ແຜ່ຂະຫຍາຍນັບມື້ນັບເລິກເຊິ່ງກວ້າງຂວາງ
ເຂົ້າຮ່ວມລາຍການສະຫຼຸບ ແລະມອບລາງວັນການແຂ່ງຂັນຂຽນມີບັນດາສະຫາຍ: ອະດີດເລຂາທິການໃຫຍ່ ນົງດຶງແມັ້ງ; ຫງວຽນຈ້ອງເຫງ້ຍ, ກຳມະການກົມການເມືອງ, ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາສຶກສາ ແລະຂົນຂວາຍປະຊາຊົນສູນກາງພັກ; ພົນໂທ ຈິ້ງວັນກວຽດ, ເລຂາທິການສູນກາງພັກ, ຄະນະປະຈຳຄະນະພັກການທະຫານສູນກາງ, ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ; ພົນເອກ ຫງວຽນເຕີນເກືອງ, ກຳມະການສູນກາງພັກ, ຄະນະປະຈຳຄະນະພັກການທະຫານສູນກາງ, ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ; ຟ້າມເຕີດຖັ໊ງ, ກຳມະການສູນກາງພັກ, ຮອງຫົວໜ້າຄະນະໂຄສະນາສຶກສາ ແລະຂົນຂວາຍປະຊາຊົນສູນກາງພັກ; ພົນຕີ ຖ໊າຍດ້າຍງອກ, ກຳມະການສູນກາງພັກ, ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ; ເລຫາຍບິ່ງ, ກຳມະການສຳຮອງສູນກາງພັກ, ຮອງລັດຖະມົນຕີຜູ້ປະຈຳການກະຊວງວັດທະນະທຳ, ກິລາ ແລະທ່ອງທ່ຽວ; ພົນຕີ ເຈືອງທຽນໂຕ, ຮອງຫົວໜ້າກົມໃຫຍ່ການ ເມືອງກອງທັບປະຊາຊົນຫວຽດນາມ, ຫົວໜ້າຄະນະຊີ້ນຳການແຂ່ງຂັນຂຽນ, ພົນຕີ ໂດຊວັນຕຸ້ງ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ.
    |
 |
ສະຫາຍ ຫງວຽນຈ້ອງເຫງ້ຍ ແລະພົນໂທ ຈິ້ງວັນກວຽດ ມອບລາງວັນ A ໃຫ້ແກ່ບັນດານັກປະພັນ, ຜູ້ຕາງໜ້າກຸ່ມນັກປະພັນ. ພາບ: ຕ໊ວນຮຸຍ. |
ສຳລັບຄະນະຈັດຕັ້ງມີບັນດາສະຫາຍ: ພົນຈັດຕະວາ ດວ່ານຊວັນໂບ້, ຫົວໜ້າບັນນາທິການໜັງສືພິມກອງທັບປະຊາຊົນຫວຽດນາມ, ຫົວໜ້າຄະນະຈັດຕັ້ງການແຂ່ງຂັນຂຽນ; ພົນຈັດຕະວາ ລຶວຈູງຖ໊າຍ, ປະທານສະພາບໍລິຫານ MB, ເປັນປະທານຮ່ວມຫົວໜ້າຄະນະຈັດຕັ້ງການແຂ່ງຂັນຂຽນ. ເຂົ້າຮ່ວມການສະຫຼຸບ, ມອບລາງວັນການແຂ່ງຂັນຂຽນຍັງມີຜູ້ຕາງໜ້າການນຳບັນດາອົງການ, ກົມກອງພ້ອມດ້ວຍມະຫາຊົນພາຍໃນ ແລະນອກກອງທັບ.
ລາຍການໄດ້ຖ່າຍທອດສົດຜ່ານຊ່ອງໂທລະພາບປ້ອງກັນຊາດຫວຽດນາມ (ສູນກະຈາຍສຽງ-ໂທລະພາບກອງທັບ); ຖ່າຍທອດສົດຜ່ານສື່ສັງຄົມຂອງໜັງສືພິມກອງທັບປະຊາຊົນຫວຽດນາມ. ລາຍການສົມທົບລະຫວ່າງສາລະຄະດີກ່ຽວກັບການແຂ່ງຂັນຂຽນ ແລະລາຍການສະແດງສິລະປະດ້ວຍຫຼາຍບົດເພງປະຕິວັດຍ້ອງຍໍສັນລະເສີນ ພັກ, ລຸງໂຮ່ ແລະຄວາມຮັກແພງບ້ານເກີດເມືອງນອນ, ປະເທດຊາດດ້ວຍການເຂົ້າຮ່ວມຂອງນັກສິລະປິນ, ນັກສະແດງຂອງໂຮງລະຄອນກອງທັບ, ນັກສິລະປິນປະຊາຊົນ ໂຮ່ງແຮ້ງ, ນັກສິລະປິນປະຊາຊົນ ຖ໊າຍບາວ, ນັກສິລະປິນດີເດັ່ນ ຫວູຖັ໊ງເລີ້ຍ, ນັກຮ້ອງ ໂດໂຕຮວາ...
