leftcenterrightdel
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແລະທ່ານ Orlando Nicolás Hernández Guillén ເອກອັກຄະລັດຖະທູດກູບາ ປະຈໍາ ຫວຽດນາມ. ພາບ: qdnd.vn

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ສົ່ງຄໍາຂອບໃຈມາຍັງທ່ານ Miguel Díaz-Canel Bermúdez ເລຂາທີໜຶ່ງ, ປະທານປະເທດ ກູບາ ກ່ຽວກັບເລື່ອງກູບາ ພ້ອມແລ້ວທີ່ຈະສົ່ງຊ່ຽວຊານ, ແພດໝໍມາຊ່ວຍຫວຽດນາມ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸຢາກີ. ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ສະແດງຄວາມເພິ່ງພໍໃຈຕໍ່ບັນດາບາດກ້າວພັດທະນາອັນດີງາມລະຫວ່າງສອງປະເທດ; ຢັ້ງຢືນວ່າ ຫວຽດນາມ ຖືເປັນສໍາຄັນການພົວພັນສາມັກຄີ, ມິດຕະພາບພິເສດລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ ຢ່າງສະເໝີຕົ້ນສະເໝີປາຍ.

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຂອບໃຈທ່ານ Miguel Díaz-Canel Bermúdez ເລຂາທີໜຶ່ງ, ປະທານປະເທດກູບາ ທີ່ໄດ້ເຊື້ອເຊີນທ່ານ ໄປຢ້ຽມຢາມທາງລັດຖະກິດເຖິງ ກູບາ, ສະແດງຄວາມປາດຖະໜາວ່າ ການຢ້ຽມຢາມຈະປັບປຸງຄວາມໄວ້ເນື້ອເຊື່ອໃຈ, ຮັດແໜ້ນຄວາມສາມັກຄີສະໜິດຕິດພັນລະຫວ່າງສອງຊາດກວ່າອີກ; ປະກອບສ່ວນຍົກສູງປະສິດທິຜົນການຮ່ວມມື, ພັດທະນາໃຫ້ແທດຈິງ ແລະຍືນຍົງ.

leftcenterrightdel
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຕ້ອນຮັບທ່ານ Orlando Nicolás Hernández Guillén ເອກອັກຄະລັດຖະທູດກູບາ ປະຈໍາ ຫວຽດນາມ. ພາບ: qdnd.vn

ສ່ວນທ່ານ Orlando Nicolás Hernández Guillén ຢັ້ງຢືນວ່າ ພັກ, ລັດ ແລະ ປະຊາຊົນ ກູບາ ຍາມໃດກໍຕິດຕາມ ແລະຕີລາຄາສູງຜົນງານທີ່ຫວຽດນາມບັນລຸໄດ້ໃນໄລຍະເກືອບ 40 ປີແຫ່ງການປ່ຽນແປງໃໝ່ ພາຍໃຕ້ການນໍາພາຂອງພັກກອມມູນິດຫວຽດນາມ ໂດຍ ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເປັນຜູ້ນໍາໜ້າ, ກໍຄື ບົດຮຽນ ແລະປະສົບການໃນການນໍາພາພັດ ທະນາເສດຖະກິດ-ສັງຄົມ, ເປີດກວ້າງການພົວພັນຕ່າງປະເທດ, ເປັນເຈົ້າການເຊື່ອມໂຍງເຂົ້າກັບສາກົນຂອງຫວຽດນາມ, ບໍ່ພຽງແຕ່ເພີ່ມທະວີກໍາລັງແຮງສັງລວມຂອງປະເທດ ເທົ່ານັ້ນ ຫາກຍັງຍົກສູງຖານະທີ່ຕັ້ງ, ອິດທິພົນຊື່ສຽງຂອງຫວຽດນາມ ຢູ່ພາກພື້ນ ແລະໃນໂລກ ອີກດ້ວຍ.

leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: qdnd.vn

ທ່ານ Orlando Nicolás Hernández ຢັ້ງຢືນວ່າ ຄະນະນໍາຂັ້ນສູງ ແລະປະຊາຊົນກູບາ ຄອຍຖ້າທີ່ໄດ້ຕ້ອນຮັບທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ພ້ອມດ້ວຍພັນລະຍາ ແລະຄະນະຜູ້ແທນຂັ້ນສູງພັກ, ລັດຫວຽດນາມ ຢ້ຽມຢາມທາງລັດຖະກິດ ເຖິງກູບາ; ຢັ້ງຢືນເຈດຈໍານົງ ແລະຄວາມກຽມພ້ອມຂອງການນໍາຂັ້ນສູງກູບາ ໃນການປັບປຸງ, ຮັດແໜ້ນການພົວພັນປະຫວັດ ສາດພິເສດລະຫວ່າງສອງພັກ, ສອງລັດ ແລະສອງຊາດ ຢ່າງບໍ່ຢຸດຢັ້ງ. ທ່ານເອກອັກຄະລັດຖະທູດ ເຊື່ອໝັ້ນຢ່າງແນວແນ່ວ່າ ຜົນສໍາເລັດຂອງການຢ້ຽມຢາມ ຈະປະກອບສ່ວນສ້າງກໍາລັງໜູນຢ່າງແຂງແຮງໃນການພົວພັນລະຫວ່າງສອງປະເທດໃນໄລຍະຈະມາເຖິງ.

ໂດຍ: ໄຊຊະນະ