ໂດຍອຸທິດຕະຫຼອດຊີວິດຂອງຕົນ ເພື່ອຮັບໃຊ້ປະເທດ ແລະຊົນຊາດ, ປະທານ ໂຮ່ຈີມິນ - ຜູ້ນໍາທີ່ຍິ່ງໃຫຍ່ຂອງຊາດ, ຊົນຊັ້ນກໍາມະກອນ ແລະປະຊາຊົນຫວຽດນາມ, ນັກຮົບທີ່ປີຊາສາມາດຂອງຂະບວນການກໍາມະກອນ ແລະຂະບວນການກອມມູນິດສາກົນ ເຊິ່ງອົງການສະຫະປະຊາຊາດ ເພື່ອການສຶກສາ, ວິທະຍາສາດ ແລະວັດທະນະທໍາ (UNESCO) ໄດ້ເຊີດຊູເປັນ “ນັກວິລະຊົນປົດປ່ອຍຊາດ, ນັກວັດທະນະທໍາທີ່ດີເລີດຂອງຫວຽດນາມ”, ໂດຍຢັ້ງຢືນວ່າ ມໍລະດົກທີ່ ເພິ່ນ ໄດ້ປະໄວ້ໃຫ້ມີລັກສະນະເຜີຍແຜ່ທົ່ວໄປ, ຂ້າມຜ່ານຍຸກສະໄໝ ແລະລັກສະນະສະຖານະການການເມືອງຍັງຄົງມີຄຸນຄ່າເໝືອນເດີມ. ໃນນັ້ນ, ພົ້ນເດັ່ນແມ່ນມໍລະດົກກ່ຽວກັບຈິດໃຈເອກະລາດ, ເປັນເຈົ້າຕົນເອງ ແລະມະຫາສາມັກຄີທົ່ວປວງຊົນທັງຊາດ, ຍາມໃດການນໍາຮຸ່ນຕ່່າງໆ ແລະປະຊາຊົນຫວຽດນາມ ກໍເຄົາລົບ ແລະຈົດຈໍາໄວ້ຢູ່ໃນໃຈສະເໝີ, ຮັກສາ ແລະເສີມຂະຫຍາຍ, ໃນບັນດາໄລຍະຕໍ່ສູ້ຍາດເອົາເອກະລາດ, ທ້ອນໂຮມຊາດເປັນເອກະພາບ, ກໍຄືກິດຈະການກໍ່ຕັ້ງຄືນໃໝ່, ສ້າງສາ ແລະພັດທະນາປະເທດໃນປັດຈຸບັນ.

leftcenterrightdel
ທ່ານ Uch Leang ປະທານສະມາຄົມອະດີດນັກສຶກສາກໍາປູເຈຍ ທີ່ຮໍ່າຮຽນຢູ່ຫວຽດນາມ (CAVA), ຮັກສາການຫົວໜ້າກົມຄົ້ນຄວ້າອາຊີ-ອາຟຣິກາ ແລະຕາເວັນອອກກາງ, ສະຖາບັນການພົວພັນສາກົນກໍາປູເຈຍ ຂຶ້ນກັບສະພາມະຫາບັນດິດແຫ່ງລາຊະອານາຈັກກໍາປູເຈຍ (RAC). ພາບ: ສໍານັກຂ່າວສານຫວຽດນາມ.

ເນື່ອງໃນໂອກາດລະນຶກເຖິງວັນຄ້າຍວັນເກີດ ປະທານ ໂຮ່ຈີມິນ ຄົບຮອບ 135 ປີ (19/5/1890 - 19/5/2025), ແລກປ່ຽນກັບນັກຂ່າວສໍານັກຂ່າວສານຫວຽດນາມ ປະຈໍາຢູ່ພະນົມເປັນ ປິ່ນອ້ອມຫົວຂໍ້ທີ່ກ່າວມານັ້ນ, ທ່ານ Uch Leang ປະທານສະມາຄົມອະດີດນັກສຶກສາກໍາປູເຈຍ ທີ່ຮໍ່າຮຽນຢູ່ຫວຽດນາມ (CAVA), ຮັກສາການຫົວໜ້າກົມຄົ້ນຄວ້າອາຊີ-ອາຟຣິກາ ແລະຕາເວັນອອກກາງ, ສະຖາບັນການພົວພັນສາກົນກໍາປູເຈຍ, ສະພາມະຫາບັນດິດແຫ່ງລາຊະອານາຈັກກໍາປູເຈຍ (RAC) ໃຫ້ຂໍ້ສັງເກດວ່າ ປະທານ ໂຮ່ຈີມິນ ເປັນຜູ້ນໍາທີ່ຍິ່ງໃຫຍ່, ນັກການທູດທີ່ດີເດັ່ນ, ກໍແມ່ນຜູ້ສ້າງຕັ້ງພື້ນຖານການທູດຫວຽດນາມ ທີ່ທັນສະໄໝ. ໃນຖານະທີ່ເປັນປະມຸກລັດ ແລະຫົວໜ້າພັກ, ປະທານ ໂຮ່ຈີມິນ ຍາມໃດກໍເອົາໃຈໃສ່ນໍາພາວຽກງານການຕ່າງປະເທດ ແລະຄວາມສາມັກຄີສາກົນ ເພື່ອຊອກຫາການສະໜັບສະໜູນໃຫ້ແກ່ປະເທດ, ຍາດແຍ່ງເອົາການສະໜັບສະໜູນຂອງບັນດາປະເທດ ແລະປະຊາຊົນຢູ່ໃນໂລກມາໃຫ້ແກ່ພາລະກິດຕໍ່ສູ້ປົດປ່ອຍຊາດ ແລະສ້າງສາປະເທດຫວຽດນາມ.

