ອະດີດປະທານປະເທດ ເຈິ່ນດຶກເລືອງ ເຖິງແກ່ມໍລະນະກຳ
ທ່ານ ເຈິ່ນດຶກເລືອງ ອະດີດກຳມະການກົມການເມືອງ, ອະດີດປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ເຖິງແກ່ມໍລະນະກຳ ຕອນເວລາ 22 ໂມງ 51 ນາທີ ໃນວັນທີ 20 ພຶດສະພາ 2025 ຢູ່ເຮືອນສ່ວນຕົວ.
ຕາມຂໍ້ມູນຈາກສະພາວິຊາສະເພາະປົກປັກຮັກສາສຸຂະພາບພະນັກງານສູນກາງ, ທ່ານ ເຈິ່ນດຶກເລືອງ ອະດີດກຳມະການກົມການເມືອງ, ອະດີດປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ເກີດວັນທີ 5 ພຶດສະພາ 1937 ພາຍຫຼັງໄລຍະໜຶ່ງເປັນພະຍາດ ເຖິງວ່າ ໄດ້ຮັບການປິ່ນປົວຢ່າງສຸດຈິດຈາກພັກ, ລັດ, ໝູ່ຄະນະສາດສະດາຈານ, ແພດໝໍ; ການເບິ່ງແຍງດູແລຈາກຄອບຄົວ, ແຕ່ຍ້ອນມີອາຍຸສູງ, ເພິ່ນ ໄດ້ເຖິງແກ່ມໍລະນະກຳ ຕອນເວລາ 22 ໂມງ 51 ນາທີ ໃນວັນທີ 20 ພຶດສະພາ 2025 ຢູ່ເຮືອນສ່ວນຕົວ, ພິທີໄວ້ອາໄລ ແລະງານຊາປະນະກິດສົບຂອງອະດີດປະທານປະເທດ ເຈິ່ນດຶກເລືອງ ຈະໄດ້ຮັບການປະກາດທາງຫຼັງ.
ແຫຼ່ງຄັດຈາກ: vovworld.vn