ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພົວພັນມິດຕະພາບ ແລະການຮ່ວມມືຫຼາຍດ້ານກັບ ອິດສະຣາແອນ, ໜຶ່ງໃນບັນດາຄູ່ຮ່ວມມືສຳຄັນຂອງຫວຽດນາມ ຢູ່ພາກພື້ນຕາເວັນອອກກາງ; ຜ່ານທ່ານລັດຖະມົນຕີ ຝາກຄຳຢ້ຽມຢາມຖາມຂ່າວມາຍັງທ່ານນາຍົກລັດຖະມົນຕີ ອິດສະຣາແອນ ແລະສະເໜີສອງຝ່າຍສືບຕໍ່ຊຸກຍູ້ການຢ້ຽມຢາມຂັ້ນສູງ ແລະທຸກຂັ້ນ.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຕ້ອນຮັບທ່ານລັດຖະມົນຕີກະຊວງແຮງງານ ອິດສະຣາແອນ. ພາບ: ສຳນັກຂ່າວສານຫວຽດນາມ

ຕາມທ່ານລັດຖະມົນຕີ, ການຢ້ຽມຢາມຄັ້ງນີ້ເພື່ອແນໃສ່ປັບປຸງ ແລະພັດທະນາການພົວພັນຮ່ວມມືທີ່ມີຢູ່ແລ້ວລະຫວ່າງກະຊວງແຮງງານ ອິດສະຣາແອນ ກັບກະຊວງພາຍໃນ ຫວຽດນາມ, ກໍ່ຄືລະຫວ່າງສອງປະເທດ, ພິເສດໃນຂົງເຂດຮ່ວມມືແຮງງານ. ອິດສະຣາແອນ ພ້ອມແລ້ວຮ່ວມມືກັບຫວຽດນາມ ໃນທຸກຂົງເຂດ, ລວມທັງຂົງເຂດອຸດສາຫະກຳສູງ, ຊອັບແວ, ພະລັງງານ.

ເຫັນດີຕົກລົງກັບຄຳເຫັນຂອງທ່ານ ຟ້າມມິງຈິ໊ງ ກ່ຽວກັບການຍູ້ໄວການເຈລະຈາ ແລະເຊັນສັນຍາວ່າດ້ວຍການຮ່ວມມືແຮງງານລະຫວ່າງສອງປະເທດ, ທ່ານລັດຖະມົນຕີ Yoav Ben Tzur ຖືວ່າ ໃນໄລຍະເວລາລໍຖ້າການເຈລະຈາ ແລະລົງນາມ, ບັນດາວິສາຫະ ກິດສອງປະເທດສາມາດຮ່ວມມືໂດຍກົງເພື່ອນຳຜູ້ອອກແຮງງານມາ  ອິດສະຣາແອນ ເຮັດວຽກ.

ໂດຍ: ແສງເດືອນ