ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຊື່ອໝັ້ນວ່າ ດ້ວຍປະສົບການ ແລະອິດທິພົນຊື່ສຽງຂອງຕົນ, ທ່ານປະທານສະພາແຫ່ງຊາດ Woo Won Shik ຈະນຳພາສະພາແຫ່ງຊາດ ສ.ເກົາຫຼີ ສືບຕໍ່ບັນລຸໄດ້ຜົນງານໃຫຍ່ຫຼວງກວ່າອີກ, ປະກອບສ່ວນເຂົ້າໃນການພັດທະນາຄວາມຈະເລີນຮຸ່ງເຮືອງ ແລະນັບມື້ນັບຍົກສູງຖານະບົດບາດຂອງ ສ.ເກົາຫຼີ ໃນເວທີສາກົນ.

leftcenterrightdel
ທ່ານ Woo Won Shik ກ່າວຄຳເຫັນພາຍຫຼັງໄດ້ຮັບການເລືອກຕັ້ງເປັນປະທານສະພາແຫ່ງຊາດ ສ.ເກົາຫຼີ ຊຸດທີ XXII ໃນກອງປະຊຸມຄົບຄະນະເທື່ອທຳອິດ ຢູ່ນະຄອນຫຼວງເຊອຸນ ໃນວັນທີ 5 ມິຖຸນາ 2024. ພາບ: Yonhap/ສໍານັກຂ່າວສານຫວຽດນາມ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເນັ້ນໜັກວ່າ ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ-ສ.ເກົາຫຼີ ພວມຢູ່ໃນໄລຍະພັດທະນາອັນດີງາມທີ່ສຸດ, ຜ່ານນັ້ນປະກອບສ່ວນສຳຄັນເຂົ້າໃນການພັດທະນາລວມຂອງສອງປະເທດ. ການພົວພັນນີ້ບໍ່ພຽງແຕ່ອີງໃສ່ຜົນປະໂຫຍດລວມເທົ່ານັ້ນ, ຫາກຍັງແມ່ນຄວາມໄວ້ເນື້ອເຊື່ອໃຈ, ຄວາມເຄົາລົບ, ຄວາມເຂົ້າໃຈ ແລະນໍ້າໃຈມິດຕະພາບອັນເລິກເຊິ່ງລະຫວ່າງສອງຊາດ.

ສະພາແຫ່ງຊາດຫວຽດນາມ ແລະທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ຍາມໃດກໍ່ພ້ອມແລ້ວທີ່ຈະຮ່ວມມືຢ່າງແໜ້ນແຟ້ນກັບສະພາແຫ່ງຊາດ ສ.ເກົາຫຼີ  ແລະທ່ານປະທານສະພາແຫ່ງຊາດ Woo Won Shik ເພື່ອແນໃສ່ຊຸກຍູ້ການພົວພັນລະຫວ່າງສອງປະເທດໃຫ້ພັດທະນາຢ່າງແທດຈິງ, ມີປະສິດທິຜົນ ແລະຮອບດ້ານໃນໄລຍະຈະມາເຖິງ, ໃນນັ້ນມີການຜັນຂະຫຍາຍຂໍ້ຕົກລົງຮ່ວມມືລະຫວ່າງສະພາແຫ່ງຊາດສອງປະເທດທີ່ໄດ້ລົງນາມໃນປີ 2013 ໃຫ້ສອດຄ່ອງກັບເນື້ອໃນຂອງ "ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ-ສ.ເກົາຫຼີ".

ໂດຍ: ເຈິ່ນຮວ່ຽນ