    |
 |
ການນໍາພັກ, ລັດ ແລະບັນດາຜູ້ແທນສາກົນ ເຂົ້າຮ່ວມພິທີສະເຫຼີມສະຫຼອງ. |
ເຂົ້າຮ່ວມພິທີ ມີບັນດາສະຫາຍ: ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ; ເລືອງເກື່ອງ, ປະທານປະເທດ ແຫ່ງສາທາລະນະລັດ ສັງຄົມນິຍົມຫວຽດນາມ; ທ່ານ ຟ້າມມິງຈິງ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ; ທ່ານ ເຈິ່ນແທັງເໝິນ, ປະທານສະພາແຫ່ງຊາດ ແຫ່ງສາທາລະນະລັດ ສັງຄົມນິຍົມ ຫວຽດນາມ...
    |
 |
ສະຫາຍ ໂຕ ເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນ ກາງພັກກອມມູນິດຫວຽດນາມ ແລະ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໂບກທຸງບັນດາກ້ອນກໍາລັງສວນສະໜາມ, ເດີນຂະບວນ. ພາບ: qdnd.vn |
ເຂົ້າຮ່ວມພິທີຍັງມີບັນດາສະຫາຍການນຳ ແລະອະດີດການນຳພັກ, ລັດ, ແນວໂຮມປະເທດຊາດຫວຽດນາມ, ບັນດາສະຫາຍພະນັກງານປະຕິວັດອາວຸໂສ, ແມ່ຫວຽດນາມວິລະຊົນ, ນັກວິລະຊົນກໍາລັງປະກອບອາວຸດປະຊາຊົນ ແລະ ນັກວິລະຊົນແຮງງານ; ການນຳບັນດາກະຊວງ, ຂະແໜງການຂັ້ນສູນກາງ ແລະທ້ອງຖິ່ນ; ນັກຮົບເກົ່າທີ່ເຄີຍເຂົ້າຮ່ວມບັ້ນຮົບໂຮ່ຈີມິນ ໃນລະດູໃບໄມ້ປົ່ງ ປີ 1975...
    |
 |
ທ່ານ ໂຕເລິມ ເລຂາທິການໃຫຍ່ ກ່າວສູນທອນພົດທີ່ພິທີສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້ຫວຽດນາມ ແລະທ້ອນໂຮມປະເທດຊາດ ເປັນເອກະພາບ ຄົບຮອບ 50 ປີ. ພາບ: ຈ້ອງຫາຍ. |
    |
 |
ທ່ານພົນຈັດຕະວາ ເຈິ່ນຫງອັກໂຖ, ອາຍຸ 79 ປີ, ອະດີດເສນາທິການທະຫານເຂດ 7, ຕາງໜ້າໃຫ້ບັນດາກໍາລັງເຂົ້າຮ່ວມບັ້ນຮົບໂຮ່ຈີມິນ ກ່າວຄໍາເຫັນທີ່ພິທີ. |
    |
 |
ສະຫາຍ ນາງ ຮວິ່ງແມ້ງເຟືອງ, ກຳມະການຄະນະບໍລິຫານງານສູນກາງຊາວໜຸ່ມນະຄອນໂຮ່ຈິມິນ, ເລຂາຄະນະຊາວໜຸ່ມມະຫາວິທະຍາໄລເສດຖະກິດ ແລະກົດໝາຍ, ມະຫາວິທະຍາໄລແຫ່ງຊາດນະຄອນໂຮ່ຈິມິນ ກ່າວຄໍາເຫັນທີ່ພິທີ. |
    |
 |
