ທີ່ການພົບປະເຈລະຈາ, ທ່າມກາງບັນຍາກາດທີ່ເຕັມໄປດ້ວຍນໍ້າໃຈເພື່ອນມິດສະຫາຍ, ການນຳສອງທ່ານໄດ້ແບ່ງປັນກ່ຽວກັບສະພາບການຂອງແຕ່ລະພັກ, ແຕ່ລະປະເທດ ແລະຢືນຢັນຄວາມສຳຄັນຂອງການຮັກສາ ແລະເສີມຂະຫຍາຍການພົວພັນລະຫວ່າງສອງພັກກຳອຳນາດໃນການກໍານົດທິດທາງ, ຊຸກຍູ້ການພົວພັນຮ່ວມມືຫຼາຍດ້ານລະຫວ່າງຫວຽດນາມ ແລະອາຟະລິກາໃຕ້ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ມີປະສິດທິຜົນ ແລະແທດຈິງ.

leftcenterrightdel
ສະຫາຍ ເຈິ່ນເກິ໋ມຕູ໊ ຜູ້ປະຈໍາການຄະນະເລຂາທິການ ແລະສະຫາຍນາງ Nomvula Mokonyane ຮອງເລຂາທິການໃຫຍ່ຜູ້ທີໜຶ່ງພັກກໍາອໍານາດສະພາແຫ່ງຊາດ ອາຟະລິກາ (ANC), ອາຟະລິກາໃຕ້. ພາບ: qdnd.vn

ສອງຝ່າຍເຫັນດີເປັນເອກະສັນຊຸກຍູ້ການຜັນຂະຫຍາຍບັນດາເນື້ອໃນການໂອ້ລົມທາງໂທລະສັບລະຫວ່າງທ່ານເລຂາທິການໃຫຍ່ ໂຕເລິມ ແລະທ່ານ Cyril Ramaphosa ປະທານພັກ ANC ແລະປະທານາທິບໍດີອາຟະລິກາໃຕ້ ແລະເນື້ອໃນຂອງບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືລະຫວ່າງສອງພັກທີ່ໄດ້ຮັບການລົງນາມໃນໄລຍະຢ້ຽມຢາມ, ຈຸດສຸມແມ່ນຍູ້ແຮງການເຄື່ອນໄຫວພົບປະແລກປ່ຽນລະຫວ່າງຄະນະຜູ້ແທນສອງພັກ, ສອງປະເທດ, ເພີ່ມທະວີການແບ່ງປັນປະສົບການກໍ່ສ້າງພັກ, ການນຳພາ, ຄຸ້ມຄອງປະເທດຊາດ. ສະຫາຍ ເຈິ່ນເກິ໋ມຕູ໊ ຂອບອົກຂອບໃຈທ່ານປະທານ ANC ແລະປະທານາທິບໍດີອາຟະລິກາໃຕ້ ທີ່ໄດ້ເຊື້ອເຊີນການນຳພັກກອມມູນິດຫວຽດນາມ ເຂົ້າຮ່ວມກອງປະຊຸມບັນດາພັກການເມືອງ G20 ແລະການນຳລັດເຂົ້າຮ່ວມກອງປະຊຸມສຸດຍອດ G20 ທີ່ຈັດຂຶ້ນຢູ່ ອາຟະລິກາໃຕ້ ໃນເດືອນ ພະຈິກ 2025 ຈະມາເຖິງ, ຢືນຢັນວ່າ ບັນດາການນຳຂັ້ນສູງຫວຽດນາມ ຈະມານະພະຍາຍາມປະກອບສ່ວນເຂົ້າໃນຜົນສໍາເລັດຂອງເຫດການສໍາຄັນນີ້; ພ້ອມກັນນັ້ນ, ປາດຖະໜາວ່າ ຈະໄດ້ຕ້ອນຮັບທ່ານປະທານພັກ ANC ແລະປະທານາທິບໍດີ ອາຟະລິກາໃຕ້ Cyril Ramaphosa ມາຢ້ຽມຢາມຫວຽດນາມ ໃນເວລາໃກ້ທີ່ສຸດ.

leftcenterrightdel
ບັນຍາກາດທີ່ການພົບປະເຈລະຈາ. ພາບ: qdnd.vn

ສະຫາຍນາງ Nomvula Mokonyane ໃຫ້ຮູ້ວ່າ ANC ຈະສືບຕໍ່ຈັດສົ່ງຄະນະຜູ້ແທນຂັ້ນສູງມາຫວຽດນາມ ເພື່ອແນໃສ່ແລກປ່ຽນ ແລະປຶກສາຫາລືກ່ຽວກັບຜັນຂະຫຍາຍການຮ່ວມມືກັບບັນດາອົງການຂອງພັກ ແລະລັດຖະບານຫວຽດນາມ, ຊຸກຍູ້ການຮ່ວມມືສອງຝ່າຍຢ່າງແຮງ.

ໃນໄລຍະຈະມາເຖິງ, ສອງຝ່າຍເຫັນດີເປັນເອກະພາບຈະຍູ້ແຮງການຮ່ວມມືດ້ານເສດຖະກິດ, ການຄ້າໃຫ້ພັດທະນາສົມກັບຄວາມສາມາດບົ່ມຊ້ອນຂອງສອງປະເທດ; ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນ ແລະກັນຢູ່ກົນໄກຫຼາຍຝ່າຍສາກົນເພື່ອສັນຕິພາບ, ການຮ່ວມມື ແລະການພັດທະນາ.

ໂດຍ: ທະນາພອນ