leftcenterrightdel
ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທງເຊີນ ໄດ້ລົງນາມໃນສັນຍາອະນຸລັກຮັກສາ ແລະນຳໃຊ້ຊີວະນາໆພັນແບບຍືນຍົງຢູ່ເຂດທະເລບໍ່ຂຶ້ນກັບສິດພິພາກສາແຫ່ງຊາດ (BBNJ) ຢູ່ນະຄອນ New York, ອາເມລິກາ ໃນວັນທີ 20 ກັນຍາ 2023. ພາບ: baoquocte.vn

ບັນດາຜົນງານການທູດດ້ານກົດໝາຍຫຼາຍຝ່າຍໃນໄລຍະຜ່ານມາສືບຕໍ່ຢັ້ງຢືນຫວຽດນາມ ເປັນສະມາຊິກທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບ, ເຄົາລົບກົດໝາຍໃນປະຊາຄົມໂລກ.

ເລື່ອງຕັ້ງໜ້າເຂົ້າຮ່ວມການພັດທະນາກົດໝາຍສາກົນໄດ້ປະກອບສ່ວນຍົກສູງປະສິດທິຜົນວຽກງານການຕ່າງປະເທດ, ສ້າງກຳລັງໜູນໃຫ້ແກ່ການຜັນຂະຫຍາຍບັນດາໜ້າທີ່ສຳຄັນໃນໄລຍະຈະມາເຖິງ, ປະກອບສ່ວນປະຕິບັດແຜນນະໂຍບາຍ, ນະໂຍບາຍການຕ່າງປະເທດຂອງພັກ ແລະລັດໃຫ້ສຳເລັດຜົນ.

ດຳລົງຕຳຫຼາຍຕຳແໜ່ງທີ່ສຳຄັນຢູ່ບັນດາອົງການສາກົນ

ເປັນຄັ້ງທຳອິດ, ຫວຽດນາມ ໄດ້ຮັບດຳລົງຫຼາຍຕຳແໜ່ງສຳຄັນໃນບັນດາກົນໄກກົດໝາຍຫຼາຍຝ່າຍເຊັ່ນ: ຄະນະກຳມະການກົດໝາຍສາກົນ (ILC), ຄະນະກຳມະການນິຕິກຳ ແລະເຕັກນິກ (LTC) ຂອງອຳນາດການປົກຄອງມະຫາສະໝຸດ, ຄະນະກຳມະການກົດໝາຍການຄ້າສາກົນທີ່ຂຶ້ນກັບສະຫະປະຊາຊາດ (UNCITRAL).

ທີ່ ILC, ຜູ້ຕາງໜ້າຫວຽດນາມ - ຮອງສາດສະດາຈານ, ປະລິນຍາເອກ. ທ່ານເອກອັກຄະລັດຖະທູດ ຫງວຽນຮົ່ງທາວ ໄດ້ຮັບເລືອກຕັ້ງເປັນສະມາຊິກ ILC ໃນອາຍຸການທີ 2 ໄລຍະ 2023 – 2027, ພາຍຫຼັງປະຕິບັດສຳເລັດອາຍຸການທຳອິດ  2017-2022 ຢ່າງຈົບງາມ. ເລື່ອງຜູ້ຕາງໜ້າຫວຽດນາມ ໄດ້ຮັບການເລືອກຕັ້ງຄືນໃໝ່ຢູ່ ILC ແມ່ນພະຍາຍາມຫຼັກຖານໃຫ້ແກ່ການສະໜັບສະໜູນ ແລະຄວາມໄວ້ເນື້ອເຊື່ອໃຈຈາກປະຊາຄົມສາກົນຕໍ່ຄວາມມານະພະຍາຍາມ ແລະການປະກອບສ່ວນຢ່າງຕັ້ງໜ້າຂອງຫວຽດນາມ ໃນ ສປຊ ແລະບັນດາກົນໄກຫຼາຍຝ່າຍ, ຢືນຢັນການເຕີບໃຫຍ່ດ້ານການທູດຫຼາຍຝ່າຍ ແລະຖານະບົດບາດຂອງຫວຽດນາມ ໃນການປະກອບສ່ວນກໍ່ສ້າງກົດໝາຍສາກົນ.

ປີ 2022, ຮອງສາດສະດາຈານ. ປອ. ທ່ານ ດ່າວຫວຽດຮ່າ ແມ່ນຄົນຫວຽດນາມ ທຳອິດໄດ້ຮັບເລືອກຕັ້ງເປັນສະມາຊິກ LTC ໄລຍະ 2023-2027. ນີ້ແມ່ນອົງການຂອງ ISA, ໄດ້ຮັບການສ້າງຕັ້ງບົນພື້ນຖານສົນທິສັນຍາຂອງ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982, ດ້ວຍໜ້າທີ່ຍົກອອກບັນດາສະເໜີແນະໃຫ້ ISA ປະຕິບັດໜ້າທີ່ຄຸ້ມຄອງບັນດາການເຄື່ອນໄຫວສໍາຫຼວດ, ຂຸດຄົ້ນຊັບພະຍາກອນບໍ່ມີຊີວິດຢູ່ພື້ນທະເລ.

