ລັດຖະບານຫວຽດນາມ ຊົມເຊີຍບັນດາວິສາຫະກິດຕ່າງປະເທດ ແລະຈີນ ເປີດກວ້າງການລົງທຶນ, ດຳເນີນທຸລະກິດຢູ່ຫວຽດນາມ, ໂດຍສະເພາະແມ່ນໃນບັນດາຂົງເຂດທີ່ສອດຄ່ອງກັບຄວາມຕ້ອງການພັດທະນາແບບຍືນຍົງ, ສອດຄ່ອງກັບທ່າແຮງຂອງຈີນ, ນໍາເອົາຜົນປະໂຫຍດມາໃຫ້ທັງສອງຝ່າຍ, ໃນນັ້ນມີຂົງເຂດພະລັງງານ.

leftcenterrightdel
ທ່ານ ຟ້າມມິງຈີ້ງ ນາຍົກລັດຖະມົນຕີ ແລະທ່ານ  Peng Gangping ປະທານສະພາບໍລິຫານບໍລິສັດຈໍາກັດ ກຸ່ມບໍລິສັດວິທະຍາສາດເຕັກໂນໂລຊີ Huadian ຈີນ.

ຂອບໃຈທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ ທີ່ໄດ້ສະຫຼະເວລາອັນມີຄ່າ ຕ້ອນຮັບຄະນະ ກໍຄືສະໜັບສະໜູນການຮ່ວມມືລົງທຶນຂອງກຸ່ມບໍລິສັດຢູ່ຫວຽດນາມ, ທ່ານ Peng Gangping ໃຫ້ຮູ້ວ່າ ກຸ່ມບໍລິສັດ Huadian ໄດ້ລົງທຶນປະມານ 2,8 ຕື້ໂດລາສະຫະລັດ ເຂົ້າໃນບັນດາໂຄງການໄຟຟ້າຢູ່ຫວຽດນາມ ດ້ວຍກຳລັງຕິດຕັ້ງທັງໝົດບັນລຸ 1,5 GW ລວມມີ: ໂຮງງານໄຟຟ້າພະລັງຄວາມຮ້ອນ ຢວຽນຫາຍ; 4 ໂຄງການໄຟຟ້າແຮງລົມຢູ່ດັກລັກ…

ທ່ານ Peng Gangping ສະເໜີໃຫ້ລັດຖະບານຫວຽດນາມ ປັບປຸງນະໂຍບາຍລົງທຶນໃຫ້ແກ່ບັນດາໂຄງການພະລັງງານສີຂຽວໃຫ້ສົມບູນແບບໂດຍໄວ, ຄື: ພະລັງງານແຮງລົມ, ພະລັງງານແສງຕາເວັນ, hydro, ການເກັບຮັກສາພະລັງງານ…, ໂດຍສະເພາະແມ່ນນະໂຍບາຍບຸລິມະສິດຕໍ່ເຕັກໂນໂລຊີຍົກລະດັບພະລັງງານແບບດັ້ງເດີມ, ປະຢັດພະລັງງານ, ປ່ອຍກາກບອນຕໍ່າ ແລະດັດແປງໂຮງງານໄຟຟ້າພະລັງຄວາມຮ້ອນຖ່ານຫີນຢ່າງມີໄຫວພິບ.

leftcenterrightdel
ທ່ານ ຟ້າມມິງຈີ້ງ ນາຍົກລັດຖະມົນຕີ ຕ້ອນຮັບທ່ານ  Peng Gangping ປະທານສະພາບໍລິຫານບໍລິສັດຈໍາກັດກຸ່ມບໍລິສັດວິທະຍາສາດເຕັກໂນໂລຊີ Huadian ຈີນ.

ທ່ານ ຟ້າມມິງຈີ້ງ ສະເໜີໃຫ້ກຸ່ມບໍລິສັດ Huadian ເສີມຂະຫຍາຍທ່າແຮງ ແລະໝາກຜົນ, ໝູນໃຊ້ຢ່າງມີຫົວຄິດປະດິດສ້າງ ແລະມີໄຫວພິບໃນເງື່ອນໄຂຂອງຫວຽດນາມ, ປະກອບສ່ວນຮັບປະກັນຄວາມໝັ້ນຄົງດ້ານພະລັງງານໃຫ້ແກ່ຫວຽດນາມ, ໃນນັ້ນມີການຊ່ວຍເຫຼືອກຸ່ມບໍລິສັດໄຟຟ້າຫວຽດນາມ ດ້ານວິທະຍາສາດ, ເຕັກໂນໂລຊີຂະແໜງອຸດສາຫະກໍາໄຟຟ້າ, ຮັບປະກັນ ຄວາມໝັ້ນຄົງດ້ານພະລັງງານສະອາດ, ຕອບສະໜອງຄວາມຮຽກຮ້ອງຕ້ອງການພັດທະນາປະເທດ ໃນໄລຍະຈະມາເຖິງ.

ປາດຖະໜາວ່າ ກຸ່ມບໍລິສັດ Huadian ຈະຜັນຂະຫຍາຍບັນດາໂຄງການທີ່ໄດ້ລົງທຶນຢູ່ຫວຽດນາມ ໃຫ້ເປັນຢ່າງດີ, ທ່ານ ຟ້າມມິງຈີ້ງ ຊົມເຊີຍກຸ່ມບໍລິສັດ ສືບຕໍ່ລົງທຶນເຂົ້າໃນບັນດາໂຄງການພະລັງງານສີຂຽວ ຕື່ມອີກ, ຄື: ໄຟຟ້າແຮງລົມ, ໄຟຟ້າແສງຕາເວັນ, hydro, ການເກັບຮັກສາພະລັງງານ... ຢູ່ຫວຽດນາມ, ລົງທຶນ, ພັດທະນາການຜະລິດ, ດໍາເນີນທຸລະກິດການຄ້າ, ຄົ້ນຄວ້າ ພັດທະນາ... ບົນເນື້ອໃນຈິດໃຈ “ກົມກຽວຜົນປະໂຫຍດ, ແບ່ງປັນຄວາມສ່ຽງ; ກົມກຽວຜົນປະໂຫຍດລະຫວ່າງລັດ, ປະຊາຊົນ, ວິສາຫະກິດ”.

ໂດຍ: ກວຽດເຕິມ