ສະຫາຍ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ຕາງໜ້າໃຫ້ການນໍາພັກ, ລັດ ມອບນາມມະຍົດ “ວິລະຊົນແຮງງານ” ໃຫ້ອົງຄະນະພັກ, ອໍານາດການປົກຄອງ ແລະປະຊາຊົນນະຄອນ ໂຮ່ຈີມິນ. |
ກ່າວສູນທອນພົດທີ່ພິທີ, ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກວ່າໃນເວລາອັນສັກສິດນີ້, ພວກເຮົາ ສະແດງຄວາມອາໄລຫາ ແລະຮູ້ບຸນຄຸນຕໍ່ຄຸນງາມຄວາມດີອັນໃຫຍ່ຫຼວງຂອງປະທານ ໂຮ່ຈີມິນ ຜູ້ນໍາທີ່ແສນເຄົາລົບຮັກ - ຜູ້ນໍາທີ່ປີຊາສາມາດຂອງພັກ ແລະຊາດເຮົາ, ອາຈານທີ່ຍິ່ງໃຫຍ່ຂອງການປະຕິວັດຫວຽດນາມ, ນັກວິລະຊົນປົດປ່ອຍຊາດ, ນັກວັດທະນະທຳຂອງໂລກ, ນັກຮົບທີ່ດີເດັ່ນຂອງຂະບວນການກອມມູນິດ ແລະຊາວຜູ້ອອກແຮງງານ ສາກົນ - ດ້ວຍຄວາມຄາດຫວັງຢາກປົດປ່ອຍພາກໃຕ້, ທ້ອນໂຮມ ປະເທດຊາດ ເປັນເອກະພາບ, ດ້ວຍຄວາມເຊື່ອໝັ້ນຕໍ່ໄຊຊະນະຢ່າງແນ່ນອນ “ເຖິງປະສົບຄວາມຫຍຸ້ງຍາກລໍາບາກ ທໍ່ໃດ, ປະຊາຊົນເຮົາ ຈະໄດ້ຮັບໄຊ ຊະນະຢ່າງສົມບູນທີ່ແນ່ນອນ. ປະເທດຊາດເຮົາ ຈະເປັນທ້ອນໂຮມ ເປັນເອກະພາບຢ່າງແນ່ນອນ. ພີ່ນ້ອງຮ່ວມຊາດ ພາກໃຕ້-ພາກເໜືອ ຈະໂຮມເຂົ້າເປັນອັນໜຶ່ງອັນດຽວ.
    |
 |
ບັນດາຜູ້ແທນປະຕິບັດພິທີເຄົາລົບທຸງຊາດທີ່ພິທີ. |
    |
 |
ການສະແດງປືນ ແລະສະແດງກອງແກວົງ. |
    |
 |
ພິທີຍິງລູກປືນໃຫຍ່ 21 ໜ່ວຍໃນເພງຊາດຫວຽດນາມ. |
    |
 |
ຮູບແຖວເຮລິກອບເຕີຂອງເຫຼົ່າທັບປ້ອງກັນອາກາດ-ທະຫານອາກາດ ບິນສະແດງເປີດສາກໃຫ້ແກ່ພິທີສະເຫຼີມສະຫຼອງ. |
    |
 |
ຝູງບິນຂັບໄລ່ Su-30MK2 ຂອງເຫຼົ່າທັບປ້ອງກັນອາກາດ-ທະຫານອາກາດ ເຂົ້າຮ່ວມການບິນສະແດງ ທີ່ພິທີສະເຫຼີມສະຫຼອງ. |
    |
 |
ບັນດາກ້ອນກໍາລັງສວນສະໜາມ ພວມເຂົ້າຜາມໄຊ. |
    |
 |
ທຸງພັກ, ທຸງຊາດ ປິວສະບັດ, ສັນຍາລັກໃຫ້ແກ່ອຸດົມການ, ຄວາມເຊື່ອໝັ້ນຕໍ່ໄຊຊະນະ; ຄຸນນະທາດ, ພູມປັນຍານໍາພາຂອງພັກກອມມູນິດຫວຽດນາມ; ກໍາລັງແຮງຂອງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ. |
    |
 |
ລົດແຫ່ຮູບປະທານ ໂຮ່ຈີມິນ ເຂົ້າຜາມໄຊ. |
    |
 |
