ຕອນເຊົ້າວັນທີ 9 ກັນຍາ, ຢູ່ຮ່າໂນ້ຍ, ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ  ແລະພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບທ່ານປະທານາທິບໍດີ ໂມຊຳບິກ Filipe Jacinto Nyusi ຢ່າງເປັນທາງການ. ນີ້ແມ່ນການຢ້ຽມຢາມຫວຽດນາມ ຄັ້ງທຳອິດ ຂອງທ່ານປະທານາທິບໍດີ Filipe Jacinto Nyusi ນັບແຕ່ເມື່ອຂຶ້ນກຳອຳນາດ ແລະ ແມ່ນການຢ້ຽມຢາມຫວຽດນາມ ຄັ້ງທຳອິດຂອງປະທານາທິບໍດີໂມຊຳບິກ ພາຍຫຼັງກວ່າ 17 ປີ.

leftcenterrightdel
ທ່​ານ​ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ໂມ​ຊຳ​ບິກ. ພາບ: qdnd.vn
leftcenterrightdel
ການນໍາສອງທ່ານກວດແຖວກຽດຕິຍົດ. ພາບ: qdnd.vn
leftcenterrightdel
ທ່​ານ​ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດຫວຽດນາມ  ແລະ​ທ່ານ Filipe Jacinto Nyusi ​ປະ​ທາ​ນາ​ທິ​ບໍ​ດີໂມ​ຊຳ​ບິກ. ພາບ: qdnd.vn
leftcenterrightdel
ທ່​ານ​ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ແລະພັນລະຍາ ຂໍ່ານັບຊົມເຊີຍການຢ້ຽມຢາມຫວຽດນາມ ຂອງທ່ານປະທານາທິບໍດີ ໂມຊຳບິກ Filipe Jacinto Nyusi ແລະພັນລະຍາ. ພາບ: qdnd.vn

ພາຍຫຼັງພິທີຕ້ອນຮັບ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແລະ ປະທານາທິບໍດີ Filipe Jacinto Nyusi ຈະນຳໜ້າຄະນະຜູ້ແທນສອງປະເທດເຂົ້າຮ່ວມການເຈລະຈາ, ຕີລາຄາໝາກຜົນການຮ່ວມມືລະຫວ່າງສອງປະເທດໃນໄລຍະຜ່ານມາ, ພິຈາລະນາບັນດາທິດທາງຮ່ວມມືໃນໄລຍະຈະມາເຖິງ. ການນຳສອງທ່ານກໍ່ເປັນສັກຂີພິຍານພິທີລົງນາມເອກະສານຮ່ວມມືຫຼາຍສະບັບ.

ໂດຍ: ກວຽດເຕິມ