ຫວຽດນາມ - UNESCO: ແບ່ງປັນບັນດາມູນຄ່າລວມກ່ຽວກັບວັດທະນະທໍາຮັບໃຊ້ການພັດທະນາແບບຍືນຍົງໃນສັງກາດໃໝ່
ກປ.ອອນໄລ - ວັນທີ 20 ພຶດສະພາ, ຢູ່ສຳນັກງານສູນກາງພັກ, ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Lazare Eloundou Assomo, ຜູ້ອໍານວຍການສູນມໍລະດົກໂລກຂອງອົງການເພື່ອການສຶກສາ, ວິທະຍາສາດ ແລະວັດທະນະທຳແຫ່ງສະຫະປະຊາຊາດ (UNESCO).
ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່ ໂຕເລິມ ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ແມ່ນຄູ່ຮ່ວມມືທີ່ຕັ້ງໜ້າ, ມີຄວາມໄວ້ເນື້ອເຊື່ອໃຈ ແລະສະໜັບສະໜູນ UNESCO, ສືບຕໍ່ປະກອບສ່ວນຢ່າງມີປະສິດທິຜົນໃນຖານະເປັນສະມາຊິກບັນດາອົງການບໍລິຫານຫຼັກແຫຼ່ງ, ໃນນັ້ນລວມມີຄະນະກຳມະການມໍລະດົກໂລກ.
ທ່ານເລຂາທິການໃຫຍ່ ເນັ້ນໜັກວ່າ: ຫວຽດນາມ ພວມມານະພະຍາຍາມຢ່າງບໍ່ຢຸດຢັ້ງ ເພື່ອມຸ່ງໄປເຖິງສັງກາດພັດທະນາປະເທດຊາດໃຫ້ຮັ່ງມີເຂັ້ມແຂງ ແລະວັດທະນາຖາວອນຂອງຊາດ, ບົນພື້ນຖານການສົມທົບກັນພັດທະນາເສດຖະກິດ - ສັງຄົມ, ປົກປັກຮັກສາສິ່ງແວດລ້ອມ, ພັດທະນາວັດທະນະທຳ, ການສຶກສາ, ວິທະຍາສາດ, ເຕັກໂນໂລຢີ, ປ່ຽນແປງໃໝ່ ປະດິດສ້າງ ແລະການຫັນປ່ຽນດີຈີຕອນ.
    |
 |
ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຕ້ອນຮັບທ່ານ Lazare Eloundou Assomo, ຜູ້ອໍານວຍການສູນມໍລະດົກໂລກຂອງອົງການການສຶກສາ, ວິທະຍາສາດ ແລະວັດທະນະທຳສະຫະປະຊາຊາດ (UNESCO). ພາບ: qdnd.vn |
ທ່ານເລຂາທິການໃຫຍ່ ສະເໜີໃຫ້ UNESCO ສືບຕໍ່ສະໜັບສະໜູນ, ໃຫ້ຄຳປຶກສາເພື່ອໃຫ້ UNESCO ຮັບຮອງເອົາສຳເນົາເອກະສານຟື້ນຟູວັງ ກິງທຽນ ຂອງມໍລະດົກໂລກພະລາດຊະວັງ ທັງລອງ ຢ່າງເທົ່າທີ່ໄວໄດ້; ໜູນຊ່ວຍການສ້າງສຳເນົາເອກະສານສະເໜີຂໍໃຫ້ເຂດປູຊະນີຍະສະຖານ ໂກລວາ ເປັນມໍລະດົກໂລກ.
ສ່ວນທ່ານ Lazare ຢືນຢັນວ່າ ຈະຮ່ວມເດີນທາງ, ສະໜັບສະໜູນ ແລະໃຫ້ຄຳປຶກສາດ້ານວິສາສະເພາະຂອງ UNESCO ໃຫ້ແກ່ ຫວຽດນາມ ໃນວຽກງານອະນຸລັກຮັກສາ, ເສີມຂະຫຍາຍບັນດາມໍລະດົກໂລກ. ໃນຖານະຕຳແໜ່ງຂອງຕົນ, ທ່ານໃຫ້ຄຳໝັ້ນສັນຍາຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ ເພື່ອພ້ອມກັບຫວຽດນາມ ຄຸ້ມຄອງ, ອະນຸລັກຮັກສາ ແລະເສີມຂະຫຍາຍ 8 ເຂດມໍລະດົກໂລກຂອງ ຫວຽດນາມ, ພິເສດແມ່ນການຟື້ນຟູ ວັງ ກິງທຽນ ແລະພື້ນຖານຫຼັກຂອງວັງ ກິງທຽນ ຂອງມໍລະດົກໂລກຂອງພະລາຊະວັງ ທັງລອງ; ແລະຂຶ້ນທະບຽນມໍລະດົກໂລກໃໝ່ໃນໄລຍະຈະມາເຖິງ, ຄື: ເຂດມໍລະດົກ ແລະສະຖານີຍະສະຖານ ອຽນຕື - ວິ້ງຫງຽມ - ກົນເຊີນ, ກຽບບາກ; ກໍາແພງເມືອງໂກລວາ...
ໂດຍ: ທະນາພອນ