leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: vov.vn

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢືນຢັນວ່າ ຊີມັງ, ເຫຼັກກ້າ, ວັດສະດຸກໍ່ສ້າງມີບົດບາດສຳຄັນທີ່ສຸດໃນການສ້າງສາ ແລະພັດທະນາປະເທດ; ແມ່ນວັດຖຸຫຼັກໃນການກໍ່ສ້າງກິດຈະກຳພື້ນຖານໂຄງລ່າງຕົວເມືອງ ແລະຊົນນະບົດ, ກິດຈະກຳພົນລະເຮືອນ, ອຸດສາຫະກຳ, ປ້ອງກັນຊາດ ແລະປ້ອງກັນຄວາມສະຫງົບ; ສ້າງວຽກເຮັດງານທຳໃຫ້ຄົນງານນັບລ້ານຄົນ...

ກ່ຽວກັບບັນດາໜ້າທີ່ ແລະມາດຕະການແກ້ໄຂຈຸດສຸມໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ ແລະທ້ອງຖິ່ນຊຸກຍູ້ການລົງທຶນພາກລັດ, ກໍ່ສ້າງພື້ນຖານໂຄງລ່າງຄົມມະນາຄົມ, ຊົນລະປະທານ, ລົງທຶນພັດທະນາໂຄງລ່າງຕົວເມືອງ, ຊົນນະບົດ, ກິດຈະກຳປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ທະເລ ແລະໝູ່ເກາະຮັບໃຊ້ການພັດທະນາເສດຖະກິດທາງທະເລ; ເພີ່ມທະວີການຜັນຂະຫຍາຍຈັດຕັ້ງແຜນຮ່າງລົງທຶນກໍ່ສ້າງເຮືອນສັງຄົມຢ່າງໜ້ອຍສຸດໃຫ້ໄດ້ 1 ລ້ານຫຼັງໃຫ້ບັນດາເປົ້າໝາຍທີ່ມີລາຍຮັບຕ່ຳ ແລະບັນດາໂຄງການແຜນການກໍ່ສ້າງເຮືອນຢູ່ອື່ນໆ; ເພີ່ມທະວີການນຳໃຊ້ເສັ້ນທາງເບຕົງຊີມັງເພື່ອກໍ່ສ້າງທາງຊົນນະບົດ, ເຂດພູດອຍ ແລະເສັ້ນທາງໃນເຂດທີ່ຖືກນ້ຳຖ້ວມເລື້ອຍໆ.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ. ພາບ: vov.vn

ທ່ານນາຍົກລັດຖະມົນຕີ ໄດ້ເນັ້ນໜັກເຖິງການລົງທຶນຍົກລະດັບ ແລະບູລະນະລວງເລິກເຊິ່ງກ່ຽວກັບເຕັກໂນໂລຊີ ແລະອຸປະກອນຂອງບັນດາໂຮງງານວັດສະດຸກໍ່ສ້າງທີ່ມີຢູ່ແລ້ວເພື່ອຫຼຸດຜ່ອນຕົ້ນທຶນການຜະລິດ, ປະຢັດ ພະລັງງານ ແລະຊັບພະຍາກອນທຳມະຊາດ, ປົກປັກຮັກສາສິ່ງແວດລ້ອມ.

ລົງທຶນນຳໃຊ້ສິ່ງເສດເຫຼືອເພື່ອທົດແທນນ້ຳມັນເຊື້ອໄຟ, ນຳໃຊ້ສິ່ງເສດເຫຼືອອຸດສາຫະກຳທົດແທນຊັບພະຍາກອນທຳມະຊາດ; ລົງທຶນໃຫ້ສະຖານີບົດຊີມັງໃນເຂດທີ່ມີຄວາມສະດວກທາງຄົມມະນາຄົມ, ທ່າທະເລ, ມີແຮ່ທາດ ເພື່ອຜະລິດຊີມັງ ແລະອື່ນໆ.

ໂດຍ: ໄຊນີດາ