ເວທີປາໄສການນຳທົ່ວໂລກເນື່ອງໃນໂອກາດສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງກອງປະຊຸມສະຫະປະຊາຊາດ (ສປຊ) ກ່ຽວກັບການຄ້າ ແລະການພັດທະນາ (UNCTAD) ໄດ້ດໍາເນີນຢູ່ສຳນັກງານ ສປຊ ຢູ່ Geneva, ປະເທດສະວິດ, ໃນລະຫວ່າງວັນທີ 12-13 ມິຖຸນາ. ເວທີປາໄສຍັງມີການເຂົ້າຮ່ວມຂອງທ່ານເລຂາທິການໃຫຍ່ ສປຊ, ທ່ານເລຂາທິການໃຫຍ່ UNCTAD, ການນຳຫຼາຍປະເທດພ້ອມກັບລັດຖະມົນຕີ, ຮອງລັດຖະມົນຕີ, ເອກອັກຄະລັດຖະທູດ ແລະຜູ້ຕາງໜ້າ 195 ປະເທດສະມາຊິກ UNCTAD ແລະຫຼາຍອົງການຈັດຕັ້ງສາກົນ.

leftcenterrightdel
ທ່ານນາງ ຫງວຽນມິງຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ກ່າວຄໍາເຫັນທີ່ເວທີປາໄສ. ພາບ: ສໍານັກຂ່າວສານຫວຽດນາມ

ກ່າວຄຳເຫັນທີ່ເວທີປາໄສ, ທ່ານນາງ ຮອງລັດຖະມົນຕີ ຫງວຽນມິງຮັ່ງ ໄດ້ສະເໜີບາງທິດທາງເພື່ອໃຫ້ UNCTAD ສືບຕໍ່ເສີມຂະຫຍາຍບົດບາດ, ໜູນຊ່ວຍບັນດາປະເທດພວມພັດທະນາໃນໄລຍະຈະມາເຖິງ, ໃນນັ້ນມີ ການສືບຕໍ່ຊຸກຍູ້ລັດທິຫຼາຍຝ່າຍ, ເພີ່ມທະວີການເຄື່ອນໄຫວຮ່ວມມືທົ່ວໂລກ; ພັດທະນາລະບົບການຄ້າ ແລະການລົງທຶນເປີດ, ນໍາມາເອົາຜົນປະໂຫຍດມາໃຫ້ບັນດາປະເທດ ແລະບັນດາຝ່າຍທີ່ກ່ຽວຂ້ອງ; UNCTAD ໜູນຊ່ວຍການຍົກສູງສຽງເວົ້າຂອງບັນດາປະເທດພວມພັດທະນາໃນຂະບວນການວາງແຜນນະໂຍບາຍ, ຂໍ້ກຳນົດ, ມາດຕະຖານສາກົນ, ພິເສດໃນຂົງເຂດໃໝ່, ຄື: ການເຕີບໂຕສີຂຽວ, ການຫັນປ່ຽນດີຈີຕອນ, ການປ່ຽນແປງໃໝ່ປະດິດສ້າງ...

ທ່ານນາງ ຮອງລັດຖະມົນຕີ ຫງວຽນມິງຮັ່ງ ສະເໜີໃຫ້ UNCTAD ສືບຕໍ່ຮ່ວມເດີນທາງພ້ອມກັບຫວຽດນາມ ໃນໄລຍະພັດທະນາທີ່ຈະມາເຖິງ; ພ້ອມທັງຢັ້ງຢືນວ່າ ຫວຽດນາມ ໃຫ້ຄຳໝັ້ນສັນຍາສະໜັບສະໜູນເປົ້າໝາຍ, ທິດທາງການຮ່ວມມືຂອງ UNCTAD.

ໃນໂອກາດເຂົ້າຮ່ວມເຫດການ, ທ່ານນາງ ຮອງລັດຖະມົນຕີ ຫງວຽນມິງຮັ່ງ ໄດ້ມີການພົບປະກັບທ່ານນາງ Rebeca Grynspan ເລຂາທິການໃຫຍ່ UNCTAD, ທ່ານນາງ Ngozi Okonjo-Iweala ຜູ້ອໍານວຍການໃຫຍ່ອົງການການຄ້າໂລກ (WTO) ແລະທ່ານ Mirek Dusek ຜູ້ອໍານວຍການບໍລິຫານເວທີປາໄສເສດຖະກິດໂລກ (WEF), ທ່ານ Sok Siphana ລັດຖະມົນຕີອາວຸໂສຮັບຜິດຊອບບັນຫາພິເສດຂອງ ກໍາປູເຈຍ.

ໂດຍ: ເຈິ່ນຮວ່ຽນ