ຄະນະໄດ້ໄປຢ້ຽມຢາມໂຮງຮຽນຢຸກຕາຍ ແລະອະນຸສອນສະຖານບັນດາໂຮງຮຽນຫວຽດນາມ, ຂຶ້ນກັບມະຫາວິທະຍາໄລສ້າງຄູກວາງຊີ - ແຫ່ງທີ່ກ່ອນນີ້ໄດ້ສຶກສາກໍ່ສ້າງລູກຫຼານພະນັກງານຫວຽດນາມ. ນີ້ແມ່ນສະຖານທີ່ວາງສະແດງບັນດາວັດຖຸພັນ ແລະເອກະສານອັນລ້ຳຄ່າ, ເປັນພະຍານຫຼັກຖານທີ່ມີຊີວິດຊີວາກ່ຽວກັບນໍ້າໃຈມິດຕະພາບຫວຽດນາມ - ຈີນ.

leftcenterrightdel
ຄະນະນາຍທະຫານໜຸ່ມກອງທັບປະຊາຊົນຫວຽດນາມ ພ້ອມກັບຜູ້ຕາງໜ້າກອງທັບຈີນ, ມະຫາວິທະຍາໄລສ້າງຄູກວາງຊີ ແລະນັກສຶກສາຫວຽດນາມ. ພາບ: ດັ້ງລວານ

ຈາກນັ້ນ, ຄະນະນາຍທະຫານໜຸ່ມກອງທັບປະຊາຊົນຫວຽດນາມ ແລະມະຫາວິທະຍາໄລສ້າງຄູກວາງຊີ ໄດ້ຈັດການສົນທະນາດ້ວຍຫົວຂໍ້ “ສືບທອດມິດຕະພາບ, ຮ່ວມແຮງຮ່ວມໃຈກ້າວຂຶ້ນ”.

ໃນບັນຍາກາດທີ່ເປີດເຜີຍ ແລະຈິງໃຈ, ບັນດາຜູ້ແທນທັງສອງຝ່າຍສະແດງຄວາມປາດຖະໜາຢາກປະກອບກຳລັງເຫື່ອແຮງ ແລະພູມປັນຍາໃຫ້ແກ່ການພັດທະນາຂອງແຕ່ລະປະເທດ, ກໍ່ຄືຄູນສ້າງການພົວພັນຫວຽດນາມ - ຈີນ, ພ້ອມທັງ ເນັ້ນໜັກເຖິງການຄົ້ນຄວ້າ ແລະປ່ຽນໃໝ່ບັນດາການເຄື່ອນໄຫວພົບປະແລກປ່ຽນ ແລະການຮ່ວມມື, ເຮັດໃຫ້ການເຄື່ອນໄຫວລະຫວ່າງສອງຝ່າຍນັບມື້ນັບອຸດົມສົມບູນກ່ຽວກັບຮູບການ, ຫຼາຍຮູບຫຼາຍແບບກ່ຽວກັບເນື້ອໃນ ແລະມີໄຫວພິບໃນການປະຕິບັດ.

ໂດຍ: ໄຊນີດາ