leftcenterrightdel
ທ່ານ ຟ້າມມິງຈີ້ງ ນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບທ່ານ Zhou Jiayi ປະທານອາຊີ-ປາຊີຟິກ ຂອງກຸ່ມບໍລິສັດກໍ່ສ້າງໄຟຟ້າ ຈີນ (PowerChina). ພາບ: ສໍານັກຂ່າວສານຫວຽດນາມ.

ທີ່ການຕ້ອນຮັບ, ທ່ານ ຟ້າມມິງຈີ້ງ ເນັ້ນໜັກວ່າ ການພົວພັນລະຫວ່າງ ຫວຽດນາມ - ຈີນ ໄດ້ສ້າງສະພາບແວດລ້ອມສະດວກ, ເປັນພື້ນຖານອັນດີງາມ ແລະກາລະໂອກາດ ເພື່ອໃຫ້ວິສາຫະກິດສອງປະເທດເພີ່ມທະວີການຮ່ວມມືຢ່າງແທດຈິງ, ຕ່າງຝ່າຍຕ່າງມີຜົນປະໂຫຍດ. ທ່ານ ຟ້າມມິງຈີ້ງ ຫວັງວ່າ PowerChina ຈະເພີ່ມທະວີການຮ່ວມມືກັບບັນດາຄູ່ຮ່ວມມືຫວຽດນາມ ໃນຂົງເຂດພະລັງງານສະອາດ, ພື້ນຖານໂຄງລ່າງຍຸດທະສາດ, ໂດຍສະເພາະແມ່ນເສັ້ນທາງລົດໄຟມາດຕະຖານ, ທາງລົດໄຟຕົວເມືອງ.

ທ່ານ Zhou Jiayi ໃຫ້ຮູ້ວ່າ ປັດຈຸບັນ PowerChina ມີການເຄື່ອນໄຫວຢູ່ 130 ກວ່າປະເທດ ແລະມີໜ້າຢູ່ຫວຽດນາມ ນັບແຕ່ຊຸມປີ 2000 ເປັນຕົ້ນມາ. PowerChina ປາດຖະໜາ ແລະສະເໜີລັດຖະບານ ໜູນຊ່ວຍ, ສ້າງເງື່ອນໄຂເພື່ອໃຫ້ PowerChina ໄດ້ຮ່ວມມືພ້ອມກັບວິສາຫະກິດຫວຽດນາມ ເຂົ້າຮ່ວມການຜັນຂະຫຍາຍບັນດາໂຄງການທາງລົດໄຟຢູ່ຫວຽດນາມ, ໃຫ້ຄຳໝັ້ນສັນຍາຮັບປະກັນຄວາມຄືບໜ້າ, ຄຸນນະພາບ ແລະຄວບຄຸມຄ່າໃຊ້ຈ່າຍຢ່າງມີປະສິດທິຜົນໃຫ້ແກ່ບັນດາໂຄງການ; ແບ່ງປັນປະສົບການເຕັກນິກ, ການຄຸ້ມຄອງກັບບັນດາຄູ່ຮ່ວມມືຫວຽດນາມ.

leftcenterrightdel
ທ່ານ ຟ້າມມິງຈີ້ງ ນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບທ່ານ Zhou Jiayi ປະທານອາຊີ-ປາຊີຟິກ ຂອງກຸ່ມບໍລິສັດກໍ່ສ້າງໄຟຟ້າ ຈີນ (PowerChina). ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ ຟ້າມມິງຈີ້ງ ເນັ້ນໜັກວ່າ ຫວຽດນາມ ສົ່ງເສີມບັນດາກຸ່ມບໍລິສັດ, ວິສາຫະກິດໃຫຍ່, ມີຊື່ສຽງຂອງຈີນ ເຂົ້າລົງທຶນ ແລະພັດທະນາໃນຂົງເຂດພື້ນຖານໂຄງລ່າງທາງລົດໄຟຢູ່ຫວຽດນາມ; ສະເໜີ PowerChina ຮ່ວມມື, ໜູນຊ່ວຍຫວຽດນາມ ພັດທະນາອຸດສາຫະກຳລົດໄຟ, ຖ່າຍທອດວິທະຍາສາດເຕັກນິກ, ບຳລຸງສ້າງຊັບພະຍາກອນມະນຸດເຕັກນິກສູງ, ວິທະຍາສາດການບໍລິຫານ, ມາດຕະການບໍລິຫານໃນຂົງເຂດທາງລົດໄຟ...

ທ່ານ ຟ້າມມິງຈີ້ງ ຢັ້ງຢືນວ່າ ດ້ວຍທິດນໍາ “ຜົນປະໂຫຍດກົມກຽວ, ຄວາມສ່ຽງແບ່ງປັນກັນ”, ຖືຜົນສຳເລັດຂອງວິສາຫະກິດກໍແມ່ນຜົນສຳເລັດຂອງຫວຽດນາມ, ລັດຖະບານ ແລະບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຫວຽດນາມ ຍາມໃດກໍຮ່ວມເດີນທາງ, ໜູນຊ່ວຍ, ປົກປ້ອງ, ຮັບປະກັນບັນດາສິດ ແລະຜົນປະໂຫຍດອັນຊອບທຳ, ຖືກກົດໝາຍຂອງບັນດານັກລົງທຶນຕ່າງປະເທດ, ໃນນັ້ນມີ PowerChina ແລະບັນດາວິສາຫະກິດຈີນ, ໃນການຜັນຂະຫຍາຍການລົງທຶນ, ເຄື່ອນໄຫວປະສົບຜົນສໍາເລັດ, ມີປະສິດທິຜົນ, ຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະປະຕິບັດຕາມກົດໝາຍຫວຽດ ນາມ.

ໂດຍ: ໄຊຊະນະ