ທ່ານນາງ ຄໍາເພົາ ເອີນທະວັນ ເນັ້ນໜັກວ່າ ການຢ້ຽມຢາມທາງລັດຖະກິດ ສປປ ລາວ ຂອງທ່ານ ເລືອງເກື່ອງ ໄດ້ຊ່ວຍໃຫ້ປະຊາຊົນສອງປະເທດ ຫວຽດນາມ-ລາວ, ພິເສດແມ່ນລຸ້ນໜຸ່ມເຂົ້າໃຈກວ່າກ່ຽວກັບສາຍພົວພັນແບບພິເສດ ຫວຽດນາມ-ລາວ, ເພື່ອພ້ອມກັນສືບຕໍ່ເພີ່ມທະວີ, ພັດທະນາສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ ຫວຽດນາມ-ລາວ.

leftcenterrightdel
ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ທີ່ສະໜາມບິນສາກົນວັດໄຕ, ນະຄອນຫຼວງວຽງຈັນ, ລາວ. ພາບ: ສໍານັກຂ່າວສານຫວຽດນາມ

ຕາມທ່ານນາງ ຄໍາເພົາ ເອີນທະວັນ ແລ້ວ, ເຖິງວ່າສະພາບການພາກພື້ນ ແລະໂລກສືບຕໍ່ມີການຜັນແປຢ່າງສັບສົນ ແລະຍາກທີ່ຈະຄາດຄະເນລ່ວງໜ້າໄດ້ກໍ່ຕາມ, ແຕ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ-ລາວ, ລາວ-ຫວຽດນາມ ຍາມໃດກໍ່ໄດ້ຮັບການປັບປຸງ, ເພີ່ມພູນຄູນສ້າງ ແລະພັດທະນາອັນດີງາມໃນທຸກຂົງເຂດ, ນັບແຕ່ດ້ານການເມືອງ, ເສດຖະກິດ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການທູດໄປຍັງຂົງເຂດອື່ນໆ; ສອງປະເທດສືບຕໍ່ພ້ອມກັນຮັກສາເອກະລາດ, ສັນຕິພາບ, ສະຖຽນລະພາບ ເພື່ອການພັດທະນາແບບຍືນຍົງຂອງສອງປະເທດ.

ເນື່ອງໃນໂອກາດນີ້, ທ່ານນາງ ຄໍາເພົາ ເອີນທະວັນ ໄດ້ສົ່ງພອນໄຊອັນປະເສີດມາຍັງການນຳຂອງສອງພັກ, ສອງລັດ ເພື່ອສືບຕໍ່ຊີ້ນຳນໍາພາສອງປະເທດ ລາວ-ຫວຽດນາມ ນັບມື້ນັບພັດທະນາວັດທະນາຖາວອນ ແລະໝັ້ນແກ່ນກວ່າ; ອວຍພອນໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ຂຽວສົດງົດງາມ,  ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ.

ໂດຍ: ເຈິ່ນຮວ່ຽນ