ລົດຈໍາລອງສັນຍາລັກ 50 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດ ເປັນເອກະພາບ. |
    |
 |
ພົນຕີ ຫງວຽນກວາງຫງອັກ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ ບັນຊານໍາໜ້າບັນດາກ້ອນກໍາລັງທີ່ຕົວແທນໃຫ້ກອງທັບປະຊາຊົນຫວຽດນາມ ແລະທະຫານລາດປ້ອງກັນຕົວ ເຂົ້າຜາມໄຊ. |
    |
 |
ທ່ານພົນເອກ ຟານວັນຢາງ ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ແລະພົນເອກ ເລືອງຕາມກວາງ ກໍາມະການກົມການເມືອງ, ລັດຖະມົນຕີກະຊວງຕໍາຫຼວດຫວຽດນາມ ໂບກທຸງຝູງບິນສະແດງຂອງເຫຼົ່າທັບປ້ອງກັນອາກາດ-ທະຫານອາກາດ. |
    |
 |
ບັນດາກ້ອນກໍາລັງຢືນ ແລະກໍາລັງກອງແກວົງປະຕິບັດໜ້າທີ່ຢູ່ພິທີສະເຫຼີມ ສະຫຼອງ. |
    |
 |
ປະຊາຊົນ ຕິດຕາມເບິ່ງຝູງບິນສະແດງຂອງເຫຼົ່າທັບປ້ອງກັນອາກາດ-ທະຫານອາກາດ ທີ່ພິທີສະເຫຼີມສະຫຼອງ. |
ພວກເຮົາ ຂອບໃຈຢ່າງຈິງໃຈຕໍ່ການສະໜັບສະໜູນ, ການຊ່ວຍເຫຼືອອັນໃຫຍ່ຫຼວງ, ລໍ້າຄ່າ, ໝົດຈິດໝົດໃຈ, ສັດຊື່ບໍລິສຸດຜຸດຜ່ອງຂອງບັນດາສະຫາຍອ້າຍນ້ອງ ແລະເພື່ອນມິດສາກົນ, ບັນດາກໍາລັງກ້າວໜ້າ ແລະປະຊາຊົນຮັກຫອມສັນຕິພາບໃນໂລກ ຕໍ່ພາລະກິດຕໍ່ສູ້ປົດປ່ອຍຊາດ, ທ້ອນໂຮມປະເທດຊາດເປັນເອກະພາບຂອງປະຊາຊົນຫວຽດນາມ.
    |
 |
ກ້ອນກໍາລັງສວນສະໜາມຕົວແທນໃຫ້ກອງທັບຫ້າປີກ. |
    |
 |
ກ້ອນກໍາລັງສວນສະໜາມນາຍທະຫານສື່ສານຍິງ. |
    |
 |
ກ້ອນກໍາລັງສວນສະໜາມນາຍທະຫານປ້ອງກັນອາກາດ-ທະຫານອາກາດ. |
    |
 |
ອນກໍາລັງສວນສະໜາມນັກຮົບກອງທັບປົດປ່ອຍ. |
    |
 |
ກ້ອນກໍາລັງສວນສະໜາມນາຍທະຫານຊາຍແດນ. |
    |
 |
ກ້ອນກໍາລັງສວນສະໜາມຕໍາຫຼວດທະເລຫວຽດນາມ. |
    |
 |
ກ້ອນກໍາລັງສວນສະໜາມນັກຮົບກໍາລັງພິເສດ. |
    |
 |
ກ້ອນກໍາລັງສວນສະໜາມນັກຮົບສູ້ຮົບເອເລັກໂຕນິກ. |
    |
 |
ກ້ອນກໍາລັງສວນສະໜາມສູ້ຮົບທາງເຄືອຂ່າຍອິນເຕີແນັດ. |
    |
 |
ກ້ອນກໍາລັງສວນສະໜາມທະຫານເຮືອ. |
    |
 |
ກ້ອນກໍາລັງສວນສະໜາມຮັກສາສັນຕິພາບຍິງ ສປຊ ຂອງກອງທັບປະຊາຊົນ ຫວຽດນາມ. |
