ໃນຂອບເຂດກອງປະຊຸມບັນດາປະເທດສະມາຊິກສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ ຄັ້ງທີ 34, ເຊິ່ງດໍາເນີນໃນລະຫວ່າງວັນທີ 10-14 ມິຖຸນາ, ຢູ່ສໍານັກງານສະຫະປະຊາຊາດ, ນິວຢອກ, ປະເທດອາເມລິກາ, ທ່ານ ຫງວຽນມິງຫວູ ຮອງລັດຖະມົນຕີຜູ້ປະຈໍາການກະຊວງການຕ່າງປະເທດ,  ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ໄດ້ເປັນປະທານກອງປະຊຸມສຳມະນາສາກົນດ້ວຍຫົວຂໍ້ “ນໍ້າທະເລຂຶ້ນສູງຢູ່ເຂດປາຊີຟິກ: ສະພາບການຕົວຈິງ, ບັນຫາດ້ານນິຕິກຳ ແລະການຕີລາຄາຈາກແງ່ມູມກົດໝາຍວ່າດ້ວຍທະເລ” ແລະການພົບປະປະຈຳປີຂອງກຸ່ມເພື່ອນມິດສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ເນື່ອງໃນໂອກາດສະເຫຼີມສະຫຼອງ 30 ປີແຫ່ງວັນສົນທິສັນຍາມີຜົນສັກສິດ ແລະເພື່ອປະກາດເລື່ອງຫວຽດນາມ ແນະນຳທ່ານນາງ ຮສຈ, ປອ ຫງວຽນທິລານແອັງ, ຫົວໜ້າສະຖາບັນທະເລຕາເວັນອອກ, ສະຖາບັນການຕ່າງປະເທດ, ລົງສະໝັກເລືອກຕັ້ງຕຳແໜ່ງຜູ້ພິພາກສາສານສາກົນກ່ຽວກັບກົດໝາຍວ່າດ້ວຍທະເລ (ITLOS) ອາຍຸການ 2026-2035.

leftcenterrightdel
ທ່ານ ຫງວຽນມິງຫວູ ຮອງລັດຖະມົນຕີຜູ້ປະຈໍາການກະຊວງການຕ່າງປະເທດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ເຂົ້າຮ່ວມກອງປະຊຸມສຳມະນາ. ພາບ: ກະຊວງການຕ່າງ ປະເທດ

ທີ່ກອງປະຊຸມສໍາມະນາ, ບັນດານັກຊ່ຽວຊານດ້ານນິຕິກຳຂອງຫວຽດນາມ ລວມມີທ່ານນາງ ຮສຈ, ປອ ຫງວຽນທິລານແອັງ ແລະທ່ານ ຮສຈ, ປອ ຫງວຽນຮົ່ງທາວ, ສະມາຊິກຄະນະກຳມາທິການກົດໝາຍສາກົນຂອງສະຫະປະຊາຊາດ ໄດ້ແບ່ງປັນການຕີລາຄາຈາກແງ່ມູມຂອງຫວຽດນາມ ເຊິ່ງແມ່ນປະເທດເຂດແຄມທະເລທີ່ໄດ້ຜົນສະທ້ອນຫຼາຍທີ່ສຸດຈາກການປ່ຽນແປງຂອງດິນຟ້າອາກາດ, ໃນນັ້ນມີຄວາມສ່ຽງນໍ້າທະເລຂຶ້ນສູງ, ສະເໜີສືບຕໍ່ປະຕິບັດຂໍ້ກຳນົດຂອງ UNCLOS ຢ່າງຄົບຖ້ວນໃນວິວັດການແກ້ໄຂສິ່ງທ້າທາຍຫາກໍ່ພົ້ນເດັ່ນຂຶ້ນ, ພ້ອມທັງຮຽກຮ້ອງໃຫ້ສະໜັບສະໜູນການຮັບປະກັນເສັ້ນພື້ນຖານ, ເຂດຊາຍແດນທະເລທີ່ໄດ້ກຳນົດຈາກເສັ້ນພື້ນຖານ ແລະໝາກຜົນການຈັດແບ່ງເຂດທະເລທີ່ບັນດາປະເທດໄດ້ເປັນເອກະພາບນຳກັນຜ່ານການເຈລະຈາ ຫຼື ກຳນົດຕາມຄຳຕັດສິນຂອງອົງການອຳນາດສານສາກົນແນໃສ່ຮັກສາສະຖຽນລະພາບ ແລະຄວາມເປັນລະບຽບດ້ານນິຕິກຳທາງທະເລ.

ໂດຍ: ເຈິ່ນຮວ່ຽນ