ຫວຽດນາມ ແມ່ນຄູ່ຮ່ວມມືທີ່ມີຄວາມໄວ້ເນື້ອເຊື່ອໃຈຂອງ UNESCO
ກປ.ອອນໄລ - ຫວ່າງແລ້ວນີ້, ຢູ່ຮ່າໂນ້ຍ, ທີ່ການຕ້ອນຮັບທ່ານ Lazare Eloundou Assomo ຜູ້ອໍານວຍການສູນມໍລະດົກໂລກຂອງອົງການວິທະຍາສາດ, ການສຶກສາ ແລະວັດທະນະທຳສະຫະປະຊາຊາດ (UNESCO), ທ່ານ ບຸ່ຍແທັງເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ເນັ້ນໜັກວ່າ ການຢ້ຽມຢາມຄັ້ງນີ້ໄດ້ນຳມາເຊິ່ງພາລະກຳ, ຄວາມໝາຍສຳຄັນ ແລະສະແດງຄວາມປິຕິຊົມຊື່ນຕໍ່ໝາກຜົນໃນການຮ່ວມມືລະຫວ່າງຫວຽດນາມ ແລະ UNESCO ນັບແຕ່ການຢ້ຽມຢາມຫວຽດນາມ ຄັ້ງທຳອິດຂອງທ່ານໃນປີ 2023.
ທ່ານ ບຸ່ຍແທັງເຊີນ ເນັ້ນໜັ້ກວ່າໝາກຜົນແທດຈິງທີ່ບັນລຸໄດ້ໃນການພົບປະລະຫວ່າງທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ແລະທ່ານນາງ Audrey Azoulay ຜູ້ອໍານວຍການໃຫຍ່ UNESCO ໃນການຢ້ຽມຢາມ UNESCO ຄັ້ງປະຫວັດສາດເມື່ອເດືອນ ຕຸລາ 2024 ໄດ້ປະກອບສ່ວນຍົກລະດັບການພົວພັນຄູ່ຮ່ວມມືສອງຝ່າຍ.
    |
 |
ທ່ານ ບຸ່ຍແທັງເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ປະດັບຫຼຽກກາລະນຶກ “ເພື່ອພາລະກິດການທູດຫວຽດນາມ” ໃຫ້ແກ່ທ່ານ Lazare Eloundou Assomo ຜູ້ອໍານວຍການສູນມໍລະດົກໂລກຂອງ UNESCO. ພາບ: qdnd.vn |
ສ່ວນທ່ານ Lazare Eloundou Assomo ຢືນຢັນວ່າ ຫວຽດນາມ ແມ່ນຄູ່ຮ່ວມມືທີ່ມີຄວາມໄວ້ເນື້ອເຊື່ອໃຈ, ຍາມໃດກໍ່ຮັບເອົາ ແລະຜັນຂະຫຍາຍບັນດາຂໍ້ສະເໜີແນະວິຊາການຈາກ UNESCO ຢ່າງເຂັ້ມງວດ. ທ່ານຊີ້ແຈ້ງວ່າ ສູນມໍລະດົກໂລກ ຍາມໃດກໍ່ຮ່ວມເດີນທາງ ແລະສະໜັບສະໜູນຫວຽດນາມ ໃນວຽກງານອະນຸລັກຮັກສາ, ເສີມຂະຫຍາຍບັນດາມໍລະດົກໂລກ ແລະໃຫ້ຄຳໝັ້ນສັນຍາຈະສືບຕໍ່ໃຫ້ຄຳປຶກສາ, ໜູນຊ່ວຍກ່ຽວກັບວຽກງານຄຸ້ມຄອງ, ອະນຸລັກຮັກສາ ແລະເສີມຂະຫຍາຍ 8 ເຂດມໍລະດົກໂລກຂອງຫວຽດນາມ, ໃນນັ້ນມີກຳແພງພະລາຊະວັງທັງລອງ, ອ່າວຮະລອງ-ໝູ່ເກາະກ໊າດບ່າ...
ເນື່ອງໃນໂອກາດນີ້, ຕາງໜ້າກະຊວງການຕ່າງປະເທດ, ທ່ານ ບຸ່ຍແທັງເຊີນ ໄດ້ປະດັບຫຼຽກກາລະນຶກ “ເພື່ອພາລະກິດການທູດຫວຽດນາມ” ໃຫ້ແກ່ທ່ານ Lazare, ຮັບຮູ້ການປະກອບສ່ວນທີ່ພົ້ນເດັ່ນຂອງທ່ານຕໍ່ຂະບວນການຮັກສາ, ເສີມຂະຫຍາຍຄຸນຄ່າມໍລະດົກຫວຽດນາມ ແລະຊຸກຍູ້ການພົວພັນຮ່ວມມືລະຫວ່າງ ຫວຽດນາມ ແລະ UNESCO.
ໂດຍ: ເຈິ່ນຮວ່ຽນ