ການແຂ່ງຂັນຂຽນ “ປົກປ້ອງພື້ນຖານແນວຄິດຂອງພັກໃນສະພາບການໃໝ່” ຄັ້ງທີ 4 ດຶງດູດ 500 ບົດປະພັນຂອງ 51 ອົງການສື່ມວນຊົນໃນທົ່ວປະເທດເຂົ້າຮ່ວມ; ໃນນັ້ນມີ 45% ບົດປະພັນຂອງນັກຂ່າວ; 55% ບົດປະພັນຂອງຊ່ຽວຊານ, ນັກວິທະຍາສາດ, ນາຍພົນ, ການນຳ, ຜູ້ບັນຊາການບັນດາອົງການ, ກົມກອງ, ທ້ອງຖິ່ນ. ບັນດາຕົວເລກ ແລະຂໍ້ມູນດັ່ງກ່າວໄດ້ຢັ້ງຢືນຄວາມແຜ່ຂະຫຍາຍຂອງການແຂ່ງຂັນຂຽນນັບມື້ນັບເລິກເຊິ່ງກວ້າງຂວາງ, ດຶງດູດບັນດາອົງການສື່ມວນຊົນ, ບັນດານັກປະພັນເຖິງວ່າດຳລົງຕຳແໜ່ງແຕກຕ່າງກັນລ້ວນແຕ່ມີຄວາມໄວ້ເນື້ອເຊື່ອໃຈປົກປ້ອງພັກ.
    |
 |
ສະຫາຍ ຫງວຽນຈ້ອງເຫງ້ຍ ແລະພົນໂທ ຈິ້ງວັນກວຽດ ມອບລາງວັນ A ໃຫ້ແກ່ບັນດານັກປະພັນ, ຜູ້ຕາງໜ້າກຸ່ມນັກປະພັນ. ພາບ: ຕ໊ວນຮຸຍ. |
ກ່າວຄຳເຫັນທີ່ລາຍການ, ຕາງໜ້າການນຳກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ, ທ່ານພົນຕີ ເຈືອງທຽນໂຕ ຊົມເຊີຍບັນດາໝູ່ຄະນະທີ່ໄດ້ຍ້ອງຍໍຊົມເຊີຍ ແລະບຸກຄົນຍາດໄດ້ລາງວັນ; ສະແດງຄວາມຂອບອົກຂອບໃຈບັນດາສະຫາຍການນຳພັກ, ລັດ ໄດ້ເອົາໃຈໃສ່ຊີ້ນຳ, ໃຫ້ກຳລັງໃຈຄະນະຈັດຕັ້ງ ແລະຜູ້ເຂົ້າຮ່ວມການແຂ່ງຂັນຂຽນ; ສະແດງຄວາມຂອບອົກຂອບໃຈການນຳ, ການຊີ້ນຳຢ່າງເຖິງຖອງຂອງຄະນະຊີ້ນຳ 35 ສູູນກາງ, ຄະນະໂຄສະນາສຶກສາ ແລະຂົນຂວາຍປະຊາຊົນສູນກາງພັກ, ຄະນະຊີ້ນຳ 35 ຄະນະພັກການທະຫານສູນກາງ; ພ້ອມທັງຮັບຮູ້, ຂອບໃຈບັນດາອົງການ, ກົມກອງປະສານສົມທົບຈັດຕັ້ງການແຂ່ງຂັນຂຽນ; ບັນດາອົງການສື່ມວນຊົນ, ບັນດານັກຊ່ຽວຊານ, ນັກວິທະຍາສາດ, ເພື່ອນຮ່ວມງານໃນທົ່ວປະເທດ ໄດ້ເອົາໃຈໃສ່ຮ່ວມເດີນທາງ, ສະໜັບສະໜູນ, ເຂົ້າຮ່ວມເພື່ອປະກອບສ່ວນຍົກສູງຄຸນນະພາບ, ປະສິດທິຜົນການແຂ່ງຂັນຂຽນ. ທ່ານພົນຕີ ເຈືອງທຽນໂຕ ຢືນຢັນວ່າ ບັນດາບົດປະພັນດີເລີດທີ່ໄດ້ຄະນະຈັດຕັ້ງ ຄັດເລືອກມອບລາງວັນ, ເຊີດຊູໃນມື້ນີ້ແມ່ນທ້ອນໂຮມຂອງພູມປັນຍາ, ຄຸນທາດ ແລະສະແດງອອກການຊອກຫາ, ອອກແຮງງານປະດິດຄິດສ້າງດ້ວຍຈິນຕະນາການດ້ານການເມືອງທີ່ແຫຼມຄົມ ແລະຄວາມຮັບຜິດຊອບສູງຂອງນັກປະພັນ, ກຸ່ມນັກປະພັນຕໍ່ກັບໜ້າທີ່ປົກປ້ອງພື້ນຖານແນວຄິດຂອງພັກ.
