ຂະບວນລົດໂດຍສານທ່ານ ເລືອງເກື່ອງ ປະທານປະເທດ ເຂົ້າມາທຳນຽບປະທານປະເທດລາວ ໃນບັນຍາກາດຕ້ອນຮັບຢ່າງອົບອຸ່ນຂອງນັກຮຽນ ແລະປະຊາຊົນນະຄອນຫຼວງວຽງຈັນ.

leftcenterrightdel
ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ແລະທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ ກວດແຖວກຽດຕິຍົດ. ພາບ: qdnd.vn
leftcenterrightdel
ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ ແນະນໍາຄະນະຜູ້ແທນລາວທີ່ເຂົ້າຮ່ວມພິທີຕ້ອນຮັບໃຫ້ທ່ານປະທານປະເທດ ເລືອງເກື່ອງ. ພາບ: qdnd.vn
leftcenterrightdel
ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ແນະນຳຄະນະຜູ້ແທນຫວຽດນາມ ທີ່ເຂົ້າຮ່ວມພິທີຕ້ອນຮັບໃຫ້ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ. ພາບ: qdnd.vn

ສິ້ນສຸດພິທີຕ້ອນຮັບ, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ ແລະ ທ່ານ ເລືອງເກື່ອງ ປະທານປະເທດ ໄດ້ແນະນຳບັນດາເຈົ້າໜ້າທີ່ຂອງສອງປະເທດທີ່ເຂົ້າຮ່ວມພິທີຕ້ອນຮັບ.

leftcenterrightdel
ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ແລະທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ ຖ່າຍຮູບທີ່ລະນຶກ. ພາບ: qdnd.vn

ພາຍຫຼັງພິທີຕ້ອນຮັບຢ່າງເປັນທາງການ, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ ແລະ ທ່ານ ເລືອງເກື່ອງ  ປະທານປະເທດຫວຽດນາມ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງສອງປະເທດ ເຂົ້າຮ່ວມການພົບປະເຈລະຈາ ເພື່ອປຶກສາຫາລືມາດຕະການປະກອບສ່ວນເຮັດໃຫ້ການພົວພັນຮ່ວມມືຮອບດ້ານລະຫວ່າງສອງປະເທດໃຫ້ເລິກເຊິ່ງ, ມີປະສິດທິຜົນກວ່າອີກ. ການນຳສອງປະເທດໄດ້ແລກປ່ຽນບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈເພື່ອແນໃສ່ເພີ່ມທະວີຄວາມເຂົ້າອົກເຂົ້າ, ກໍ່ຄືສືບຕໍ່ປະສານສົມທົບກັນຢ່າງແໜ້ນແຟ້ນ ແລະຮ່ວມມືຢ່າງມີປະສິດທິຜົນລະຫວ່າງຫວຽດນາມ - ລາວ ໃນເວທີປາໄສສາກົນ ແລະພາກພື້ນ.

ໂດຍ: ຈາງຫງວຽນ