leftcenterrightdel
ທ່ານ ຫງວຽນວັນຮຸ່ງ ລັດຖະມົນຕີກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວຫວຽດນາມ ຕ້ອນຮັບທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີ ແຫ່ງ ລາຊະອານາຈັກ ໄທ ຢູ່ສະໜາມບິນສາກົນໂນ້ຍບ່າຍ, ຮ່າໂນ້ຍ. ພາບ: ສໍານັກຂ່າວສານຫວຽດນາມ

ຕ້ອນຮັບຄະນະ ຢູ່ສະໜາມບິນສາກົນໂນ້ຍບ່າຍ ມີທ່ານ ຫງວຽນວັນຮຸ່ງ ລັດຖະມົນຕີກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວຫວຽດນາມ; ທ່ານ ຫງວຽນແມັ້ງເກື່ອງ  ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ; ທ່ານ ຟ້າມຫວຽດຮຸ່ງ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ໄທ.

ຕິດຕາມຄະນະ ມີ: ທ່ານ Suriya Jungrungreangkit, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງຄົມມະນາຄົມ; ທ່ານ Maris Sangiampongsa ລັດຖະມົນຕີກະຊວງການຕ່າງປະເທດ; ທ່ານ Sorawong Thienthong ລັດຖະມົນຕີກະຊວງທ່ອງທ່ຽວ ແລະກິລາ; ທ່ານ Julapun Amornvivat ຮອງລັດຖະມົນຕີກະຊວງການເງິນ; ທ່ານ Prommin Lertsuridej ເລຂາທິການໃຫຍ່ຂອງນາຍົກລັດຖະມົນຕີ; ທ່ານ Chai Wacharonke ຜູ້ຕາງໜ້າການຄ້າໄທ; ທ່ານ Umesh N. Pandey ຜູ້ຕາງໜ້າການຄ້າໄທ; ທ່ານ Jirayu Houngsub ໂຄສົກລັດຖະບານ; ທ່ານນາງ Urawadee Sriphiromya ເອກອັກຄະລັດຖະທູດ ໄທ ປະຈໍາ ຫວຽດນາມ.

leftcenterrightdel
ພິທີຕ້ອນຮັບທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງ ລາຊະອານາຈັກ ໄທ ຢູ່ສະໜາມບິນສາກົນໂນ້ຍບ່າຍ, ຮ່າໂນ້ຍ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານ ຟ້າມຫວຽດຮຸ່ງ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ໄທ ໃຫ້ຮູ້ວ່າ, ການຢ້ຽມຢາມຫວຽດນາມ ຂອງທ່ານ ນາງ ແພທອງທານ ຊິນນະວັດ ແມ່ນການຢ້ຽມຢາມຫວຽດນາມ ຢ່າງເປັນທາງການຄັ້ງທຳອິດຂອງນາຍົກລັດຖະມົນຕີ ໄທ ພາຍຫຼັງ 11 ປີນັບແຕ່ການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີ Prayut Chan-o-cha ເມື່ອປີ 2014, ໄດ້ດຳເນີນກົງກັບໂອກາດທີ່ສອງປະເທດມຸ່ງໄປເຖິງສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1976-2026), ເປັນຂີດໝາຍສຳຄັນໃນປະຫວັດສາດການພົວພັນທາງການທູດລະຫວ່າງສອງປະເທດ.

ໃນສະພາບການພົວພັນຄູ່ຮ່ວມມືຍຸດທະສາດເພີ່ມທະວີລະຫວ່າງຫວຽດນາມ ແລະໄທ ສືບຕໍ່ພັດທະນາຢ່າງດີງາມ, ຮອບດ້ານ ແລະນັບມື້ນັບເຂົ້າສູ່ລວງເລິກໃນທຸກຂົງເຂດ, ການຢ້ຽມຢາມຈະແມ່ນໂອກາດສຳຄັນເພື່ອໃຫ້ສອງຝ່າຍນຳການພົວພັນນັ້້ນສືບຕໍ່ພັດທະນາຂຶ້ນສູ່ລະດັບສູງໃໝ່, ແທດຈິງ ແລະມີປະສິດທິຜົນ...

ໂດຍ: ເຈິ່ນຮວ່ຽນ