ແລກປ່ຽນບາງເນື້ອໃນຮ່ວມມືສອງຝ່າຍ, ທ່ານຮອງລັດຖະມົນຕີ ສອງທ່ານໄດ້ແບ່ງປັນຕີລາຄາວ່າ ການພົວພັນ ຫວຽດນາມ-ໄທ ພວມພັດທະນາເປັນຢ່າງດີ; ເຫັນດີເປັນເອກະພາບສົມທົບກັນຜັນຂະຫຍາຍການເຄື່ອນໄຫວຢ້ຽມຢາມຂັ້ນສູງສຳຄັນລະຫວ່າງສອງປະເທດ; ເສີມຂະຫຍາຍກົນໄກຮ່ວມມືສອງຝ່າຍ.

ສອງຝ່າຍເຫັນດີເປັນເອກະພາບສືບຕໍ່ເພີ່ມທະວີການຮ່ວມມືໃນຫຼາຍເສົາຄໍ້າ, ຄື: ຄວາມໝັ້ນຄົງ, ເສດຖະກິດ, ການທ່ອງທ່ຽວ, ການຮ່ວມມືທ້ອງຖິ່ນ ແລະການພົບປະແລກປ່ຽນປະຊາຊົນ; ຊຸກຍູ້ການລົງນາມໃນເອກະສານຮ່ວມມືຈຳນວນໜຶ່ງໃນບັນດາຂົງເຂດ ເຊິ່ງສອງຝ່າຍເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ ແລະສາມາດເສີມຂະຫຍາຍໃນໄລຍະຈະມາເຖິງ.

leftcenterrightdel
ທ່ານ ຫງວຽນແມັ້ງເກື່ອງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ. ພາບ: phunuvietnam.vn

* ວັນດຽວກັນ, ຢູ່ນະຄອນໂຮ່ຈີມິນ, ທ່ານ ຫງວຽນແມັ້ງເກື່ອງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ຕ້ອນຮັບທ່ານ Datuk Mohamad bin Alamin ຮອງລັດຖະມົນຕີກະຊວງການຕ່າງປະເທດມາເລເຊຍ ເນື່ອງໃນໂອກາດເຂົ້າຮ່ວມພິທີສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ.

ແລກປ່ຽນກ່ຽວກັບບາງເນື້ອໃນຮ່ວມມືສອງຝ່າຍລະຫວ່າງສອງປະເທດ, ທ່ານຮອງລັດຖະມົນຕີ ສອງທ່ານ ໄດ້ຕີລາຄາການພົວພັນຫວຽດນາມ-ມາເລເຊຍ ພັດທະນາອັນດີງາມໃນໄລຍະຜ່ານມາ. ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງລະຫວ່າງສອງປະເທດນັບມື້ນັບເພີ່ມຂຶ້ນ, ສະແດງໃຫ້ເຫັນຜ່ານການພົບປະ, ແລກປ່ຽນລະຫວ່າງການນຳຂັ້ນສູງສອງປະເທດເປັນປະຈຳ. ສອງຝ່າຍໄດ້ເຫັນດີເປັນເອກະພາບເນື້ອໃນໂຄງການດໍາເນີນງານຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ-ມາເລເຊຍ ໄລຍະ 2025-2030 ໂດຍໄວ ເພື່ອຫັນຂໍ້ຕົກລົງຂອງການນຳຂັ້ນສູງສອງປະເທດໃຫ້ປະກົດຜົນເປັນຈິງ.

ໂດຍ: ເຈິ່ນຮວ່ຽນ