“ຄືດັ່ງການຢັ້ງຢືນເປັນຫຼາຍຄັ້ງແລ້ວ, ຫວຽດນາມ ມີພື້ນຖານດ້ານນິຕິກໍາ ແລະພະຍາຍຫຼັກຖານປະຫວັດສາດຢ່າງພຽງພໍ ເພື່ອຢັ້ງຢືນອະທິປະໄຕຂອງຫວຽດນາມ ສຳລັບໝູ່ເກາະເຈື່ອງຊາ ສອດຄ່ອງກັບກົດໝາຍສາກົນ ກໍ່ຄືອະທິປະໄຕ, ສິດອະທິປະໄຕ, ສິດອຳນາດສານສໍາລັບເຂດທະເລຕ່າງໆທີ່ໄດ້ກໍານົດແມ່ນເໝາະສົມກັບສົນທິສັນຍາ ສະຫະປະຊາຊາດ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982.

leftcenterrightdel
ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ

ເລື່ອງບັນດາຝ່າຍທີ່ກ່ຽວຂ້ອງສົ່ງຄົນໄປເຖິງບັນດາໂຄງສ້າງຂຶ້ນກັບອະທິປະໄຕຂອງຫວຽດນາມ ໂດຍບໍ່ໄດ້ຮັບອະນຸຍາດຈາກຫວຽດນາມ ແມ່ນການກະທຳລະເມີດອະທິປະໄຕຂອງຫວຽດນາມ, ເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ, ໄປຝືນກັບຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC), ກໍ່ຄືຄວາມມານະພະຍາຍາມຂອງບັນດາປະເທດໃນການເຈລະຈາກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ໃນປັດຈຸບັນ.

ຫວຽດນາມ ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງເຄົາລົບອະທິປະໄຕຂອງຫວຽດນາມ ສຳລັບໝູ່ເກາະເຈື່ອງຊາ, ບໍ່ມີການກະທຳທີ່ເຮັດໃຫ້ສະພາບການສັບສົນ, ປະຕິບັດຕາມກົດໝາຍສາກົນ, ປະຕິບັດ DOC ຢ່າງເຂັ້ມງວດ, ພ້ອມກັນປະກອບສ່ວນເຂົ້າໃນການຮັກສາສັນຕິພາບ ແລະສະຖຽນລະພາບຢູ່ທະເລຕາເວັນອອກ. ພ້ອມທັງ, ຫວຽດນາມ ຍັງໃຫ້ຄຳໝັ້ນສັນຍາພ້ອມກັບບັນດາຝ່າຍທີ່ກ່ຽວຂ້ອງແກ້ໄຂການຂັດແຍ້ງກັນກ່ຽວກັບອະທິປະໄຕຜືນແຜ່ນດິນຢູ່ທະເລຕາເວັນອອກ, ໃນນັ້ນມີໝູ່ເກາະເຈື່ອງຊາ ໂດຍສັນຕິວິທີ.

ຫວຽດນາມ ໄດ້ຕິດຕໍ່ ແລະສົ່ງຈົດໝາຍຄັດຄ້ານບັນດາປະເທດທີ່ກ່ຽວຂ້ອງກ່ຽວກັບການເຄື່ອນໄຫວທີ່ລະເມີດອະທິປະໄຕຂອງຫວຽດນາມ ສຳລັບຫີນ ຮວ່າຍເອີນ ແລະໂຄງສ້າງທີ່ກ່ຽວຂ້ອງອື່ນອີກຂອງເຈື່ອງຊາ”.

ໂດຍ: ທູຈາງ