“ບົດເພງໄຊຊະນະ”: ບົດເພງກ່ຽວກັບນ້ຳໃຈຮັກຊາດ ແລະຄວາມຄາດຫວັງອັນແຮງກ້າຕໍ່ໄຊຊະນະ
ກປ.ອອນໄລ - ຕອນຄ່ຳວັນທີ 2 ພຶດສະພາ, ລາຍການສະແດງສິລະປະ “ບົດເພງໄຊຊະນະ” ໄດ້ຈັດຂຶ້ນຢູ່ໂຮງລະຄອນ ໂຮ່ເກືອມ (ຮ່າໂນ້ຍ). ລາຍການດັ່ງກ່າວ ໂດຍກະຊວງຕຳຫຼວດ, ກົມວຽກງານການເມືອງ ຊີ້ນໍາໂຮງລະຄອນ ໂຮ່ເກືອມ ຈັດຕັ້ງຂຶ້ນເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນໄຊຊະນະຟາດຊິດ (9-5-1945 / 9-5-2025).
ໃນທ່າມກາງບັນຍາກາດປະຫວັດສາດເດືອນເມສາ, ຫວຽດນາມ ໄດ້ສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ ໂດຍມີການເຄື່ອນໄຫວທີ່ມີຄວາມໝາຍຫຼາຍຢ່າງ, ສະແດງໃຫ້ເຫັນການເຄົາລົບຄຸນຄ່າສັນຕິພາບ ແລະຄວາມຄາດຫວັງຢາກມີເອກະລາດ. ໂດຍແມ່ນຊົນຊາດທີ່ເຄີຍຜ່ານສົງຄາມ, ປະຊາຊົນຫວຽດນາມ ເຂົ້າໃຈຢ່າງເລິກເຊິ່ງເຖິງນ້ຳໃຈສາມັກຄີສາກົນ ແລະຄວາມໝາຍໄຊຊະນະຂອງບັນດາກຳລັງທີ່ຮັກຫອມສັນຕິພາບ. ໄຊຊະນະຟາດຊິດ ໄດ້ເປີດທາງໃຫ້ຫຼາຍປະເທດຫຼຸດພົ້ນອອກຈາກແອກປົກຄອງ, ສ້າງລະບົບສັງຄົມນິຍົມ, ໃນນັ້ນມີຫວຽດນາມ ດ້ວຍການຊ່ວຍເຫຼືອອັນໃຫຍ່ຫຼວງຈາກ ໂຊວຽດ. ໂຊວຽດ ແລະປະຈຸບັນ ສະຫະພັນລັດເຊຍ ຍາມໃດກໍ່ຄຽງບ່າຄຽງໄຫຼ່ພ້ອມກັບຫວຽດນາມ ໃນພາລະກິດປົດປ່ອຍ ແລະພັດທະນາປະເທດຊາດ, ບໍ່ພຽງແຕ່ໃນດ້ານການເມືອງ, ເສດຖະກິດເທົ່ານັ້ນ ຫາກຍັງຜ່ານການເຜີຍແຜ່ວັດທະນະທຳມະນຸດ, ນໍ້າໃຈມິດຕະພາບທີ່ເລິກເຊິ່ງ, ແໜ້ນແຟ້ນລະຫວ່າງສອງຊາດອີກດ້ວຍ.
    |
 |
ທ່ານ ໂຕເລິມ ເລຂາທິການໃຫຍ່ ແລະບັນດາຜູ້ແທນເຂົ້າຮ່ວມຮັບຊົມລາຍການສະແດງສິລະປະ “ບົດເພງໄຊຊະນະ”. ພາບ: ສໍານັກຂ່າວສານຫວຽດນາມ. |
ລາຍການດັ່ງກ່າວມີຄວາມໝາຍຢ່າງເລິກເຊິ່ງ, ເຊີດຊູໄຊຊະນະຂອງບັນດາກຳລັງຮັກຫອມສັນຕິພາບໃນໂລກ, ຢືນຢັນນ້ຳໃຈສາມັກຄີສາກົນ, ພິເສດແມ່ນນ້ຳໃຈມິດຕະພາບລະຫວ່າງ ຫວຽດນາມ ແລະ ສະຫະພັນລັດເຊຍ. ຜູ້ຊົມໄດ້ຮັບຊົມດົນຕີຄລາດສິກ ເຊັ່ນ "Symphony No.5" ຂອງ Shostakovich, "Overture 1812" ຂອງ Tchaikovsky ແລະຫຼາຍບົດເພງທີ່ມີຊື່ສຽງຂອງລັດເຊຍ ດ້ວຍເນື້ອເພງຫວຽດນາມ. ຄຽງຂ້າງນັ້ນແມ່ນບັນດາບົດເພງປະຕິວັດຂອງຫວຽດນາມ ເຊັ່ນ: “ໂຮ່ຈີມິນ ຊື່ງາມທີ່ສຸດ”, “ປະເທດເຕັມໄປດ້ວຍຄວາມເບີກບານມ່ວນຊື່ນ”… ລາຍການໄດ້ສ້າງຂຶ້ນຢ່າງອາລັງການດ້ວຍການເຂົ້າຮ່ວມຂອງວົງດົນຕີປະສານສຽງຮ່າໂນ້ຍ, ໂຮງດົນຕີລະຄອນລຳ ຫວຽດນາມ ແລະນັກສິລະປະແຖວໜ້າ, ສະແດງບົດເພງອະມະຕະກ່ຽວກັບນ້ຳໃຈຮັກຊາດ, ຄວາມຄາດຫວັງຢາກໄດ້ຮັບໄຊຊະນະ ແລະຢັ້ງຢືນສານສັນຕິພາບໃຫ້ແກ່ມວນມະນຸດ.
ໂດຍ: ຈາງຫງວຽນ