ເຊີດຊູບັນດານັກປະພັນດີເດັ່ນ
ໃນລາຍການ, ບັນດາສະຫາຍການນຳໄດ້ມອບລາງວັນໃຫ້ແກ່ບັນດານັກປະພັນທີ່ມີບົດປະພັນດີເລີດ, ລວມມີລາງວັນ A 3 ລາງວັນ, ລາງວັນ B 6 ລາງວັນ, ລາງວັນ C 9 ລາງວັນ, ລາງວັນຊົມເຊີຍ 12 ລາງວັນ. ສະຫາຍ ຫງວຽນຈ້ອງເຫງ້ຍ ແລະພົນໂທ ຈິ້ງວັນກວຽດ ໄດ້ມອບ 3 ລາງວັນ A ໃຫ້ແກ່ທ່ານ ຮສຈ, ປອ ຫງວຽນຈ້ອງຈວນ, ຮອງປະທານສະມາຄົມນັກປັດຊະຍາຫວຽດນາມ, ຫົວໜ້າບັນນາທິການວາລະສານຄົ້ນຄວ້າປັດຊະຍາ; ພັນເອກພິເສດ ຫງວຽນແມ້ງຕ໊ວນ, ຮອງຫົວໜ້າບັນນາທິການວາລະສານທົ່ວປວງຊົນປ້ອງກັນຊາດ; ກຸ່ມນັກປະພັນ: ເຈິ່ນທູຮັ່ງ, ເຊີ່ມຮົ່ງຟຸກ, ໜັງສືພິມດ້ຽນບຽນຝູ. ຄະນະຈັດຕັ້ງມອບໃບຍ້ອງຍໍໃຫ້ 3 ອົງການສື່ມວນຊົນຕັ້ງໜ້າເຂົ້າຮ່ວມການແຂ່ງຂັນຂຽນ, ລວມມີວາລະສານທິດສະດີການເມືອງ ແລະສື່ສານ, ໜັງສືພິມທະຫານເຂດ 4, ໜັງສືພິມ ແລະວິທະຍຸກະຈາຍສຽງ-ໂທລະພາບບາກລຽວ.
ຕາມການຕີລາຄາຂອງສະພາການປະກວດຮອບສຸດທ້າຍ: ຄຸນນະພາບຂອງບັນດາບົດປະພັນທີ່ຍາດໄດ້ລາງວັນໃນຄັ້ງນີ້ພິສູດໃຫ້ເຫັນບໍ່ມີໄລຍະຫ່າງລະຫວ່າງກຸ່ມໜັງສືພິມສູນກາງ, ກຸ່ມວາລະສານ, ກຸ່ມໜັງສືພິມທ້ອງຖິ່ນ. ຫຼາຍບົດປະພັນການເມືອງຂອງນັກຊ່ຽວຊານ, ນັກວິທະຍາສາດ ສືບຕໍ່ຄົ້ນຄວ້າລົງເລິກກ່ຽວກັບຫຼັກການພື້ນຖານຂອງລັດທິມາກ-ເລນິນ, ແນວຄິດໂຮ່ຈິມິນ ດ້ວຍວິທີການເຂົ້າເຖິງໃໝ່ອ່ຽມ, ແງ່ມູນເລິກເຊິ່ງ... ການຄັດເລືອກບັນດາຫົວຂໍ້ຕິດພັນກັບສະພາບຕົວຈິງຂອງຊີວິດ, ໂດຍສະເພາະແມ່ນຢູ່ທ້ອງຖິ່ນ, ພ້ອມດ້ວຍການເຮັດວຽກຢ່າງສຸດຈິດສຸດໃຈ, ໃກ້ຊິດຕິດແທດກັບບໍລິເວນ, ຕົວພະຍານ, ເລືອກເອົາຂໍ້ມູນ, ບັນດານັກຂ່າວໄດ້ມີຫຼາຍບົດປະພັນປະທັບໃຈ, ສະແດງໃຫ້ເຫັນກຳລັງແຮງເວົ້າເຖິງຄວາມຈິງຂອງສື່ມວນຊົນ, ຕໍ່ສູ້ກັບຖ້ອຍທຳນອງເສກສັນປັ້ນແຕ່ງຂອງພວກປໍລະປັກ.
