ນັກຂ່າວ: ຮຽນທ່ານນາງ ເອກອັກຄະລັດຖະທູດ, ໃນໄລຍະຜ່ານມາ, ການພົວພັນສອງຝ່າຍຫວຽດນາມ - ແຟງລັງ ໄດ້ມີບາດກ້າວພັດທະນາ ຢ່າງຕັ້ງໜ້າຄືແນວໃດ?

ທ່ານນາງ ຟ້າມທິແທງບິ່ງ ເອກອັກຄະລັດຖະທູດ: ໃນຊຸມປີມໍ່ໆມານີ້, ການພົວພັນລະຫວ່າງຫວຽດນາມ - ແຟງລັງ ໄດ້ພັດທະນາຢ່າງຕັ້ງໜ້າ, ແທດຈິງ ແລະຮອບດ້ານທີ່ສຸດ, ສະແດງອອກໃຫ້ເຫັນວ່າ ຜ່ານການເຈລະຈາດ້ານການເມືອງໄດ້ຮັບການເພີ່ມທະວີຂຶ້ນ, ການຮ່ວມມືດ້ານເສດຖະກິດ - ການສຶກສາ - ວິທະຍາສາດ - ເຕັກໂນໂລຊີ ກໍ່ໄດ້ເປີດກວ້າງ, ການພົບປະແລກປ່ຽນປະຊາຊົນ ກໍ່ນັບມື້ນັບເລິກເຊິ່ງຂຶ້ນຕື່ມ.

ກ່ຽວກັບດ້ານການເມືອງ - ການທູດ, ສອງປະເທດໄດ້ຮັກສາການແລກປ່ຽນຄະນະຜູ້ແທນ ແລະພົບປະຂັ້ນສູງຢ່າງເປັນປະຈໍາ, ຜ່ານນັ້ນປັບປຸງຄວາມໄວ້ເນື້ອເຊື່ອໃຈ ແລະຄວາມເຂົ້າໃຈເຊິ່ງກັນ ແລະກັນ. ການຢ້ຽມຢາມທີ່ຈະມາເຖິງນີ້ຂອງທ່ານ ໂຕເລິມ ຈະແມ່ນຂີດໝາຍສໍາຄັນທີ່ສຸດ, ຢືນຢັນລະດັບສູງໃໝ່ໃນການພົວພັນສອງຝ່າຍ ແລະເປີດການກໍານົດຮ່ວມມືອັນຍາວນານ ແລະຮອບດ້ານກວ່າ.

ກ່ຽວກັບເສດຖະກິດ, ວົງເງິນການຄ້າສອງສົ້ນໄດ້ຮັບການຮັກສາທ່າເຕີບໂຕຢ່າງໝັ້ນທ່ຽງ. ວິສາຫະກິດຂະໜາດໃຫຍ່ຫຼາຍແຫ່ງຂອງແຟງລັງ ເຊັ່ນ Nokia, Vaisala, Valmet, KONE... ໄດ້ເຄື່ອນໄຫວມີປະສິດທິຜົນຢູ່ຫວຽດນາມ, ປະກອບສວນຊຸກຍູ້ການຫັນປ່ຽນດີຈີຕອນ, ການພັດທະນາສີຂຽວ ແລະນະວັດຕະກໍາ. ຫວຽດນາມ ນັບມື້ນັບຢືນຢັນຖານະບົດບາດແມ່ນຄູ່ຮ່ວມມືການຄ້າແຖວໜ້າຂອງ ແຟງລັງ ຢູ່ອາຊີຕາເວັນອອກສ່ຽງໃຕ້, ສະແດງອອກໃຫ້ຜ່ານການແມ່ນໜຶ່ງໃນ 4 ປະເທດພາກພື້ນອາຊີ ແມ່ນຄູ່ຮ່ວມມືບຸລິມະສິດຂອງ ແຟງລັງ ໃນນະໂຍບາຍການຄ້າ ແລະການລົງທຶນ.

ໃນດ້ານການສຶກສາ ແລະວິທະຍາສາດເຕັກໂນໂລຊີ, ການຮ່ວມມືນັບມື້ນັບຟົດຟື້ນ. ມີນັກສຶກສາຫວຽດນາມ ນັບພັນຄົນພວມຮ່ຳຮຽນຢູ່ແຟງລັງ, ເຊິ່ງເປັນປະເທດທີ່ຖືວ່າ ມີລະບົບການສຶກສາກ້າວໜ້າທີ່ສຸດຢູ່ໃນໂລກ.

