ກ່າວຄຳເຫັນທີ່ລາຍການ, ທ່ານ ຟ້າມມິງຈິ໊ງ ໄດ້ສະແດງຄວາມສະເທື່ອນໃຈເມື່ອໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍໂກນດ໊າວ. ຕາງໜ້າການນໍາພັກ, ລັດ, ທ່ານ ຟ້າມມິງຈິ໊ງ ສະແດງຄວາມເຄົາລົບນັບຖື, ສົ່ງຄຳຢື້ຢາມຖາມຂ່າວ, ຄໍາອວຍພອນທີ່ດີງາມມາຍັງແມ່ຫວຽດນາມວິລະຊົນ, ວິລະຊົນກໍາລັງປະກອບອາວຸດປະຊາຊົນ, ບັນດານັກປະຕິວັດຜູ້ອາວຸໂສ, ການນໍາ, ອະດີດການນໍາສູນກາງ ແລະທ້ອງຖິ່ນ; ສະຫາຍ, ພີ່ນ້ອງຮ່ວມຊາດ, ພ້ອມທັງສະແດງຄວາມຮູ້ບຸນຄຸນຕໍ່ຄຸນງາມຄວາມດີອັນໃຫຍ່ຫຼວງ, ການປະກອບສ່ວນອັນໃຫຍ່ຫຼວງຂອງປະທານໂຮ່ຈິມິນຜູ້ຍິ່ງໃຫຍ່, ນັກປະຕິວັດຜູ້ອາວຸໂສ, ນັກວິລະຊົນ, ນັກຮົບເສຍສະຫຼະຊີວິດເພື່ອຊາດ, ທະຫານເສຍອົງຄະ, ທະຫານເຈັບປ່ວຍ, ນັກຮົບປະຕິວັດ, ສະຫາຍ ແລະ ພີ່ນ້ອງຮ່ວມຊາດທີ່ຖືກກັກຂັງ ແລະທໍລະມານ ດ້ວຍຈິດໃຈຕໍ່ສູ້, ການເສຍສະຫຼະອັນພິລະອາດຫານເພື່ອເອກະລາດ, ອິດສະຫຼະພາບ, ສັນຕິພາບ, ຄວາມເປັນເອກະພາບຊອງປະເທດ, ຂອງຊາດ, ເພື່ອຄວາມຜາສຸກ ແລະຄວາມອີ່ມໜໍາສໍາລານຂອງປະຊາຊົນ.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ກ່າວຄໍາເຫັນທີ່ລາຍການ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານນາຍົກລັດຖະມົນຕີ ຖືວ່າ ປະຈຸບັນ, ໂກນດ໊າວ ແມ່ນດິນແດນທີ່ມີຄວາມສະຫງົບສຸກ, ມີພະລັງຊີວິດແຂງແຮງ, ໄດ້ຮັບຖືວ່າແມ່ນ “ສະຖານທີ່ທ່ອງທ່ຽວ” ເພື່ອຄົ້ນຫາ ແລະຊອກຮູ້ປະຫວັດສາດ, ຈິດວິນຍານ, ນິເວດທະເລ. ທ່ານນາຍົກລັດຖະມົນຕີເນັ້ນໜັກວ່າ: “ການພັດທະນາຂອງໂກນດ໊າວ ບໍ່ພຽງແຕ່ຫັນປ່ຽນພາບພົດຂອງສະຖານທີ່ປະຫວັດສາດເທົ່ານັ້ນ, ຫາກຍັງປະກອບສ່ວນທີ່ຕັ້ງໜ້າເຂົ້າໃນຜົນງານລວມຂອງແຂວງບ່າເຣ້ຍ - ຫວຸງເຕົ່າ, ຢືນຢັນທີ່ຕັ້ງເປັນແຂວງນໍາໜ້າດ້ານເສດຖະກິດທາງທິດຕາເວັນອອກພາກໃຕ້ ແລະນັບມື້ນັບສວມບົດບາດສຳຄັນກວ່າໃນການພັດທະນາຂອງທົ່ວປະເທດ”.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ  ຈູດໃຕ້ທຽນ ທີ່ຂຸມຝັງສົບນັກປະຕິວັດ ຫງວຽນອານນິງ ຢູ່ສຸສານຮ່າງເຢືອງ. ພາບ: ສໍານັກຂ່າວສານຫວຽດນາມ
leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ  ພ້ອມດ້ວຍຜູ້ແທນຈູດໃຕ້ທຽນສະແດງຄວາມຮູ້ບຸນຄຸນຕໍ່ບັນດານັກວິລະຊົນ ຢູ່ສຸສານຮ່າງເຢືອງ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານ ຟ້າມມິງຈິ໊ງ ຢືນຢັນວ່າ ບົດບາດ, ຄວາມສາມາດບົ່ມຊ້ອນແຫ່ງການພັດທະນາຂອງໂກນດ໊າວ ແມ່ນໃຫຍ່ຫຼວງ, ໄດ້ກຳນົດຢ່າງຈະແຈ້ງໃນທິດທາງ ແລະຍຸດທະສາດພັດທະນາຂອງປະເທດ ແລະແຂວງບ່າເຣ້ຍ - ຫວຸງເຕົ່າ, ໝັ້ນໝາຍຈະປະກອບສ່ວນຫຼາຍກວ່າອີກເຂົ້າໃນການພັດທະນາຂອງແຂວງບ່າເຣ້ຍ - ຫວຸງເຕົ່າ, ທິດຕາເວັນອອກພາກໃຕ້, ກໍຄືຂະແໜງການ, ຂົງເຂດສໍາຄັນຂອງທົ່ວປະເທດ, ພິເສດແມ່ນດ້ານເສດຖະກິດທະເລ, ໂລຈິດສະຕິກ, ການທ່ອງທ່ຽວ, ວັດທະນະທໍາ,  ປະຫວັດສາດ, ຈິດວິນຍານ, ນິເວດທະເລ, ເກາະລະດັບພາກພື້ນ ແລະ ສາກົນ.

leftcenterrightdel
ລາຍການສະແດງສິລະປະ “ໂກນດ໊າວ - ບົດເພງແຫ່ງເຈດຈໍານົງຫວຽດນາມ” ເປັນການສະແດງຄວາມຮູ້ບຸນຄຸນຕໍ່ລຸ້ນພໍ່ລຸ້ນອ້າຍ, ຜູ້ທີ່ໄດ້ເສຍສະຫຼະຊີວິດ ແລະກາຍເປັນສັນຍາລັກຂອງນໍ້າໃຈ ຮັກຊາດ, ເຈດຈໍານົງອັນອົງອາດກ້າແກ່ນ, ຄວາມຄາດຫວັງອິດສະລະພາບ. ພາບ: ສໍານັກຂ່າວສານຫວຽດນາມ

ໃນລາຍການ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ພ້ອມດ້ວຍບັນດາຜູ້ແທນໄດ້ຈູດໃຕ້ທຽນ, ທູບທຽນບູຊາຢູ່ຂຸມຝັງສົບຂອງອະດີດເລຂາທິການໃຫຍ່ ເລຮົ່ງຟອງ, ນັກປະຕິວັດ ຫງວຽນອານນິງ, ບັນດານັກວິລະຊົນກໍາລັງປະກອບອາວຸດປະຊາຊົນ ຫວໍທິເຊົ໊າ, ເຈິ່ນວັນເທີ່ຍ ແລະ ບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດຢ່າງພິລະອາດຫານ ເພື່ອພາລະກິດປົດປ່ອຍຊາດ.

ໂດຍ: ທູຈາງ