    |
 |
ຜູ້ແທນມອບດອກໄມ້ໃຫ້ແກ່ນັກສິລະປິນເຂົ້າຮ່ວມສະແດງສິລະປະທີ່ລາຍການ. ພາບ: ຕ໊ວນຮຸຍ. |
ສືບຕໍ່ຜົນສຳເລັດຂອງການແຂ່ງຂັນຂຽນ ຄັ້ງທີ 4, ມຸ່ງໄປເຖິງວັນບຸນໃຫຍ່, ບັນດາເຫດການສຳຄັນຂອງພັກ, ຂອງປະເທດໃນປີ 2025 ແລະຊົມເຊີຍກອງປະຊຸມໃຫຍ່ຂອງພັກ ທຸກຂັ້ນ, ກ້າວໄປເຖິງກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ, ໂດຍຕາງໜ້າຄະນະຈັດຕັ້ງ, ທ່ານພົນຈັດຕະວາ ດວ່ານຊວັນໂບ້ ໄດ້ປຸກລະດົມການແຂ່ງຂັນຂຽນ “ປົກປ້ອງພື້ນຖານແນວຄິດຂອງພັກໃນສະພາບການໃໝ່” ຄັ້ງທີ 5 (2025-2026).
ທ່ານພົນຈັດຕະວາ ດວ່ານຊວັນໂບ້ ປາດຖະໜາວ່າ ດ້ວຍນ້ຳໃຈ, ຄວາມສຸດຈິດສຸດໃຈ, ຄວາມຮັບຜິດຊອບ ແລະສະຕິປັນຍາຂອງຕົນ, ບັນດາອົງການສື່ມວນຊົນ, ບັນດານັກຂ່າວ, ເພື່ອນຮ່ວມງານ, ໂດຍສະເພາະແມ່ນບັນດາສະຫາຍພະນັກງານການນຳ, ຄຸ້ມຄອງ, ບັນດານັກວິທະຍາສາດໃນປະເທດສືບຕໍ່ສະໜັບສະໜູນ, ຮ່ວມເດີນທາງ, ຕັ້ງໜ້າເຂົ້າຮ່ວມການແຂ່ງຂັນຂຽນຜ່ານບັນດາບົດປະພັນສື່ມວນຊົນເຕັມໄປດ້ວຍລັກສະນະພຶດຕິກຳ, ລັກສະນະວິທະຍາສາດ, ລັກສະນະຕໍ່ສູ້, ລັກສະນະຊວນເຊື່ອ. ນັກປະພັນແຕ່ລະຄົນ ແລະແຕ່ລະບົດປະພັນເຂົ້າຮ່ວມການແຂ່ງຂັນຂຽນນີ້ແມ່ນການ ເຄື່ອນໄຫວແທດຈິງປະກອບສ່ວນແຜ່ຂະຫຍາຍກຳລັງແຮງປົກປ້ອງພື້ນຖານແນວຄິດຂອງພັກກອມມູນິດຫວຽດນາມ, ເພື່ອພັກກອມມູນິດຫວຽດນາມ ສົມເປັນຖັນແຖວນຳໜ້າ, ນຳພາປະເທດຫວຽດນາມ ກ້າວຂຶ້ນບົນເສັ້ນທາງປະຕິບັດເປົ້າໝາຍປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ, ສີວິໄລ.
ໂດຍ: ແສງເດືອນ