ຕາມປະທານ CAVA, ບົນພື້ນຖານມູນເຊື້ອ ແລະພຶດຕິກໍາຕົວຈິງຂອງນະໂຍບາຍການຕ່າງປະເທດຫວຽດນາມ, ປະທານ ໂຮ່ຈີມິນ ໄດ້ວາງອອກ, ສ້າງ ແລະພັດທະນາຫຼາຍຫຼັກການ, ທັດສະນະ, ລະບົບທິດສະດີທີ່ມີລັກສະນະຍຸກສະໄໝກ່ຽວກັບການພົວພັນສາກົນ ແລະນະໂຍບາຍການຕ່າງປະເທດຂອງຫວຽດນາມ. ແນວຄິດເອກະລາດ, ເປັນເຈົ້າຕົນເອງໃນການເຄື່ອນໄຫວການຕ່າງປະເທດ ແລະການຮ່ວມມືສາກົນ ໄດ້ບັນຈຸຄວາມໝາຍອັນເລິກເຊິ່ງ ກ່ຽວກັບນ້ຳໃຈຮັກແພງ, ຄວາມເຊື່ອໝັ້ນ ແລະວັດທະນະຖາວອນໃນທຸກການເຄື່ອນໄຫວການຕ່າງປະເທດນັ້ນ ໄດ້ກາຍເປັນ “ແນວທາງ” ທີ່ລຸລ່ວງຂອງຫວຽດນາມ ນັບແຕ່ສ້າງຕັ້ງປະເທດ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ ຈົນມາຮອດປັດຈຸບັນ. ທ່ານໃຫ້ຂໍ້ສັງເກດວ່າ “ມາຮອດຈຸດເວລານີ້, ພັກ ແລະລັດຫວຽດນາມ ຍັງສືບຕໍ່ຢຶດໝັ້ນ ແລະປະຕິບັດສໍາເລັດມໍລະດົກນັ້ນ, ນໍາປະເທດໃຫ້ເທົ່າທຽມກັບບັນດາປະເທດມະຫາອໍານາດຫ້າທະວີບໃນໂລກ ຄືດັ່ງທີ່ພວກເຮົາ ໄດ້ເຫັນໃນທຸກວັນນີ້”.

ໂດຍໃຊ້ເວລາສຶກສາ, ຄົ້ນຄວ້າກ່ຽວກັບແນວຄິດຂອງປະທານ ໂຮ່ຈີມິນ, ນັກຊ່ຽວຊານທີ່ສັງກັດຢູ່ RAC ຖືວ່ານ້ຳໃຈມະຫາສາມັກຄີ ແລະທ້ອນໂຮມຊາດເປັນເອກະພາບ ແມ່ນເນື້ອໃນຫຼັກແຫຼ່ງແກ່ນສານ, ກາຍເປັນຂີດໝາຍ, ຈຸດເນັ້ນອັນສໍາຄັນຂອງປະທານໂຮ່ຈີມິນ ໃນວິວັດແຫ່ງການນຳພາການປະຕິວັດ ຢູ່ຫວຽດນາມ ແລະມໍລະດົກນັ້ນສືບຕໍ່ໄດ້ຮັບການສືບທອດ ແລະເສີມຂະຫຍາຍຈົນມາຮອດທຸກວັນນີ້ ກໍຄືໃນພາຍພາກໜ້າ.

