ກ່ຽວກັບໝາກຜົນໃນການພົວພັນມິດຕະພາບລະຫວ່າງຫວຽດນາມ ແລະ ເນປານ ໃນ 50 ປີຜ່ານມາ, ສາດສະດາຈານ Archana Upadhyay ຖືວ່າ ໃນໄລຍະ 5 ທົດສະວັດຜ່ານມາ, ຫວຽດນາມ ແລະເນປານ ໄດ້ສະແດງໃຫ້ເຫັນຄວາມຍືນຍົງຂອງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອຂອງສອງປະເທດ. ປະຈຸບັນ, ສອງປະເທດສວມບົດບາດສຳຄັນຢູ່ອາຊີ. ເນປານ ແມ່ນປະເທດທີ່ມີຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງ, ໃນຂະນະທີ່ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດພົ້ນເດັ່ນທີ່ສຸດ.
ໃນຕົວຈິງ, ຫວຽດນາມ ໄດ້ກາຍເປັນແບບຢ່າງໃຫ້ຈໍານວນປະເທດທີ່ພວມພັດທະນາໃນທົ່ວໂລກ. ສາຍພົວພັນລະຫວ່າງສອງປະເທດຕົ້ນຕໍແມ່ນກ່ຽວຂ້ອງເຖິງສາສະໜາ, ການສຶກສາ, ການພົບປະແລກປ່ຽນປະຊາຊົນ, ການດຳເນີນທຸລະກິດ, ການຄ້າ ແລະການລົງທຶນ. ການພົບປະກັບປະຊາຊົນ, ການທູດມະຫາຊົນ ຫຼື ການທູດປະຊາຊົນ ແມ່ນພື້ນຖານຂອງການພົວພັນດັ່ງກ່າວ.
ຕາມສາດສະດາຈານ Archana Upadhyay ແລ້ວ, ຫວຽດນາມ ແລະເນປານ ຢືນຢັນວ່າ ມີຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງໃນການຊຸກຍູ້ດ້ານການຄ້າ ແລະການແລກປ່ຽນການຄ້າສອງຝ່າຍ. ເລີ່ືອງເປີດສາຍການບິນໂດຍກົງລະຫວ່າງ Kathmandu - ຮ່າໂນ້ຍ ແມ່ນສັນຍານທີ່ສະແດງໃຫ້ເຫັນວ່າ ການພົວພັນນີ້ໄດ້ເປີດແງ່ຫວັງຫຼາຍຢ່າງ. ນັບມື້ນັບມີຊາວຫວຽດນາມ ຫຼາຍຄົນໄປແຕ່ງດອງ ຫຼື ສຶກສາຮໍ່າຮຽນຢູ່ເນປານ, ຄົນຈໍານວນໜຶ່ງມີຄວາມສົນໃຈກ່ຽວກັບພຸດທະສາສະໜາ ແລະໄປຄົ້ນຄ້ວາ ຫຼືໄປທ່ອງທ່ຽວ ຢູ່ເນປານ.
    |
 |
ສາດສະດາຈານ Archana Upadhyay ຕອບສໍາພາດຕໍ່ນັກຂ່າວ ສໍານັກຂ່າວສານຫວຽດນາມ ປະຈໍາ New Delhi. |
ສາດສະດາຈານ Archana Upadhyay ຖືວ່າ, ເລື່ອງສ້າງຕັ້ງສະມາຄົມມິດຕະພາບ ກໍແມ່ນສັນຍານທີ່ສະແດງໃຫ້ເຫັນວ່າ ສາຍພົວພັນນີ້ໄດ້ກ້າວເຂົ້າສູ່ລວງເລິກຄືແນວໃດ ຢູ່ລະດັບສັງຄົມ. ຄຽງຂ້າງນັ້ນ, ບັນດາມໍລະດົກຂອງປະທານໂຮ່ຈີມິນ ໄດ້, ກໍາລັງ ແລະຈະແມ່ນແຮງບັນດານໃຈອັນໃຫຍ່ຫຼວງ, ບໍ່ພຽງແຕ່ ຢູ່ເນປາ ແລະ ສືບຕໍ່ສົ່ງແຮງບັນດານໃຈໃຫ້ຫຼາຍລຸ້ນຄົນ. ສິ່ງດັ່ງກ່າວໄດ້ສ້າງຄວາມສະໜິດຕິດພັນສາຍພົວພັນລະຫວ່າງຫວຽດນາມ ກັບ ເນປານ ຫຼາຍກວ່າອີກ, ພ້ອມທັງຊຸກຍູ້ສາຍພົວພັນດັ່ງກ່າວໃຫ້ພັດທະນາຢ່າງບໍ່ຢຸດຢັ້ງ.