ໃນອາຍຸການທຳອິດທີ່ເປັນສະມາຊິກຂອງ UNCITRAL (2019-2024), ຫວຽດນາມ ໄດ້ຕັ້ງໜ້າເຂົ້າຮ່ວມຂະບວນການກໍ່ສ້າງຂໍ້ກຳນົດກ່ຽວກັບການຄ້າສາກົນ, ປະກອບສ່ວນຍົກສູງຮູບຮູບພາບ ແລະຖານະບົດບາດຂອງປະເທດ, ຍົກລະດັບການຕ່າງປະເທດຫຼາຍຝ່າຍ.

ຊຸກຍູ້ການພົວພັນກັບບັນດາອົງການກົດໝາຍຫຼາຍຝ່າຍໃຫ້ເຂົ້າສູ່ລວງເລິກ ແລະແທດຈິງ

ປີ 2022, ພາຍຫຼັງ 10 ປີແຫ່ງຄວາມມານະພະຍາຍາມບໍ່ຮູ້ອິດເມື່ອຍນັບແຕ່ເມື່ອຫວຽດນາມ ໄດ້ເຂົ້າຮ່ວມສົນທິສັນຍາ ປີ 1907 ວ່າດ້ວຍການແກ້ໄຂການພິພາດສາກົນໂດຍສັນຕິວິທີ, ຫ້ອງການຜູ້ຕາງໜ້າສານກຳມະການປະຈຳການ (PCA) ໄດ້ໄຂຂຶ້ນຢູ່ຮ່າໂນ້ຍ. ນີ້ແມ່ນໜຶ່ງໃນຫ້າຫ້ອງການຜູ້ຕາງໜ້າຂອງ PCA ໃນທົ່ວໂລກ.

ເຫດການດັ່ງກ່າວບໍ່ພຽງແຕ່ສະແດງໃຫ້ເຫັນຄວາມເຄົາລົບນັບຖືຂອງຫວຽດນາມ ຕໍ່ PCA ໃນບົດບາດເປັນອົງການແກ້ໄຂການພິພາດສາກົນທີ່ມີຊື່ສຽງ, ປະກອບສ່ວນຢ່າງມີປະສິດທິຜົນ ແລະແທດຈິງເຂົ້າໃນການແກ້ໄຂການພິພາດ, ປະກອບສ່ວນຮັກສາສັນຕິພາບ ແລະຄວາມໝັ້ນຄົງສາກົນ, ສະແດງໃຫ້ເຫັນຄຳໝັ້ນສັນຍາຢ່າງແຮງຂອງຫວຽດນາມ ໃນການຊຸກຍູ້ລັດທິຫຼາຍຝ່າຍ, ຍົກສູງກົດບັດ ສປຊ ແລະຫຼັກການຂອງກົດໝາຍສາກົນ, ໃນນັ້ນມີການຊຸກຍູ້ສັນຕິພາບ ແລະການແກ້ໄຂການພິພາກສາກົນ.

ຜ່ານການຍູ້ແຮງການຮ່ວມມືໃຫ້ເຂົ້າສູ່ລວງເລິກດ້ວຍບັນດາກົນໄກກົດໝາຍສາກົນ, ຫວຽດນາມ ຍາດແຍ່ງເອົາແຫຼ່ງກຳລັງຈາກພາຍນອກເພື່ອບຳລຸງສ້າງຖັນແຖວພະນັກງານກົດໝາຍໃຫ້ນັບມື້ນັບພັດທະນາເພື່ອຕອບສະໜອງບັນດາໜ້າທີ່. ບົດບັນທຶກຊ່ວຍຈຳການຮ່ວມມືກັບຄະນະເລຂາ UNCITRAL ວ່າດ້ວຍການຮ່ວມມືຊ່ວຍເຫຼືອດ້ານເຕັກນິກໃຫ້ຫວຽດນາມ, ບົດບັນທຶກຄວາມເຂົ້າໃຈກັບສະຖາບັນກົດໝາຍສາກົນ La Hay ວ່າດ້ວຍການບຳລຸງສ້າງພະນັກງານ... ລ້ວນແຕ່ແມ່ນໝາກຜົນຂອງວິວັດການກໍ່ສ້າງ ແລະຊຸກຍູ້ການຮ່ວມມືຢ່າງຕັ້ງໜ້າກັບບັນດາອົງການນີ້.

