leftcenterrightdel
ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກຄອມມູນິດຫວຽດນາມ ແລະ ພັນລະຍາ. ພາບ: VOV

ວັນທີ 2 ພຶດສະພາ, ກະຊວງການຕ່າງປະເທດຫວຽດນາມ ໄດ້ອອກແຈ້ງການ ໂດຍໃຫ້ຮູ້ວ່າ: ໂດຍໄດ້ຮັບຄຳເຊີນຂອງທ່ານປະທານາທິບໍດີ ສ. ກາຊັກສະຖານ, Kassym-Jormat Tokayev; ທ່ານປະທານາທິບໍດີ ອາເຊັກໄບຢານ Ilham Aliyev; ທ່ານປະທານາທິບໍດີ ສະຫະພັນ ລັດເຊຍ Vladimir Putin ແລະ ທ່ານປະທານາທິບໍດີ ສ. ເບລາຣຸດ,  Aleksandr Lukashenko, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ ໂຕເລິມ ແລະພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ຈະເດີນທາງໄປຢ້ຽມຢາມທາງລັດຖະກິດ ສ. ກາຊັກສະຖານ, ສ.ອາເຊັກໄບຢານ ແລະຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແລະ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 80 ປີ ແຫ່ງວັນໄຊຊະນະໃນສົງຄາມປ້ອງກັນປະເທດອັນຍິ່ງໃຫຍ່ (1945-2025), ຢ້ຽມຢາມທາງລັດຖະກິດ ສ.ເບລາຣຸດ. ການເດີນທາງຢ້ຽມຢາມຕ່າງປະເທດຄັ້ງນີ້ຂອງທ່ານເລຂາທິການໃຫຍ່ ໂຕເລິມ ດຳເນີນແຕ່ວັນທີ 05 ພຶດສະພາ ຫາວັນທີ 12 ພຶດສະພາ.

ແຫຼ່ງຄັດຈາກ: vovworld.vn