ທີ່ການຕ້ອນຮັບ, ທ່ານ ຟ້າມມິງຈິ໊ງ ສະແດງຄວາມປາດຖະໜາຢາກ WB ສືບຕໍ່ເສີມຂະຫຍາຍບົດບາດເປັນຄູ່ຮ່ວມມືພັດທະນາແຖວໜ້າ, ແບ່ງປັນບົດຮຽນ ແລະເພີ່ມທະວີການໜູນຊ່ວຍຫວຽດນາມ ໃນການຮັກສາສະຖຽນລະພາບເສດຖະກິດມະຫາພາກ, ຊຸກຍູ້ການເຕີບໂຕໄວ, ຍືນຍົງ; ໜູນຊ່ວຍຫວຽດນາມ ຜັນຂະຫຍາຍບັນດາລາຍການພັດທະນາເສດຖະກິດສີຂຽວ, ເສດຖະກິດດີຈີຕອນ, ເສດຖະກິດໝູນວຽນ, ຍົກສູງຄວາມສາມາດແກ່ງແຍ້ງ ແລະຄວາມສາມາດຕ້ານທານຂອງພື້ນຖານເສດຖະກິດຕໍ່ບັນດາການກະທົບກະເທືອນຈາກພາຍນອກຢ່າງມີປະສິດທິຜົນ. ທ່ານນາຍົກລັດຖະມົນຕີ ສະເໜີທ່ານນາງ Mariam J.Sherman ມີຂໍ້ສະເໜີທີ່ແທດຈິງໃຫ້ລັດຖະບານໃນການສ້າງນະໂຍບາຍ, ໂຄງການຮ່ວມມືລະຫວ່າງເຂດ, ລະຫວ່າງຊາດໃນບັນດາຂົງເຂດທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ຄື: ຄົມມະນາຄົມ, ພະລັງງານ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະຄຸ້ມຄອງແຫຼ່ງນໍ້າ, ພິເສດແມ່ນຢູ່ອະນຸພາກພື້ນແມ່ນໍ້າຂອງ.
    |
 |
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ຕ້ອນຮັບທ່ານນາງ Mariam J.Sherman ຜູ້ອໍານວຍການແຫ່ງຊາດທະນາຄານໂລກ (WB) ພາກພື້ນຫວຽດນາມ, ລາວ, ກໍາປູເຈຍ. ພາບ: ສໍານັກຂ່າວສານຫວຽດນາມ |
ທ່ານນາງ Mariam J.Sherman ຕີລາຄາສູງຍຸດທະສາດພັດທະນາປະເທດໃນສະໄໝໃໝ່ຂອງຫວຽດນາມ; WB ສະໜັບສະໜູນ ແລະຈະຮ່ວມເດີນທາງ, ໜູນຊ່ວຍຫວຽດນາມ ໃນວິວັດການນີ້, ໂດຍສະເພາະແມ່ນຂົງເຂດເຊິ່ງຫວຽດນາມ ບຸລິມະສິດ, ໃນນັ້ນມີຂໍ້ສະເໜີສະຫງວນໃຫ້ຫວຽດນາມ ບ້ວງເງິນກູ້ຢືມກວ່າ 11 ຕື້ໂດລາສະຫະລັດ ໃນ 5 ປີຈະມາເຖິງ. ທ່ານນາງ Mariam J.Sherman ສະເໜີທ່ານນາຍົກລັດຖະມົນຕີ ຊີ້ນໍາບັນດາກະຊວງ, ຂະແໜງການ, ອົງການຂອງຫວຽດນາມ ຍູ້ໄວການກະກຽມໂຄງການ ແລະຄວາມຄືບໜ້າຜັນຂະຫຍາຍບັນດາໂຄງການ, ໂດຍສະເພາະແມ່ນຂົງເຂດ, ໂຄງການບຸລິມະສິດ...
ທ່ານ ຟ້າມມິງຈິ໊ງ ສະເໜີ WB ສືບຕໍ່ໜູນຊ່ວຍຫວຽດນາມ ດ້ວຍອັດຕາດອກເບ້ຍໃນບັນດາຂົງເຂດບຸລິມະສິດ, ຄື: ພື້ນຖານໂຄງລ່າງ, ພະລັງງານ, ກະສິກໍາ, ໜູນຊ່ວຍພັດທະນາເສດຖະກິດພາກເອກະຊົນ. ພິເສດ, ທ່ານນາຍົກລັດຖະມົນຕີ ສະເໜີ WB ໜູນຊ່ວຍທຶນເພື່ອໃຫ້ຫວຽດນາມ ພັດທະນາໂຄງການລົງທຶນສ້າງເສັ້ນທາງລົດໄຟດ່ວນເໜືອ-ໃຕ້ ຄາດວ່າຈະເລີ່ມກໍ່ສ້າງໃນປີ 2026 ດ້ວຍຍອດເງິນລົງທຶນປະມານ 67 ຕື້ໂດລາສະຫະລັດ.
ເຫັນດີກັບຄຳເຫັນຂອງທ່ານນາຍົກລັດຖະມົນຕີ, ທ່ານນາງ Mariam J. Sherman ໃຫ້ຮູ້ວ່າ ຈະລາຍງານຄວາມເຫັນດັ່ງກ່າວໃຫ້ປະທານ WB; ໃຫ້ຄຳໝັ້ນສັນຍາຊອກຫາແຫຼ່ງທຶນບຸລິມະສິດອື່ນ, ພ້ອມກັນນັ້ນ ກໍ່ໃຫ້ຄຳປຶກສານະໂຍບາຍ, ເຕັກນິກ ແລະວິຊາສະເພາະເພື່ອຊ່ວຍໃຫ້ຫວຽດນາມ ກະກຽມ ແລະຜັນຂະຫຍາຍບັນດາໂຄງການໂດຍໃຊ້ເງິນກູ້ຢືມຈາກ WB ແລະຂອງນັກອຸປະຖໍາອື່ນໃຫ້ມີປະສິດທິຜົນ.
ເນັ້ນໜັກ WB ໄດ້ໜູນຊ່ວຍ, ປະກອບສ່ວນຊ່ວຍປະຊາຊົນຫວຽດນາມ ຫຼຸດພົ້ນອອກຈາກຄວາມທຸກຍາກ, ປາດຖະໜາຢາກ WB ສືບຕໍ່ໜູນຊ່ວຍຫວຽດນາມ ສ້າງຄວາມຮັ່ງມີ, ທ່ານນາຍົກລັດຖະມົນຕີ ເຫັນດີເປັນເອກະສັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ- WB; ສະເໜີກົນໄກພົບປະລະຫວ່າງນາຍົກລັດຖະມົນຕີ ກັບປະທານ WB ເພື່ອຊຸກຍູ້ການຮ່ວມມືລະຫວ່າງສອງຝ່າຍໃຫ້ນັບມື້ນັບແທດຈິງ, ມີປະສິດຜົນ.
ໂດຍ: ໄຊນີດາ