ປະກອບສ່ວນເຂົ້າໃນການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ-ເບລາຣຸດ
ກປ.ອອນໄລ - ໂດຍຮັບຄໍາເຊີນຂອງຄະນະກໍາມະການແຫ່ງຊາດກ່ຽວກັບອຸດສາຫະກໍາປ້ອງກັນຊາດເບລາຣຸດ ແລະກະຊວງປ້ອງກັນປະເທດເບລາຣຸດ, ຄະນະຜູ້ແທນກະຊວງປ້ອງກັນປະເທດຫວຽດນາມ ນໍາໂດຍທ່ານພົນໂທ ເລຮຸຍວິງ ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ເຂົ້າຮ່ວມງານວາງສະແດງອາວຸດ ແລະເຕັກນິກການທະຫານສາກົນ MILEX-2025 ທີ່ນະຄອນຫຼວງ Minsk, ແຕ່ວັນທີ 20 ຫາວັນທີ 23 ພຶດສະພາ.
    |
 |
ທ່ານພົນໂທ ເລຮຸຍວິງ ເຂົ້າຮ່ວມງານວາງສະແດງ MILEX-2025. ພາບ: qdnd.vn |
ການເຂົ້າຮ່ວມງານວາງສະແດງແມ່ນການຫັນບັນດາຂໍ້ຕົກລົງ ທີ່ການນໍາຂັ້ນສູງ ແລະກະຊວງປ້ອງກັນປະເທດສອງປະເທດໄດ້ເຫັນດີເປັນເອກະພາບໃນຂອບເຂດການຢ້ຽມຢາມທາງລັດຖະກິດເບລາຣຸດ ຂອງທ່ານ ໂຕເລິມ ເລຂາທິການໃຫຍ່ ທີ່ຜ່ານມາໃຫ້ປະກົດຜົນເປັນຈິງ, ສອດຄ່ອງກັບແຜນນະໂຍບາຍຂອງກະຊວງປ້ອງກັນປະເທດສອງປະເທດແມ່ນຕັ້ງໜ້າສະໜັບສະໜູນ ແລະເຂົ້າຮ່ວມບັນດາການເຄື່ອນໄຫວສາກົນຫຼາຍຝ່າຍໂດຍແຕ່ລະຝ່າຍຈັດຕັ້ງ, ປະກອບສ່ວນເຂົ້າໃນການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດ, ໃນນັ້ນການຮ່ວມມືດ້ານປ້ອງກັນຊາດແມ່ນເສົາຄໍ້າສໍາຄັນ. ງານວາງສະແດງ MILEX-2025 ມີການເຂົ້າຮ່ວມຂອງກວ່າ 40 ຄະນະທີ່ມາຈາກເກືອບ 30 ປະເທດ; ມີວິສາຫະກິດອຸດສາຫະກໍາປ້ອງກັນຊາດ, ປ້ອງກັນຄວາມສະຫງົບ 150 ແຫ່ງຂອງປະເທດ ເບລາຣຸດ, ຈີນ, ອິນເດຍ, ອີຣານ, ປາກິດສະຖານ; ວາງສະແດງລົດຫຸ້ມເກາະ, ອຸປະກອນຕິດຕໍ່ສື່ສານ, ອຸປະກອນສູ້ຮົບທາງເອເລັກໂຕນິກ, ອາວຸດເບົາ 750 ຢ່າງ... ຫຼ້າສຸດ.
ໂດຍ: ໄຊນີດາ