ມະຫາວິທະຍາໄລ ແລະສະຖາບັນຄົ້ນຄວ້າຂອງສອງປະເທດໄດ້ຜັນຂະຫຍາຍຫຼາຍຫຼັກສູດຮ່ວມສຳພັນກັນເພື່ອບໍາລຸງສ້າງ ແລະຄົ້ນຄວ້າຮ່ວມກັນ, ພິເສດແມ່ນຂົງເຂດຕ່າງໆ, ຄື: ປັນຍາປະດິດ (AI), ພະລັງງານສະອາດ ແລະນະວັດຕະກໍາ.

leftcenterrightdel
ທ່ານນາງ ຟ້າມທິແທງບິ່ງ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ແຟງລັງ. ພາບ: ສໍານັກຂ່າວສານຫວຽດນາມ

ຄຽງຂ້າງກັນນັ້ນ, ປະຊາຄົມຊາວຫວຽດນາມ ຢູ່ ແຟງລັງ ກໍ່ນັບມື້ນັບພັດທະນາ, ເຊື່ອມໂຍງເປັນຢ່າງດີ ແລະຕັ້ງໜ້າ, ປະກອບສ່ວນໃຫ້ແກ່ສັງຄົມປະເທດປະຈໍາຖິ່ນ, ພ້ອມທັງເປັນຂົວຕໍ່ມິດຕະພາບລະຫວ່າງປະຊາຊົນສອງປະເທດ, ເປັນໜຶ່ງໃນບັນດາພື້ນຖານເພື່ອໃຫ້ລັດຖະບານ ແຟງລັງ ເອົາຫວຽດນາມ ເຂົ້າໃນບັນຊີລາຍຊື່ 4 ປະເທດ “ດຶງດູດຜູ້ມີຄວາມຮູ້ຄວາມສາມາດ”.

ບັນດາໝາກຜົນດັ່ງກ່າວໄດ້ສະແດງໃຫ້ເຫັນວ່າການພົວພັນຫວຽດນາມ - ແຟງລັງ ພວມກ້າວເຂົ້າສູ່ໄລຍະ “ຄູ່ຮ່ວມມືສະເໝີພາບ, ການຮ່ວມມືແບບຍືນຍົງ ແລະພ້ອມກັນພັດທະນາ”, ສອດຄ່ອງກັບວິໄສທັດມຸ່ງໄປເຖິງອະນາຄົດສີຂຽວ ແລະປະດິດສ້າງຂອງ 2 ປະເທດ.

ນັກຂ່າວ: ຂໍທ່ານນາງເອກອັກຄະລັດຖະທູດ ໃຫ້ຮູ້ກ່ຽວກັບຄວາມສໍາຄັນ ແລະຄວາມໝາຍການຢ້ຽມຢາມແຟງລັງ ຢ່າງເປັນທາງການຂອງທ່ານ ໂຕເລິມ ເລຂາທິການໃຫຍ່?

ທ່ານນາງ ຟ້າມທິແທ່ງບິງ ເອກອັກຄະລັດຖະທູດ: ການຢ້ຽມຢາມແຟງລັງ ຢ່າງເປັນທາງການຂອງທ່ານ ໂຕເລິມ  ມີຄວາມໝາຍສຳຄັນເປັນພິເສດ, ທັງດ້ານການເມືອງ, ເສດຖະກິດ ແລະການຕ່າງປະເທດຮອບດ້ານ.

ກ່ອນອື່ນໝົດ, ນີ້ແມ່ນການຢ້ຽມຢາມຂັ້ນສູງຂອງການນຳຫວຽດນາມ ໄປຍັງ ແຟງລັງ, ສະແດງເຖິງການຖືເປັນສໍາຄັນຂອງຫວຽດນາມ ໃນການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະການຮ່ວມມືດ້ານຕ່າງໆກັບ ແຟງລັງ. ການຢ້ຽມຢາມໄດ້ດຳເນີນໄປເນື່ອງໃນໂອກາດທີ່ 2 ປະເທດພວມສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1973 – 2023), ເປັນຂີດໝາຍແຫ່ງການຮ່ວມມືແບບຍືນຍົງ ແລະເປີດໄລຍະການຮ່ວມມືໃໝ່ໃຫ້ໄປເຖິງ 50 ປີຕໍ່ໜ້າ.