ຊຸກຍູ້ບົດບາດເປັນສະມາຊິກທີ່ມີຄວາມຮັບຜິດຊອບຂອງປະຊາຄົມໂລກຢ່າງແຮງກ່ຽວກັບບັນຫາຄວາມຕັດສິນໃຈຮ່ວມກັນຂອງມວນມະນຸດ.

ເປັນຄັ້ງທຳອິດ, ຫວຽດນາມ ເຂົ້າຮ່ວມທຸກຂັ້ນຕອນຂອງລະບຽບຂໍຄຳເຫັນໃຫ້ຄຳປຶກສາຂອງສານ ITLOS ກ່ຽວກັບພັນທະຂອງບັນດາປະເທດທີ່ກ່ຽວຂ້ອງເຖິງການປ່ຽນແປງຂອງດິນຟ້າອາກາດ. ຫວຽດນາມ ກໍ່ເຂົ້າຮ່ວມກຸ່ມຫຼັກແຫຼ່ງອຸປະຖຳມະຕິຂໍຄຳເຫັນໃຫ້ຄຳປຶກສາຈາກ ICJ ກ່ຽວກັບຄວາມຮັບຜິດຊອບຂອງບັນດາປະເທດຕໍ່ການປ່ຽນແປງຂອງດິນຟ້າອາກາດ.

ບັນດາຄຳເຫັນຂອງຄະນະຜູ້ແທນຫວຽດນາມ ໃນການເຈລະຈາໄດ້ມີຜົນກະທົບເຖິງຫຼາຍເນື້ອໃນສຳຄັນຂອງບັນດາເອກະສານດັ່ງກ່າວ. ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດທຳອິດທີ່ລົງນາມໃນສັນຍາ BBNJ ໃນວັນທີ 20/9/2023 ຢູ່ສຳນັກງານ ສປຊ.

leftcenterrightdel
ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຫງວຽນແມ້ງວູ ແລະຄະນະຜູ້ແທນຫວຽດນາມ ທີ່ກອງປະຊຸມ SPLOS-34. ພາບ: baoquocte.vn

ຕັດສິນໃຈຜັນຂະຫຍາຍໜ້າທີ່ໃນໄລຍະຈະມາເຖິງໃຫ້ປະສົບຜົນສຳເລັດ

ບັນດາຜົນງານທີ່ພົ້ນເດັ່ນແມ່ນປັດໃຈ ແລະກໍາລັງໜູນ ເພື່ອຜັນຂະຫຍາຍບັນດາໜ້າທີ່ການທູດດ້ານກົດໝາຍຫຼາຍຝ່າຍໃນໄລຍະຈະມາເຖິງໃຫ້ປະສົບຜົນສຳເລັດ.

ຫວ່າງແລ້ວນີ້, ຫວຽດນາມໄດ້ຕັດສິນໃຈແນະນຳຜູ້ສະໝັກຮັບເລືອກຕັ້ງແມ່ນຮອງສາດສະດາຈານ, ປະລິຍາເອກ ຫງວຽນທິລານແອງ, ຫົວໜ້າສະຖາບັນທະເລຕາເວັນອອກ, ສະຖາບັນການທູດ, ໃຫ້ດຳລົງຕຳແໜ່ງຜູ້ພິພາກສາ ITLOS ອາຍຸການ 2026-2035.

ນອກນັ້ນ, ຫວຽດນາມ ພວມລະດົມການສະໜັບສະໜູນຈາກປະຊາຄົມໂລກໃຫ້ແກ່ການເລືອກຕັ້ງເປັນສະມາຊິກ UNCITRAL ຄືນໃໝ່ອາຍຸການ 2025-2031, ພາຍຫຼັງສິ້ນສຸດອາຍຸການ 2019-2025.

ໃນໄລຍະຈະມາເຖິງ, ການຜັນຂະຫຍາຍບັນດາໜ້າທີ່ການທູດທາງດ້ານກົດໝາຍຫຼາຍຝ່າຍຈະເປັນຕ້ອງມີຄວາມມານະພະຍາຍາມ, ຄວາມຕັດສິນໃຈຂອງບັນດາກະຊວງ, ຂະແໜງການເພື່ອບັນລຸເປົ້າໝາຍລວມ, ປະກອບສ່ວນຜັນຂະຫຍາຍແຜນນະໂຍບາຍ ແລະແນວທາງການຕ່າງປະເທດຂອງພັກບົນຈິດໃຈຊາບຊຶມເອກະສານຂອງກອງປະຊຸມໃຫຍ່ ຄັ້ງທີ 13 ຂອງພັກ ແລະ ຄຳສັ່ງ 25/CT-TW ລົງວັນທີ 18 ສິງຫາ 2018 ຂອງຄະນະເລຂາກ່ຽວກັບການຍູ້ແຮງ ແລະຍົກສູງລະດັບການຕ່າງປະເທດຫຼາຍຝ່າຍຮອດປີ 2030 ຢ່າງມີໄຊ.

ໂດຍ: ໄຊນີດາ