leftcenterrightdel
ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ໂດຮຸ່ງວຽດ ຕ້ອນຮັບທ່ານ Kinzang Dorji ເອກອັກຄະລັດຖະທູດ ລາຊະອານາຈັກ Bhutan. ພາບ: vov.vn

ທ່ານຮອງລັດຖະມົນຕີ ໂດຮຸ່ງວຽດ ໄດ້ຕີລາຄາກການພົວພັນ ຫວຽດນາມ - Bhutan ພວມມີການພັດທະນາຢ່າງດີງາມ, ທ່ານສະເໜີສອງຝ່າຍເພີ່ມທະວີການແລກປ່ຽນຄະນະຂັ້ນສູງ ແລະ ທຸກຂັ້ນໃນໄລຍະຈະມາເຖິງ. ທ່ານຮອງລັດຖະມົນຕີ ກໍ່ສະແດງຄວາມຊົມເຊີຍຕໍ່ເລື່ອງ ສອງຝ່າຍເພີ່ມທະວີການເຊື່ອມຕໍ່, ເປີດກວ້າງການຮ່ວມມືທາງດ້ານວັດທະນະທຳ, ການທ່ອງທ່ຽວ.

ທ່ານ ໂດຮຸ່ງວຽດ ໃຫ້ຮູ້ວ່າ ຫວຽດນາມ ພ້ອມແລ້ວທີ່ຈະສົ່ງອອກບັນດາຜະລິດຕະພັນທີ່ເປັນທ່າແຮງໄປຍັງ Bhutan, ຄື: ຜະລິດຕະພັນກະເສດ, ສະບຽງອາຫານ, ສິນທະເລ, ສິນໃນນ້ຳ, ເຄື່ອງຈັກກະສິກຳ, ເອເລັກໂຕນິກ, ລົດໄຟຟ້າ; ພ້ອມທັງແບ່ງປັນວ່າ ຫວຽດນາມ ມີວິສາຫະກິດໃຫຍ່ຫຼາຍແຫ່ງທີ່ມີກຳລັງຄວາມສາມາດ, ອາດຈະໄປລົງທຶນຢູ່ Bhutan ໃນບັນດາຂົງເຂດຄື: ພື້ນຖານໂຄງລ່າງ, ໂທລະຄົມມະນາຄົມ, ການບໍລິການ. ທ່ານຮອງລັດຖະມົນຕີ ສະເໜີ ທ່ານເອກອັກຄະລັດຖະທູດ ຕັ້ງໜ້າແລກປ່ຽນ, ເຊື່ອມຕໍ່ລະຫວ່າງບັນດາອົງການ, ກະຊວງ, ຂະແໜງການ, ວິສາຫະກິດສອງປະເທດ ເພື່ອຊຸກຍູ້ບັນດາກາລະໂອກາດຮ່ວມມືສອງຝ່າຍ.

ສ່ວນທ່ານເອກອັກຄະລັດຖະທູດ Kinzang Dorji ເນັ້ນໝັກວ່າ Bhutan ຍາມໃດກໍ່ຖືຫວຽດນາມ ແມ່ນໜຶ່ງໃນບັນດາປະເທດ ບຸລິມະສິດເພື່ອຊຸກຍູ້ການພົວພັນສອງຝ່າຍກໍ່ຄືປາດຖະໜາຢາກຖອດຖອນບົດຮຽນປະສົບການພັດທະນາຂອງຫວຽດນາມ. ທ່ານເອກອັກຄະລັດຖະທູດ ປາດຖະໜາຢາກຊຸກຍູ້ຄວາມສາມາດບົ່ມຊ້ອນ ແລະ ກາລະໂອກາດຮ່ວມມືສອງປະເທດໃນບັນດາຂົງເຂດການຄ້າ, ການລົງທຶນ, ວັດທະນະທຳ, ການສຶກສາ, ການທ່ອງທ່ຽວ, ການຮ່ວມມືກ່ຽວກັບພຸດທະສາສະໜາ.

ໂດຍ: ກວຽດເຕິມ