ທີສອງ, ການຢ້ຽມຢາມແມ່ນບາດກ້າວພັດທະນາໃໝ່ໃນການພົວພັນສອງຝ່າຍ, ສ້າງກໍາລັງແຮງໃຫ້ແກ່ການກຳນົດການຮ່ວມມືຍຸດທະສາດໃນບັນດາຂົງເຂດໃນອະນາຄົດໃຫ້ເປັນຮູບເປັນຮ່າງ. ສອງຝ່າຍຄາດຄະເນວ່າ ຈະແລກປ່ຽນຢ່າງເລິກເຊິ່ງກວ້າງຂວາງກ່ຽວກັບການກຳນົດທິດການຮ່ວມມືໃນບັນດາຂົງເຂດເສດຖະກິດ, ການຄ້າ, ການລົງທຶນ, ວິທະຍາສາດ-ເຕັກໂນໂລຢີ, ນະວັດຕະກໍາ, ການສຶກສາ-ບໍາລຸງສ້າງ, ສິ່ງແວດລ້ອມ ແລະພະລັງງານສະອາດ-ບັນດາຂົງເຂດເຊິ່ງແຟງລັງ ມີທ່າແຮງ ແລະຫວຽດນາມ ພວມໃຫ້ບຸລິມະສິດພັດທະນາ.

ທີສາມ, ການຢ້ຽມຢາມຍັງມີຄວາມໝາຍຍຸດທະສາດໃນການເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ການພົບປະແລກປ່ຽນປະຊາຊົນ ແລະເຊື່ອມຕໍ່ລະຫວ່າງວິສາຫະກິດສອງປະເທດ, ພ້ອມທັງສະແດງໃຫ້ເຫັນຖານະບົດບາດ ແລະທີ່ຕັ້ງຂອງຫວຽດນາມ ໃນເວທີສາກົນນັບມື້ນັບສູງຂຶ້ນ. ນີ້ກໍ່ແມ່ນໂອກາດ ເພື່ອໃຫ້ສອງຝ່າຍຢືນຢັນຄຳໝັ້ນສັນຍາຄືນໃໝ່ກ່ຽວກັບສັນຕິພາບ, ການພັດທະນາແບບຍືນຍົງ, ລັດທິຫຼາຍຝ່າຍ ແລະຄວາມເປັນລະບຽບຂອງສາກົນໂດຍອີງໃສ່ກົດໝາຍ.

ອາດເວົ້າໄດ້ວ່າ, ການຢ້ຽມຢາມແຟງລັງ ຂອງທ່ານ ໂຕເລິມ ແມ່ນສັນຍາລັກໃຫ້ແກ່ສັງກາດການຮ່ວມມືໃໝ່ລະຫວ່າງຫວຽດນາມ ແລະແຟງລັງ - ສັງກາດຂອງການປະດິດສ້າງ, ສະຕິປັນຍາ ແລະການພັດທະນາສີຂຽວ, ປະກອບສ່ວນນຳການພົວພັນລະຫວ່າງ 2 ປະເທດຂຶ້ນສູ່ລະດັບສູງໃໝ່, ເລິກເຊິ່ງ ແລະຮອບດ້ານກວ່າ.

ນັກຂ່າວ: ຂໍທ່ານນາງເອກອັກຄະລັດຖະທູດ ໃຫ້ຮູ້ກ່ຽວກັບຈຸດພົ້ນເດັ່ນໃນການຢ້ຽມຢາມ ແຟງລັງ ຄັ້ງນີ້ຂອງທ່ານເລຂາທິການໃຫຍ່?

ທ່ານນາງ ຟ້າມທິແທ່ງບິງ ເອກອັກຄະລັດຖະທູດ: ການຢ້ຽມຢາມສາທາລະນະລັດ ແຟງລັງ ຢ່າງເປັນທາງການຂອງທ່ານເລຂາທິການໃຫຍ່ ມີຈຸດພົ້ນເດັ່ນທີ່ສຳຄັນຫຼາຍຢ່າງ, ສະແດງອອກໃຫ້ເຫັນຄວາມເລິກເຊິ່ງ, ລັກສະນະຍຸດທະສາດ ແລະຮອບດ້ານຂອງການພົວພັນລະຫວ່າງ 2 ປະເທດ.