ບົນເນື້ອໃນຈິດໃຈດັ່ງກ່າວນັ້ນ, ນັກຊ່ຽວຊານຊາວກຳປູເຈຍ ຖືວ່າ ພັກ, ລັດຫວຽດນາມ ໄດ້ຮັບເອົາ ແລະປະຕິບັດສໍາເລັດບັນດາມໍລະດົກຂອງປະທານໂຮ່ຈີມິນ ໃນຂະບວນວິວັດການນຳພາປະເທດ ແລະປະຊາຊົນໃນພາລະກິດຕໍ່ສູ້ປົດປ່ອຍຊາດ, ກໍຄືວິວັດທະນາການປະຕິຮູບ, ປ່ຽນແປງໃໝ່, ສ້າງສາ ແລະປົກປັກຮັກສາປະເທດຊາດ ເພື່ອແນໃສ່ຫັນເປົ້າໝາຍປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸດຕິທຳ ແລະສີວິໄລໃຫ້ປະກົດຜົນເປັນຈິງ. ທ່ານ ຊີ້ແຈ້ງວ່າ: “ປັດຈຸບັນ, ພັກ ແລະລັດຫວຽດນາມ ກໍ່ພວມເດີນຕາມເສັ້ນທາງນັ້ນ, ມຸ່ງໄປເຖິງການປະຕິບັດສໍາເລັດເປົ້າໝາຍຮອດປີ 2030, ຫວຽດນາມ ກາຍເປັນປະເທດພວມພັດທະນາທີ່ມີອຸດສາຫະກຳທັນສະໄໝ, ລາຍຮັບປານກາງສູງ ແລະຮອດປີ 2045 ກາຍເປັນປະເທດພັດທະນາ, ມີລາຍຮັບສູງ”.

ເມື່ອເຕື້ອງເຖິງສອງຂີດໝາຍສຳຄັນທີ່ໄດ້ກຳນົດໃຫ້ແກ່ວິໄສທັດ ແລະເປົ້າໝາຍພັດທະນາຂອງປະເທດບ້ານໃກ້ເຮືອນຄຽງໃນຊຸມທົດສະວັດຈະມາເຖິງ, ນັກຊ່ຽວຊານຊາວກຳປູເຈຍ ໃສ່ໃຈວ່າ ນັ້ນແມ່ນບັນດາຂີດໝາຍທີ່ມີຄວາມໝາຍປະຫວັດສາດຕິດພັນກັບຊື່ສຽງຂອງ “ໂຮ່ຈີມິນ - ນັກວິລະຊົນປົດປ່ອຍຊາດ, ນັກວັດທະນະທຳທີ່ດີເລີດຂອງຫວຽດນາມ” ຄື: ອົງການ UNESCO ໄດ້ເຊີດຊູ.

ຕາມທ່ານ Uch Leang, ປີ 2030 ແມ່ນຂີດໝາຍສະເຫຼີມສະຫຼອງວັນສ້າງຕັ້ງພັກກອມມູນິດຫວຽດນາມ ຄົບຮອບ 100 ປີ, ໂດຍແມ່ນພັກການເມືອງ ທີ່ ປະທານໂຮ່ຈີມິນ ເປັນຜູ້ກໍ່ຕັ້ງ, ຝຶກຝົນຫຼໍ່ຫຼອມ ແລະເຕີບໃຫຍ່ຂະຫຍາຍຕົວ. ໃນຂະນະນັ້ນ, ປີ 2045 ກໍ່ແມ່ນຂີດໝາຍສະເຫຼີມສະຫຼອງ 100 ປີແຫ່ງວັນປະທານໂຮ່ຈີມິນ ໄດ້ອ່ານຖະແຫຼງການປະກາດເອກະລາດ ຢູ່ສະໜາມຫຼວງບາດິ່ງ ປະຫວັດສາດ, ປະກາດຢ່າງເປັນທາງການຕໍ່ໜ້າປະຊາຊົນຫວຽດນາມ ທຸກຖ້ວນໜ້າ ແລະໃນໂລກກ່ຽວກັບການກຳເນີດຂອງປະເທດສາທາລະນະລັດ ປະຊາທິປະໄຕ ຫວຽດນາມ, ປັດຈຸບັນແມ່ນປະເທດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ.

ຈາກມູມມອງດັ່ງກ່າວນັ້ນ, ປະທານ CAVA ເນັ້ນໜັກວ່າ: “ນັ້ນແມ່ນການສືບທອດ ແລະເສີມຂະຫຍາຍແນວຄິດທີ່ປະສົບຜົນສໍາເລັດ, ກໍຄືຄວາມມຸ່ງມາດປາດຖະໜາຂອງປະທານໂຮ່ຈີມິນ ກ່ຽວກັບປະເທດທີ່ເປັນເອກະພາບບົນເນື້ອໃນຈິດໃຈ “ປະເທດຫວຽດນາມ ເປັນອັນໜຶ່ງອັນດຽວ, ຊົນຊາດຫວຽດນາມ ເປັນອັນໜຶ່ງອັນດຽວ”, ສ້າງສາປະເທດຫວຽດນາມ ໃຫ້ຈະເລີນຮຸ່ງເຮືອງ, ນັບມື້ນັບສະຫງ່າຜ່າເຜີຍກວ່າ, ສວຍງາມກວ່າ, ເທົ່າທຽມກັບບັນດາປະເທດມະຫາອຳນາດຫ້າທະວີບໃນໂລກ”.

ໂດຍ: ໄຊຊະນະ