ລັດຖະບານ ລັດເຊຍ ໃຫ້ຄຳໝັ້ນສັນຍາຜັນຂະຫຍາຍຂໍ້ຕົກລົງຂັ້ນສູງກັບຫວຽດນາມ ໂດຍໄວ ແລະມີປະສິດທິຜົນ
ທ່ານຮອງນາຍົກລັດຖະມົນຕີ Aleksandr Novak ໃຫ້ຮູ້ວ່າ ລັດຖະບານ ລັດເຊຍ ມີຄວາມເອົາໃຈໃສ່ ແລະຍາມໃດກໍ່ມີການຊີ້ນຳ ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຢ່າງໃກ້ຊິດ ເພື່ອຜັນຂະຫຍາຍບັນດາຂໍ້ຕົກລົງທີ່ບັນລຸໄດ້ໃນຂອບເຂດບັນດາການຢ້ຽມຢາມຂອງການນຳຂັ້ນສູງສອງປະເທດໂດຍໄວ ແລະມີປະສິດທິຜົນ.
ໃນຂອບເຂດການຢ້ຽມຢາມ, ເຮັດວຽກ ແລະເຂົ້າຮ່ວມເວທີປາໄສ “ສັບປະດາພະລັງງານ ລັດເຊຍ” ຢູ່ ມົດສະກູ, ຕອນບ່າຍວັນທີ 15 ຕຸລາ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ບຸ່ຍແທັງເຊີນ ໄດ້ເຮັດວຽກກັບທ່ານຮອງນາຍົກລັດຖະມົນຕີ ສະຫະພັນ ລັດເຊຍ Aleksandr Novak.
    |
 |
ການເຮັດວຽກລະຫວ່າງສອງຝ່າຍ. ພາບ: vov.vn |
ທ່ານຮອງນາຍົກລັດຖະມົນຕີ ບຸ່ຍແທັງເຊີນ ໄດ້ຢັ້ງຢືນບັນດາຄວາມມານະພະຍາຍາມລວມຂອງກະຊວງ, ຂະແໜງການສອງປະເທດ ເປີດກວ້າງ ແລະປັບປຸງການຮ່ວມມືສອງຝ່າຍໃນຫຼາຍດ້ານ, ພິເສດແມ່ນຂົງເຂດຮັບປະກັນຄວາມໝັ້ນຄົງດ້ານພະລັງງານດ້ວຍຫຼາຍໂຄງການລະອຽດທີ່ພວມໄດ້ຮັບການຊຸກຍູ້ຜັນຂະຫຍາຍ. ທ່ານຮອງນາຍົກລັດຖະມົນຕີ ຢັ້ງຢືນຄວາມຕັດສິນໃຈພ້ອມກັບລັດຖະບານ ລັດເຊຍ ຜັນຂະຫຍາຍບັນດາຂໍ້ຕົກລົງຮ່ວມມືຢ່າງມີປະສິດທິຜົນ ແລະ ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ລັດເຊຍ ຢ່າງບໍ່ຢຸດຢັ້ງ.
ສ່ວນທ່ານ Aleksandr Novak ໃຫ້ຮູ້ວ່າ ລັດຖະບານລັດເຊຍ ມີຄວາມເອົາໃຈໃສ່ ແລະ ຍາມໃດກໍ່ມີການຊີ້ນຳບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ຢ່າງໃກ້ຊິດເພື່ອຜັນຂະຫຍາຍບັນດາຂໍ້ຕົກລົງທີ່ບັນລຸໄດ້ໃນຂອບເຂດບັນດາການຢ້ຽມຢາມຂອງການນຳຂັ້ນສູງສອງປະເທດໂດຍໄວ ແລະມີປະສິດທິຜົນ, ສຸມໃສ່ແກ້ໄຂບັນດາຂໍ້ຄົງຄ້າງ ເພື່ອຍົກສູງປະສິດທິຜົນໃນການຮ່ວມມືສອງຝ່າຍ.
ເມື່ອແລກປ່ຽນກ່ຽວກັບຂົງເຂດພະລັງງານ, ສອງຝ່າຍໄດ້ເຫັນດີເປັນເອກະພາບຍູ້ໄວວຽກງານກະກຽມເພື່ອຜັນຂະຫຍາຍບັນດາອະນຸສັນຍາ ແລະສົນທິສັນຍາກ່ຽວກັບການເປີດກວ້າງການຮ່ວມມືໃນຂົງເຂດການສຳຫຼວດ ແລະຂຸດຄົ້ນນ້ຳມັນທີ່ໄດ້ລົງນາມໃນເດືອນພຶດສະພາ ແລະມີຜົນບັງຄັບໃຊ້ໃນເດືອນຕຸລາໃນປີນີ້, ຄົ້ນຄວ້າເປີດກວ້າງການຮ່ວມມືໄປຍັງບັນດາຂົງເຂດອື່ນ, ຄື: ໄຟຟ້າແຮງລົມ, ພະລັງງານສີຂຽວ, ພະລັງງານທົດແທນ ແລະ ສະໜອງການບໍລິການ, ກໍ່ສ້າງພື້ນຖານໂຄງລ່າງ, ສາງຂົນສົ່ງກ່ຽວກັບພະລັງງານ, ນ້ຳມັນອາຍແກັດ.
ແຫຼ່ງຄັດຈາກ vovworld.vn