leftcenterrightdel
ທ່ານ ຟ້າມມິງຈີ້ງ ນາຍົກລັດຖະມົນຕີ ພົບປະກັບບັນດາວິສາຫະກິດອາເມລິກາ ທີ່ພວມລົງທຶນ, ດຳເນີນທຸລະກິດຢູ່ ຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ.

ທີ່ການເຮັດວຽກ, ຜູ້ຕາງໜ້າສະຖານທູດອາເມລິກາ ປະຈຳ ຫວຽດນາມ, ຫ້ອງການຄ້າອາເມລິກາ ປະຈຳ ຮ່າໂນ້ຍ, ຜູ້ຕາງໜ້າບັນດາວິສາຫະກິດລາຍໃຫຍ່ຂອງອາເມລິກາ, ຄື: Boeing, Molex, Excelerate Energy, Abbott, Coca-Cola, GE Vernova... ຕີລາຄາສູງເຈດຕະນາດີຂອງລັດຖະບານຫວຽດນາມ ໃນການພົບປະ, ເຮັດວຽກ, ຮັບຟັງ, ແກ້ໄຂບັນດາຈຸດອຸດຕັນຢ່າງເປັນປະຈໍາ ເພື່ອຊຸກຍູ້ການຮ່ວມມືດ້ານການຄ້າ, ການລົງທຶນລະຫວ່າງ ຫວຽດນາມ - ອາເມລິກາ.

leftcenterrightdel
ທ່ານ Eric Johnson ປະທານຫ້ອງການຄ້າອາເມລິກາ ຢູ່ ຮ່າໂນ້ຍ ກ່າວຄໍາເຫັນທີ່ການເຮັດວຽກ. ພາບ: ສໍານັກຂ່າວສານຫວຽດນາມ.
leftcenterrightdel
ຜູ້ຕາງໜ້າສະຖານທູດອາເມລິກາ ປະຈໍາ ຫວຽດນາມ ກ່າວຄໍາເຫັນທີ່ການເຮັດວຽກ. ພາບ: ສໍານັກຂ່າວສານຫວຽດນາມ.

ຜູ້ຕາງໜ້າອາເມລິກາ ສະເໜີໃຫ້ຫວຽດນາມ ສືບຕໍ່ປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດ; ແກ້ໄຂຂໍ້ຕິດຂັດ, ສ້າງຄວາມສະດວກຢ່າງສຸດຂີດໃຫ້ແກ່ວິສາຫະກິດ ເຄື່ອນໄຫວຜະລິດ, ດຳເນີນທຸລະກິດ, ໂດຍສະເພາະແມ່ນໃນການແກ້ໄຂລະບຽບການບໍລິຫານ; ບັນດາຮົ້ວກີດຂວາງປອດພາສີ; ບັນຫາກ່ຽວຂ້ອງເຖິງພາສີ, ຄ່າທຳນຽມ, ຄ່າບໍລິການ... ບັນດາວິສາຫະກິດອາເມລິກາ ແບ່ງປັນຄວາມຫຍຸ້ງຍາກ ແລະໃຫ້ຄໍາໝັ້ນສັນຍາຮ່ວມມືລົງທຶນແບບຍືນຍົງ, ຍາວນານ, ຮ່ວມເດີນທາງພ້ອມກັບຫວຽດນາມ.

ທ່ານ ຟ້າມມິງຈີ້ງ ຢັ້ງຢືນວ່າ ຫວຽດນາມ ໄດ້ເປັນເຈົ້າການ, ຕັ້ງໜ້າໃນການຊຸກຍູ້ການຮ່ວມມືດ້ານເສດຖະກິດ-ການຄ້າຢ່າງສົມດຸນ, ຍືນຍົງກັບອາເມລິກາ. ສະຫຼຸບການເຮັດວຽກ, ທ່ານ ຟ້າມມິງຈີ້ງ ຢັ້ງຢືນວ່າ ລັດຖະບານຫວຽດນາມ ພ້ອມແລ້ວທີ່ຈະປຶກສາຫາລືກັບບັນດາຄູ່ຮ່ວມມື, ວິສາຫະກິດ, ໃນນັ້ນມີຄູ່ຮ່ວມມື, ວິສາຫະກິດອາເມລິກາ, ບົນຈິດໃຈກົງໄປກົງມາ, ສ້າງສັນ, ນຳມາໝາກຜົນເຊິ່ງແມ່ນຜົນປະໂຫຍດໃຫ້ທັງສອງຝ່າຍ.

leftcenterrightdel
ທ່ານ ຟ້າມມິງຈີ້ງ ນາຍົກລັດຖະມົນຕີ ພົບປະກັບບັນດາວິສາຫະກິດອາເມລິກາ ທີ່ພວມລົງທຶນ, ດຳເນີນທຸລະກິດຢູ່ ຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ຕໍ່ໜ້າຄວາມຫຍຸ້ງຍາກທີ່ກ່ຽວຂ້ອງເຖິງຄວາມເຄັ່ງຕຶງດ້ານການຄ້າທົ່ວໂລກ, ຫວຽດນາມ ຖືນີ້ແມ່ນກາລະໂອກາດ ເພື່ອສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່, ສ້າງໂຄງປະກອບການຄ້າຄືນໃໝ່ຕາມທິດຍຸດຕິທຳ, ຍືນຍົງ; ຊຸກຍູ້ຫັນຕະຫຼາດເປັນຫຼາກຫຼາຍ, ຫັນຜະລິດຕະພັນເປັນຫຼາກຫຼາຍ, ຫັນລະບົບຕ່ອງໂສ້ການສະໜອງເປັນຫຼາກຫຼາຍ.

ລັດຖະບານຫວຽດນາມ ສ້າງທຸກເງື່ອນໄຂສະດວກ ແລະປົກປ້ອງສິດ, ຜົນປະໂຫຍດອັນຊອບທໍາ, ຖືກກົດໝາຍຂອງວິສາຫະກິດ, ໃນນັ້ນມີວິສາຫະກິດອາເມລິກາ ເພື່ອໃຫ້ວິສາຫະກິດສາມາດຮ່ວມມື, ລົງທຶນ, ດຳເນີນທຸລະກິດຢ່າງມີປະສິດທິຜົນ ແລະຍືນຍົງຢູ່ຫວຽດນາມ.

ໂດຍ: ໄຊຊະນະ