ທີ່ການພົບປະ, ທ່ານ ຟ້າມມິງຈິ໊ງ ສະແດງຄວາມປິຕິຊົມຊື່ນຕໍ່ບາດກ້າວພັດທະນາທີ່ແທດຈິງ ແລະຈະແຈ້ງໃນການພົວພັນ ຫວຽດນາມ-ຝລັ່ງ ນັບແຕ່ສອງປະເທດຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານໃນການຢ້ຽມຢາມຝລັ່ງ ຂອງທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ ໃນເດືອນຕຸລາ ປີ 2024; ເນັ້ນໜັກວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການຊຸກຍູ້ການພົວພັນກັບຝລັ່ງ ເຊິ່ງເປັນຄູ່ຮ່ວມມືຍຸດທະສາດຮອບດ້ານທຳອິດຂອງຫວຽດນາມ ຢູ່ອີຢູ ແລະຢັ້ງຢືນພ້ອມແລ້ວທີ່ຈະຍູ້ແຮງຄວາມໄວ້ເນື້ອເຊື່ອໃຈຍຸດທະສາດ ແລະເຮັດໃຫ້ການຮ່ວມມືຫຼາຍດ້ານລະຫວ່າງສອງປະເທດໃຫ້ເລິກເຊິ່ງຂຶ້ນຕື່ມ.

ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ສອງຝ່າຍກວດກາຄືນ, ຜັນຂະຫຍາຍຫັນບັນດາຂໍ້ຕົກລົງຂັ້ນສູງທີ່ບັນລຸໄດ້ໃນການຢ້ຽມຢາມຝລັ່ງ ຫວ່າງມໍ່ໆມານີ້ຂອງທ່ານ ໂຕເລິມ ເປັນລະອຽດ, ພ້ອມທັງຍູ້ແຮງ ແລະກະກຽມໃຫ້ບັນດາການຢ້ຽມຢາມຂັ້ນສູງໃນໄລຍະຈະມາເຖິງເປັນຢ່າງດີ; ຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ວັດທະນະທຳ, ມໍລະດົກ, ສະຖາປັດຕະຍະກຳ, ການສຶກສາ-ກໍ່ສ້າງ... ແລະເປີດກວ້າງໄປສູ່ຂົງເຂດໃໝ່, ຄື: ຄວາມໝັ້ນຄົງທາງເຄືອຂ່າຍອິນເຕີແນັດ, ປັນຍາປະດິດ, ການບິນອະວະກາດ, ການຫັນເປັນສີຂຽວ, ພະລັງງານນິວເຄຼຍ ແລະການບຳລຸງສ້າງຊັບພະຍາກອນມະນຸດ.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ຕ້ອນຮັບທ່ານ Olivier Brochet ເອກອັກຄະລັດຖະທູດຝລັ່ງ ປະຈຳ ຫວຽດນາມ. ພາບ: nhandan.vn

ສະແດງຄວາມເຫັນດີກັບຄໍາເຫັນຂອງທ່ານນາຍົກລັດຖະມົນຕີ, ທ່ານ Olivier Brochet ສະເໜີສອງຝ່າຍສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ເພື່ອແນໃສ່ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ-ຝລັ່ງ, ພ້ອມທັງສະເໜີບັນດາໂຄງການຮ່ວມມືລະອຽດໃນຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ພື້ນຖານໂຄງລ່າງ, ຄົມມະນາຄົມຂົນສົ່ງ, ລົດໄຟຕົວເມືອງ, ແຮ່ທາດ ແລະອື່ນໆ.

ສອງຝ່າຍເຫັນດີສືບຕໍ່ເພີ່ມທະວີການຮ່ວມມືຢູ່ເວທີປາໄສຫຼາຍຝ່າຍ ແລະອົງການຈັດຕັ້ງສາກົນ, ພິເສດແມ່ນສະຫະປະຊາຊາດອົງການຝຣັ່ງໂກໂຟນີສາກົນ, ຂອບເຂດການຮ່ວມມື ອາຊຽນ - ອີຢູ.

ທ່ານນາຍົກລັດຖະມົນຕີສະເໜີໃຫ້ຝ່າຍຝລັ່ງ, ດ້ວຍບົດບາດ ແລະອິດທິພົນຊື່ສຽງຂອງຕົນຢູ່ໃນອີຢູ, ສືບຕໍ່ເປັນຂົວຕໍ່ຊຸກຍູ້ການພົວພັນ ຫວຽດນາມ-ອີຢູ ໃຫ້ຫຼາຍກວ່າອີກ; ຢືນຢັນວ່າ ຫວຽດນາມ ພ້ອມແລ້ວທີ່ຈະຮ່ວມເດີນທາງກັບຝລັ່ງ ແລະປະຊາຄົມສາກົນ ໃນຄວາມມານະພະຍາຍາມຮ່ວມເພື່ອແນໃສ່ຊຸກຍູ້ລັດທິຫຼາຍຝ່າຍ, ເຄົາລົບກົດໝາຍສາກົນ, ສະໜັບສະໜູນແນວຄິດ ແລະຂໍ້ລິເລີ່ມຂອງຝລັ່ງ ແນໃສ່ແກ້ໄຂສິ່ງທ້າທາຍໃນພາກພື້ນ ແລະທ່ົວໂລກ, ເປັນຕົ້ນແມ່ນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະປົກປັກຮັກສາສິ່ງແວດລ້ອມ, ຮັບປະກັນຄວາມໝັ້ນຄົງທາງດ້ານການບິນ ແລະການເດີນທະເລ.

ໂດຍ: ທູຈາງ