິການໃຫຍ່ ໂຕເລິມ ຕີລາຄາວ່າ ການພົວພັນລະຫວ່າງ 2 ປະເທດຍັງມີຄວາມສາມາດບົ່ມຊ້ອນໃນການພັດທະນາຫຼາຍຢ່າງ, ພິເສດແມ່ນໃນຂົງເຂດປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການເງິນ–ເງິນຕາ, ການສຶກສາ-ບຳລຸງສ້າງ, ວິທະຍາສາດ-ເຕັກໂນໂລຊີ, ແຮງງານ, ການຫັນປ່ຽນພະລັງງານ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ພິເສດແມ່ນວັດທະນະທຳ, ກິລາ ແລະພົບປະແລກປ່ຽນປະຊາຊົນ.
ທ່ານເລຂາທິການໃຫຍ່ ໂຕເລິມ ຢືນຢັນວ່າ ພັກ ແລະລັດຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະເອົາໃຈໃສ່ເປັນພິເສດເຖິງການເພີ່ມທະວີ ແລະນຳການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ - ອັງກິດ ເຂົ້າສູ່ໄລຍະພັດທະນາໃໝ່ກວ່າອີກ, ຕອບສະໜອງຄວາມຄາດໝາຍຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ການຮ່ວມມື ແລະພັດທະນາຢູ່ພາກພື້ນ ແລະໃນໂລກ.
ສອງຝ່າຍເນັ້ນໜັກເຖິງຄວາມສຳຄັນຂອງເສົາຄ້ຳຮ່ວມມືດ້ານເສດຖະກິດ, ການຄ້າ ແລະການລົງທຶນ. ປະຈຸບັນ, ອັງກິດ ແມ່ນຄູ່ຮ່ວມມືການຄ້າທີ່ສຳຄັນຂອງຫວຽດນາມ ຢູ່ເອີລົບ ແລະແມ່ນນັກລົງທຶນໃຫຍ່ອັນດັບ 15 ໃນຈຳນວນ 152 ປະເທດ ແລະເຂດແຄ້ວນທີ່ລົງທຶນເຂົ້າຫວຽດນາມ. ຫວຽດນາມແມ່ນຄູ່ຮ່ວມມືການຄ້າໃຫຍ່ອັນດັບສອງຂອງອັງກິດໃນອາຊຽນ.
    |
 |
ບັນຍາກາດທີ່ການຕ້ອນຮັບ. ພາບ: qdnd.vn |
ທ່ານເອກອັກຄະລັດຖະທູດ Iain Frew ໄດ້ຂອບໃຈທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ສະຫລະເວລາຕ້ອນຮັບ; ສະແດງຄວາມປິຕິຊົມຊື່ນກ່ຽວກັບການພັດທະນາອັນດີງາມຂອງການພົວພັນສອງຝ່າຍ, ໂດຍສະເພາະແມ່ນໃນສະພາບການທີ່ສອງປະເທດໄດ້ສະເຫຼີມສະຫຼອງ 15 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ; ຢືນຢັນວ່າ ອັງກິດ ຖືເປັນສຳຄັນການພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດກັບຫວຽດນາມ, ຖື ຫວຽດນາມ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນທີ່ສຸດຂອງອັງກິດ ໃນພາກພື້ນ.
ສອງຝ່າຍຢືນຢັນວ່າ ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນໃນການຮ່ວມມືສອງຝ່າຍ ແລະຢູ່ບັນດາເວທີປາໄສຫຼາຍຝ່າຍ, ພິເສດແມ່ນຢູ່ສະຫະປະຊາຊາດ; ພ້ອມກັນຊຸກຍູ້ສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ ແລະການຮ່ວມມືໃນພາກພື້ນ; ນຳການພົວພັນຄູ່ຮ່ວມມືຍຸດທະສາດເຂົ້າສູ່ລວງເລິກ, ມີປະສິດທິຜົນ, ສອດຄ່ອງກັບຜົນປະໂຫຍດຂອງ 2 ປະເທດ.
ໂດຍ: ໄຊນີດາ