ທ່ານເລຂາທິການໃຫຍ່ ຈະດຳເນີນການພົບປະກັບບັນດາການນຳຂັ້ນສູງຂອງແຟງລັງ, ແລກປ່ຽນກ່ຽວກັບການກຳນົດທິດການຮ່ວມມືໃນໄລຍະຈະມາເຖິງ ແລະເປັນສັກຂີພິຍານໃນການລົງນາມເອກະສານຮ່ວມມືສຳຄັນລະຫວ່າງ 2 ຝ່າຍໃນບັນດາຂົງເຂດທີ່ເປັນເສົາຄ້ຳໃໝ່ ເພື່ອຊຸກຍູ້ການຮ່ວມມືຢ່າງແທດຈິງ, ມີປະສິດທິຜົນ ແລະຍືນຍົງ.

ພ້ອມກັບການເຄື່ອນໄຫວດ້ານການເມືອງ-ການຕ່າງປະເທດ, ທ່ານ ເລຂາທິການໃຫຍ່ ຍັງຈະພົບປະ, ແລກປ່ຽນກັບຜູ້ຕາງໜ້າບັນດາ ວິສາຫະກິດຂະໜາດໃຫຍ່ຂອງແຟງລັງ ແລະຢ້ຽມຢາມບາງຮາກຖານເສດຖະກິດ, ການສຶກສາພົ້ນເດັ່ນທີ່ພວມມີການຮ່ວມມືກັບ ຫວຽດນາມ, ເພື່ອແນໃສ່ຊຸກຍູ້ການພົວພັນດ້ານເສດຖະກິດ, ວິທະຍາສາດ - ເຕັກໂນໂລຊີ, ການສຶກສາ ແລະນະວັດຕະກຳລະຫວ່າງ 2 ປະເທດ.

ນອກຈາກນັ້ນ, ການຢ້ຽມຢາມຍັງຈະມີການເຄື່ອນໄຫວພົບປະແລກປ່ຽນວັດທະນະທໍາ, ການພົບປະກັບປະຊາຄົມຊາວຫວຽດນາມ ແລະເພື່ອນມິດແຟງລັງ, ສະແດງໃຫ້ເຫັນຈິດໃຈ “ການທູດວັດທະນະທໍາ, ການທູດປະຊາຊົນ” - ເປັນຈຸດພົ້ນເດັ່ນໜຶ່ງທີ່ມີມະນຸດສະທໍາ, ໃກ້ຊິດສະໜິດສະໜົມ ແລະມີຄວາມໝາຍ. ພິເສດແມ່ນລາຍການສະແດງດົນຕີດ້ວຍການເຂົ້າຮ່ວມຂອງນັກສິລະປິນປະຊາຊົນ ບຸ່ຍກົງຢຸຍ ແລະກອງດົນຕີ Helsinki Metropolitan Orchestra ແມ່ນສັນຍາລັກທີ່ດີງາມແຫ່ງນ້ຳໃຈມິດຕະພາບ ແລະການແລກປ່ຽນວັດທະນະທຳລະຫວ່າງ 2 ປະເທດ.

ການຢ້ຽມຢາມຄັ້ງນີ້ບໍ່ພຽງແຕ່ເຮັດໃຫ້ການພົວພັນມິດຕະພາບທີ່ເປັນ ມູນເຊື້ອເລິກເຊິ່ງຂຶ້ນກວ່າເກົ່າ, ແຕ່ຍັງສ້າງກຳລັງແຮງໃໝ່ໃຫ້ແກ່ການຮ່ວມມື ສອງຝ່າຍຕື່ມອີກ, ເພື່ອປະກອບສ່ວນເຂົ້າໃນການຫັນວິໄສທັດສີຂຽວ, ປະດິດສ້າງ ແລະຍືນຍົງທີ່ສອງປະເທດໄດ້ແບ່ງປັນໃຫ້ປະກົດຜົນເປັນຈິງ.

ນັກຂ່າວ: ຂໍຂອບໃຈທ່ານນາງເອກອັກຄະລັດຖະທູດ!

ໂດຍ: ໄຊນີດາ