leftcenterrightdel
ພິທີຖະຫວາຍທູບທຽນເນື່ອງໃນໂອກາດສະເຫຼີມສະຫຼອງ 135 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ. ພາບ: vov.vn

ຕອນເຊົ້າວັນທີ 19 ພຶດສະພາ, ຢູ່ນະຄອນຫຼວງພະນົມເປັນ, ກໍາປູເຈຍ, ສະຖານທູດຫວຽດນາມ ປະຈຳ ກໍາປູເຈຍ ໄດ້ເປັນກຽດຈັດຕັ້ງພິທີຖະຫວາຍທູບທຽນເນື່ອງໃນໂອກາດສະເຫຼີມສະຫຼອງ 135 ປີ ແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ (19-5-1890 / 19-5-2025).

ທີພິທີ, ທ່ານ ຫງວຽນມິງຫູວ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ກໍາປູເຈຍ ໄດ້ເນັ້ນໜັກວ່າ ພິທີສະເຫຼີມສະຫຼອງ 135 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ ແມ່ນໂອກາດເພື່ອໃຫ້ພະນັກງານ, ສະມາຊິກພັກ, ມະຫາຊົນຄະນະພັກຢູ່ກໍາປູເຈຍ, ສະມາຄົມວິສາຫະກິດຫວຽດນາມ ຢູ່ກໍາປູເຈຍ, ພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສຢູ່ ກໍາປູເຈຍ ໝົດທຸກຄົນສືບຕໍ່ຮໍ່າຮຽນ ແລະປະຕິບັດຕາມແບບຢ່າງຂອງປະທານໂຮ່ຈີມິນ, ມານະພະຍາຍາມປະຕິບັດສຳເລັດໜ້າທີ່ຂອງປີນີ້ໃນທຸກຂົງເຂດ.

ໂດຍ: ວິທະຍຸກະຈາຍສຽງຫວຽດນາມ