ທ່ານນາງສາດສະດາຈານ ຍັງໄດ້ເວົ້າເຖິງສະພາບຕົວຈິງ, ເຖິງວ່າປະຊາຄົມຊາວຫວຽດນາມ ດໍາລົງຊີວິດ ແລະຮໍ່າຮຽນຢູ່ເນປານ ບໍ່ຫຼາຍກໍຕາມ, ແຕ່ວ່າບົດບາດຂອງເຂົາເຈົ້າແມ່ນສຳຄັນທີ່ສຸດເມື່ອຮັບຮູ້ວ່າແມ່ນຍາມໃດກໍ່ສະໜັບສະໜູນອໍານາດການປົກຄອງປະເທດປະຈໍາຖິ່ນ, ສະແດງໃຫ້ເຫັນເຈດຕະນາດີໃນການຊຸກຍູ້ການພັດທະນາຂອງເນປານ ກໍຄືຊຸກຍູ້ການຮ່ວມມືລະຫວ່າງຫວຽດນາມ ກັບເນປານ.
ຄຽງຂ້າງນັ້ນ, ຕາມທ່ານນາງ Archana Upadhyay ແລ້ວ, ສາຍພົວພັນລະຫວ່າງປະຊາຊົນ ແລະ ສາຍພົວພັນລັດຖະບານ - ລັດຖະບານຂອງສອງປະເທດ ໄດ້ຮັບການປັບປຸງຜ່ານການເວລາຢ່າງບໍ່ຢຸດຢັ້ງ. ໃນໄລຍະເກີດວິກິດການ, ຄື: ໂລກລະບາດໂຄວິດ-19, ເຫດແຜ່ນດິນໄຫວ, ໄພນ້ຳຖ້ວມ..., ເນປານ ລ້ວນແຕ່ໄດ້ຮັບການໜູນຊ່ວຍຢ່າງສຸດຈິດສຸດໃຈຈາກຫວຽດນາມ. ນອກຈາກນັ້ນ, ເຈດຕະນາດີໜູນຊ່ວຍນັ້ນສອງປະເທດຍັງສະແດງອອກໃຫ້ເຫັນຢູ່ເວທີປາໄສສາກົນ ແລະ ຫຼາຍຝ່າຍ.
ສາດສະດາຈານ Archana Upadhyay ເນັ້ນໜັກວ່າ: “ຄວາມຈິງແລ້ວ ພວກເຮົາພວມດໍາລົງຊີວິດຢູ່ກຸ່ມກ້ອນຫຼາຍຂົ້ວ ແລະເມື່ອພວກເຮົາເວົ້າເຖິງບາງຂົ້ວອໍານາດນັ້ນ, ຫວຽດນາມ ພົ້ນເດັ່ນຂຶ້ນຄືດັ່ງຂົ້ວອໍານາດທີ່ສໍາຄັນ ເມື່ອພິຈາລະນາກ່ຽວກັບຄວາມສາມາດເຕີບໂຕດ້ານເສດຖະກິດ ແລະມໍລະດົກວັດທະນະທໍາ. ຫວຽດນາມ ພົ້ນເດັ່ນຂຶ້ນຄືດັ່ງສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງ. ສ່ວນເນປານ ກໍແມ່ນສະຖານນັດພົບ, ທ່ອງທ່ຽວສໍາຄັນເມື່ອພິຈາລະນາທາງດ້ານພຸດທະສາສະໜາ, ການທ່ອງທ່ຽວຜະຈົນໄພ, ການປີນພູຜະຈົນໄພ. ຈຸດຄ້າຍຄືກັນນັ້ນ ກໍາລັງຊຸກຍູ້ປະຊາຊົນສອງປະເທດຫຍັບເຂົ້າໃກ້ກັນກວ່າ”.
ຕາມທ່ານນາງສາດສະດາຈານ Archana Upadhyay ແລ້ວ, ໃນສາຍພົວພັນມິດຕະພາບດັ່ງກ່າວ, ເນປານ ສາມາດຮ່ຳຮຽນຫຼາຍຢ່າງຈາກ ຫວຽດນາມ ເພາະວ່າປະຈຸບັນ ຫວຽດນາມ ໄດ້ເປັນແບບຢ່າງກ່ຽວກັບການພັດທະນາເສດຖະກິດ ດ້ວຍການພັດທະນາທີ່ເປັນໜ້າສົນໃຈ. ຜ່ານນັ້ນ, ສອງປະເທດສາມາດຊຸກຍູ້ການຮ່ວມມືດ້ານເສດຖະກິດຫຼາຍປະເພດເພື່ອໜູນຊ່ວຍໃຫ້ກັນ.
ໂດຍ: ທູຈາງ