ກ່າວຄຳເຫັນທີ່ພິທີ, ທ່ານນາງ ເຈິ່ນທິຢ້ຽວທຸ໊ຍ ຮອງປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ ໄດ້ສະແດງຄວາມຊົມເຊີຍຕໍ່ການພົວພັນລະຫວ່າງຫວຽດນາມ ແລະຟີລິບປິນ ພາຍຫຼັງເກືອບ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ, ເປັນຕົ້ນແມ່ນນັບແຕ່ສອງປະເທດໄດ້ສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດໃນປີ 2015, ໄດ້ຮັບໝາກຜົນທີ່ດີງາມໃນຫຼາຍດ້ານ.

leftcenterrightdel
ຜູ້ແທນຖ່າຍຮູບເປັນທີ່ລະນຶກທີ່ພິທີ. ພາບ: ສໍານັກຂ່າວສານຫວຽດນາມ

ການນຳນະຄອນໂຮ່ຈີມິນ ໃຫ້ຮູ້ວ່າ ການພົວພັນລະຫວ່າງນະຄອນໂຮ່ຈີມິນ ກັບທ້ອງຖິ່ນ, ຄູ່ຮ່ວມມືຢູ່ ຟີລິບປິນ ໄດ້ສ້າງຂີດໝາຍທີ່ຕັ້ງໜ້າ, ເປັນຕົ້ນແມ່ນການພົວພັນດ້ານເສດຖະກິດ ແລະການພົວພັນກັບທ້ອງຖິ່ນ, ໃນນັ້ນມີນະຄອນຫຼວງມານີລາ. ນະຄອນໂຮ່ຈີມິນ ໄດ້, ພວມ ແລະຈະມານະພະຍາຍາມເພື່ອຊຸກຍູ້ການພົວພັນກັບ ຟີລິບປິນ ເວົ້າລວມ ແລະການພົວພັນກັບທ້ອງຖິ່ນຂອງ ຟີລິບປິນ ເວົ້າສະເພາະໃນຂົງເຂດເສດຖະກິດ, ປ່ຽນແປງໃໝ່ ແລະການພົບປະແລກປ່ຽນປະຊາຊົນ...

ສ່ວນທ່ານ Meynardo Montealegre ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສ.ຟີລິບປິນ ປະຈຳ ຫວຽດນາມ, ກໍ່ສະແດງຄວາມປາດຖະໜາຢາກພັດທະນາສາຍພົວພັນກັບລັດຖະບານ ແລະປະຊາຊົນຫວຽດນາມ ກໍ່ຄືກັບນະຄອນໂຮ່ຈີມິນ, ມຸ່ງໄປເຖິງພິທີສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ ໃນປີໜ້າ ແລະ50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງສອງປະເທດໃນປີ 2026.

ໂດຍ: ເຈິ່ນຮວ່ຽນ