    |
 |
ກ້ອນກໍາລັງສວນສະໜາມກອງທັບແຫ່ງລາຊະອານາຈັກ ກໍາປູເຈຍ. |
    |
 |
ກ້ອນກໍາລັງສວນສະໜາມທະຫານລາດຊາຍທະເລ. |
    |
 |
ກ້ອນກໍາລັງສວນສະໜາມກອງຫຼອນຍິງພາກໃຕ້. |
    |
 |
ກ້ອນກໍາລັງສວນສະໜາມກອງກຽດຕິຍົດຂອງກອງທັບປົດປ່ອຍປະຊາຊົນຈີນ. |
    |
 |
ກ້ອນກໍາລັງເຍົາວະຊົນ-ອະນຸຊົນ ແລະຊາວໜຸ່ມຫວຽດນາມ ເຂົ້າຮ່ວມພິທີສະເຫຼີມສະຫຼອງ. |
ຕາງໜ້າໃຫ້ລຸ້ນໜຸ່ມກ່າວຄຳເຫັນທີ່ພິທີ, ສະຫາຍ ນາງ ຮວິ່ງແມ້ງເຟືອງ, ກຳມະການຄະນະບໍລິຫານງານສູນກາງຊາວໜຸ່ມນະຄອນໂຮ່ຈິມິນ, ເລຂາຄະນະຊາວໜຸ່ມມະຫາວິທະຍາໄລເສດຖະກິດ ແລະກົດໝາຍ, ມະຫາວິທະຍາໄລແຫ່ງຊາດນະຄອນໂຮ່ຈິມິນ ໃຫ້ຮູ້ວ່າ: “ຈາກບັນດາໜ້າປະຫວັດສາດ, ຮູບເງົາ, ປຶ້ມ, ໜັງສືພິມ, ບັນດາບົດເພງປະຕິວັດ, ພວກຫຼານ ໄດ້ຮຽນ, ໄດ້ອ່ານ, ໄດ້ຊົມ, ໄດ້ຟັງ, ພວກຫຼານ ຍິ່ງຮູ້ສຶກເອກອ້າງທະນົງໃຈ ແລະຮູ້ໄດ້ຄຸນຄ່າຂອງສັນຕິພາບ, ຍິ່ງນິຍົມນັບຖື, ຮູ້ບຸນຄຸນ ແລະເຄົາລົບບັນ ດາຮຸ່ນພໍ່ຮຸ່ນກ່ອນ”.
    |
 |
ກ້ອນກໍາລັງສວນສະໜາມຂອງກອງທັບປະຊາຊົນ ລາວ ເຂົ້າຜາມໄຊ. ພາບ: qdnd.vn |
    |
 |
ກ້ອນກໍາລັງສວນສະໜາມທະຫານລາດຍິງພາກເໜືອ. |
    |
 |
ເຊີດຊູນັກຮົບວິລະຊົນກໍາລັງປະກອບອາວຸດປະຊາຊົນ, ນັກວິລະຊົນແຮງງານ ແລະພະຍານປະຫວັດສາດ. |
    |
 |
ປະຊາຊົນ ຊົມການສວນສະໜາມ, ເດີນຂະບວນທີ່ພິທີ. |
    |
 |
ທ່ານພົນເອກ ຟານວັນຢາງ ແລະບັນດາຜູ້ແທນ ເຂົ້າຮ່ວມພິທີສະເຫຼີມສະຫຼອງ. |
ໂດຍແມ່ນອະນາຄົດຂອງຄົນລຸ້ນໃໝ່, ໄວໜຸ່ມພວກຫຼານ ໃຫ້ຄໍາໝັ້ນສັນຍາຈະສຶກສາຮໍ່າຮຽນຕະຫຼອດຊີວິດ, ເປັນເຈົ້າວິທະຍາສາດ ແລະເຕັກໂນໂລຢີ, ນໍາໜ້າໃນການຫັນເປັນດີຈີຕອນແຫ່ງຊາດ, ເປັນເຈົ້າການຕັ້ງໜ້າໃນດຳເນີນທຸລະກິດ, ປ່ຽນແປງໃໝ່ປະດິດສ້າງ, ພັດທະນາເສດຖະກິດສີຂຽວ, ເສດຖະກິດໝູນວຽນ, ມີຄວາມໝັ້ນໃຈຕົນເອງກ້າວອອກສູ່ໂລກດ້ວຍຄວາມຮູ້ອັນກວ້າງຂວາງ, ກໍາລັງກາຍແຂງແຮງ ແລະຈິດໃຈທີ່ເຕັມໄປດ້ວຍສີສັນວັດທະນະທຳຫວຽດນາມ...”
