ຕີລາຄາສູງກຸ່ມບໍລິສັດ Murphy Oil ໄດ້ລົງທຶນ, ດຳເນີນທຸລະກິດຢ່າງຍາວນານຢູ່ ຫວຽດນາມ ດ້ວຍໝາກຜົນທີ່ຕັ້ງໜ້າ, ທ່ານເລຂາທິການໃຫຍ່ ຢືນຢັນວ່າ ຫວຽດນາມ ຖືເປັນສໍາຄັນການພົວພັນກັບອາເມລິກາ, ປາດຖະໜາວ່າ ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງຝ່າຍ ຈະສືບຕໍ່ພັດທະນາ, ໃນນັ້ນການຮ່ວມມືດ້ານພະລັງງານແມ່ນໜຶ່ງໃນບັນດາຈຸດສຸມຂອງການພົວພັນສອງຝ່າຍ, ເພື່ອຜົນປະໂຫຍດຂອງວິສາຫະກິດ ແລະປະຊາຊົນສອງປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ ແລະການພັດທະນາຢູ່ພາກພື້ນ ແລະໃນໂລກ.

leftcenterrightdel
ທ່ານ ໂຕເລິມ ເລຂາທິການໃຫຍ່ ຕ້ອນຮັບທ່ານ Eric Hambly, ປະທານສະພາບໍລິຫານ ທັງເປັນຜູ້ອຳນວຍການໃຫຍ່ຝ່າຍບໍລິຫານກຸ່ມບໍລິສັດ Murphy Oil (ອາເມລິກາ). ພາບ: ສໍານັກຂ່າວສານຫວຽດນາມ

ທ່ານເລຂາທິການໃຫຍ່ ໂຕເລິມ ຢືນຢືນວ່າ ຫວຽດນາມ ຈະສືບຕໍ່ສ້າງເງື່ອນໄຂສະດວກໃຫ້ບັນດາການເຄື່ອນໄຫວລົງທຶນ, ດຳເນີນທຸລະກິດຂອງບັນດາວິສາຫະກິດຕ່າງປະເທດຢູ່ ຫວຽດນາມ ໃນຂົງເຂດພະລັງງານ, ໃນນັ້ນມີ ອາເມລິກາ; ສະເໜີກຸ່ມບໍລິສັດ Murphy Oil ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບບັນດາກະຊວງ, ຂະແໜງການ ແລະຄູ່ຮ່ວມມືຫວຽດນາມ ຍູ້ໄວການຜັນຂະຫຍາຍບັນດາໂຄງການລົງທຶນນ້ຳມັນອາຍແກັສຢູ່ ຫວຽດນາມ, ປະຕິບັດການຖ່າຍທອດເຕັກໂນໂລຢີ, ພູມປັນຍາ ແລະເພີ່ມທະວີການບຳລຸງສ້າງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ຜ່ານນັ້ນສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາຂອງຫວຽດນາມ ແລະການພົວພັນຫວຽດນາມ-ອາເມລິກາ.

ສ່ວນທ່ານ Eric Hambly ແບ່ງປັນກ່ຽວກັບຍຸດທະສາດການດຳເນີນທຸລະກິດຂອງກຸ່ມບໍລິສັດໃນໂລກ, ໃນນັ້ນ ຫວຽດນາມ ສືບຕໍ່ແມ່ນຄູ່ຮ່ວມມືສຳຄັນ. ດ້ວຍບັນດາໝາກຜົນທີ່ບັນລຸໄດ້ ແລະຄວາມເຊື່ອໝັ້ນເຂົ້າໃນຄວາມສາມາດບົ່ມຊ້ອນເຕີບໂຕຢ່າງແຂງແຮງຂອງ ຫວຽດນາມ ໃນຊຸມປີຕໍ່ໜ້າ, ທ່ານ Eric Hambly ຢືນຢັນວ່າ ກຸ່ມບໍລິສັດ Murphy Oil ໃຫ້ຄໍາໝັ້ນສັນຍາຈະເພີ່ມທະວີການລົງທຶນຢູ່ຫວຽດນາມ, ຮ່ວມເດີນທາງພ້ອມກັບຫວຽດນາມ ໃນການພັດທະນາຂະແໜງອຸດສາຫະກຳນ້ຳມັນອາຍແກັສ, ຖ່າຍທອດເຕັກໂນໂລຢີ, ບຳລຸງສ້າງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງຕາມກໍານົດທິດຂອງທ່ານເລຂາທິການໃຫຍ່ ໂຕເລິມ.

ໂດຍ: ເຈິ່ນຮວ່ຽນ