    |
 |
ປະຊາຊົນ ໂບກທຸງຂໍ່ານັບຮັບຕ້ອນວັນທີ 30 ເມສາ ໃນເສັ້ນທາງ ເລລາຍ, ເມືອງ 1, ນະຄອນ ໂຮ່ຈີມິນ. |
ກ່າວຄໍາເຫັນທີ່ພິທີມ ທ່ານພົນຈັດຕະວາ ເຈິ່ນຫງອັກໂຖ, ອາຍຸ 79 ປີ, ອະດີດເສນາທິການ ທະຫານເຂດ 7, ຕາງໜ້າໃຫ້ບັນດາກໍາລັງເຂົ້າຮ່ວມບັ້ນຮົບໂຮ່ຈີມິນ ໃຫ້ຮູ້ວ່າ: “ໂດຍແມ່ນຜູ້ທີ່ກັບຄືນຈາກການຕໍ່ສູ້ຕ້ານຈັກກະພັດອາເມລິກາ, ກູ້ຊາດ, ໄດ້ດຳລົງຊີວິດຢູ່ໃນປະເທດ ແຫ່ງສັນຕິພາບ, ເອກະລາດ, ເອກະພາບ, ທົ່ວປະເທດກ້າວຂຶ້ນສູ່ສັງຄົມ ນິຍົມ, ພວກຂ້າພະເຈົ້າ ຮູ້ສຶກດີໃຈ ແລະເອກອ້າງທະນົງໃຈທີ່ສຸດ ຕໍ່ບັນດາຜົນງານອັນໃຫຍ່ຫຼວງຂອງປະເທດ ພາຍຫຼັງເກືອບ 40 ປີແຫ່ງ ການປະຕິບັດພາລະກິດປ່ຽນແປງໃໝ່ ໂດຍ ພັກ ເປັນຜູ້ລິເລີ່ມ ແລະນໍາພາ”.
“ຮຸ່ນພວກຂ້າພະເຈົ້າ ຮູ້ສຶກພາກພູມໃຈ ແລະຢັ້ງຢືນວ່າ ໄດ້ປະຕິບັດສຳເລັດພາລະກິດຕໍ່ສູ້, ຍາດເອົາໄຊຊະນະ, ທ້ອນໂຮມປະເທດຊາດເປັນອັນໜຶ່ງອັນ ດຽວ ແລະສ້າງປະຖົມປັດໄຈໃຫ້ແກ່ປະເທດພັດທະນາ. ພວກຂ້າພະເຈົ້າ ເຊື່ອວ່າລຸ້ນໜຸ່ມໃນປັດຈຸບັນ ແລະພາຍພາກໜ້າ ຈະສືບທອດ ແລະເສີມຂະຫຍາຍມູນເຊື້ອຂອງຮຸ່ນພໍ່ຮຸ່ນອ້າຍ, ຂອງຊາດ, ມູນເຊື້ອເດັດຂາດສູ້ຮົບ-ເດັດຂາດ ມີໄຊ ຂອງກອງທັບປະຊາຊົນຫວຽດນາມ, ນໍາເອົາສະຕິປັນຍາຂອງຕົນ ເພື່ອກໍ່ສ້າງປະເທດເຮົາ ໃຫ້ນັບມື້ນັບຮັ່ງມີສວຍງາມ, ຈະເລີນຮຸ່ງເຮືອງ ແລະ ຜາສຸກ, ນໍາປະເທດ ກ້າວເຂົ້າສູ່ສັງກາດໃໝ່, ຄຽງບ່າຄຽງໄຫຼ່ກັບບັນດາປະ ເທດມະຫາອໍານາດຫ້າທະວີບ, ຄືດັ່ງຄວາມມຸ່ງມາດປາດຖະໜາຂອງປະ ທານໂຮ່ຈີມິນ”.
ເນື່ອງໃນໂອກາດນີ້, ເພື່ອຮັບຮູ້ບັນດາຜົນງານອັນພົ້ນເດັ່ນຂອງອົງຄະນະພັກ, ອໍານາດການປົກຄອງ ແລະປະຊາຊົນນະຄອນໂຮ່ຈິມິນ, ປະກອບສ່ວນເຂົ້າໃນພາລະກິດສ້າງສາສັງຄົມນິຍົມ ແລະ ປົກປັກຮັກສາປະເທດຊາດ, ພັກ ແລະ ລັດ ໄດ້ຕົກລົງມອບນາມມະຍົດວິລະຊົນແຮງງານໃຫ້ອົງຄະນະພັກ, ອໍານາດການປົກຄອງ ແລະ ປະຊາຊົນນະຄອນໂຮ່ຈິມິນ.
ໂດຍ: ໄຊຊະນະ