ຕອນເຊົ້າວັນທີ 13 ມິຖຸນາ, ຢູ່ຫໍສະພາປະຊາຊົນ, ນະຄອນຫຼວງປັກກິ່ງ, ທ່ານ ຫງວຽນຈ້ອງເຫງ້ຍ ໄດ້ມີການພົບປະກັບທ່ານ Wang Huning, ກຳມະການຄະນະປະຈຳກົມການເມືອງ, ປະທານສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນ. ທ່ານ ຫງວຽນຈ້ອງເຫງ້ຍ ເນັ້ນໜັກວ່າ ພັກ, ລັດ ແລະປະຊາຊົນຫວຽດນາມ ຍາມໃດກໍ່ນັບຖືຢ່າງຍິ່ງ ແລະຂອບອົກຂອບໃຈຕໍ່ການສະໜັບສະໜູນ ແລະການຊ່ວຍເຫຼືອອັນລ້ຳຄ່າຂອງພັກ, ລັດ ແລະປະຊາຊົນຈີນ ໃນພາລະກິດປະຕິວັດຂອງປະຊາຊົນຫວຽດນາມ ໃນເມື່ອກ່ອນ, ກໍ່ຄືໃນພາລະກິດສ້າງສາ ແລະພັດທະນາປະເທດໃນປະຈຸບັນ; ຢືນຢັນວ່າ ພັກ ແລະລັດຫວຽດນາມ ຍາມໃດກໍ່ຖືການພັດທະນາການພົວພັນກັບຈີນ ແມ່ນຍຸດທະສາດ ແລະບຸລິມະສິດແຖວໜ້າໃນແນວທາງການພົວພັນຕ່າງປະເທດເປັນເອກະລາດ, ເປັນເຈົ້າຕົນເອງ, ຫັນການພົວພັນຕ່າງປະເທດເປັນຫຼາຍຝ່າຍ, ຫຼາຍຮູບຫຼາຍແບບ.

leftcenterrightdel
ທ່ານ ຫງວຽນຈ້ອງເຫງ້ຍ ຫົວໜ້າຄະນະໂຄສະນາສຶກສາສູນກາງພົບປະກັບທ່ານ Wang Huning ປະທານສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນ. ພາບ: Xinhua/Vietnam+

ທ່ານ ຫງວຽນຈ້ອງເຫງ້ຍ ສະເໜີສອງຝ່າຍສືບຕໍ່ຮັກສາ, ເພີ່ມທະວີການແລກປ່ຽນຍຸດທະສາດ, ການພົບປະແລກປ່ຽນຂັ້ນສູງ ແລະທຸກຂັ້ນ, ປະກອບສ່ວນປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຢັ້ງຢືນບົດບາດກໍານົດທິດທາງສັງລວມໃນການຮ່ວມມືທຸກດ້ານລະຫວ່າງສອງພັກ ແລະສອງປະເທດ; ເພີ່ມທະວີການຊີ້ນຳໃຫ້ບັນດາຂະແໜງ, ທຸກຂັ້ນ ແລະທ້ອງຖິ່ນຂອງສອງປະເທດໃກ້ຊິດຕິດແທດ ແລະປະຕິບັດຄວາມຮັບຮູ້ລວມລະຫວ່າງການນຳຂັ້ນສູງຂອງສອງພັກ, ສອງປະເທດ, ບັນດາຖະແຫຼງການຮ່ວມ ຫວຽດນາມ-ຈີນ ແລະເອກະສານຮ່ວມມືທີ່ໄດ້ລົງນາມ; ພ້ອມກັນຮັກສາ, ຊຸກຍູ້ນ້ຳໃຈມິດຕະພາບ ແລະສະພາບແວດລ້ອມສັນຕິພາບ, ສະຖຽນລະພາບຂອງການພົວພັນລະຫວ່າງສອງພັກ, ສອງປະເທດທີ່ພວມພັດທະນາຢ່າງດີງາມ...

ທ່ານ Wang Huning ເນັ້ນໜັກວ່າ: ການພົວພັນຮ່ວມມືລະຫວ່າງສອງພັກ ແລະສອງປະເທດໄດ້ກ້າວເຂົ້າສູ່ໄລຍະປະຫວັດສາດໃໝ່, ກຳນົດລະດັບໃໝ່ພາຍຫຼັງການຢ້ຽມຢາມເຊິ່ງກັນ ແລະກັນຂອງເລຂາທິການໃຫຍ່ສອງພັກ; ຢືນຢັນວ່າ ການພົວພັນຮ່ວມມືລະຫວ່າງສອງພັກ ພັດທະນາຈະກໍານົດທິດທາງ, ຮັບປະກັນໃຫ້ການພົວພັນຮ່ວມມືໃນທຸກຂົງເຂດລະຫວ່າງສອງປະເທດພັດທະນາຢ່າງໝັ້ນຄົງ.

ທ່ານ Wang Huning ເຫັນດີເປັນເອກະພາບຕໍ່ກັບບັນດາຂໍ້ສະເໜີແນະຂອງທ່ານ ຫງວຽນຈ້ອງເຫງ້ຍ ກ່ຽວກັບທິດທາງຊຸກຍູ້ການພົວພັນຮ່ວມມືລະຫວ່າງສອງພັກ, ສອງປະເທດໃນໄລຍະຈະມາເຖິງ; ຢືນຢັນຈະສ້າງເງື່ອນໄຂໃຫ້ບັນດາວິສາຫະກິດໃຫຍ່, ມີອິດທິພົນຊື່ສຽງ ແລະມີຄວາມສາມາດເພີ່ມທະວີການຮ່ວມມືລົງທຶນຢູ່ຫວຽດນາມ; ສົມທົບກັນຢ່າງແໜ້ນແຟ້ນກັບຫວຽດນາມ ເພື່ອປະຕິບັດວຽກງານໂຄສະນາເຜີຍແຜ່, ເພີ່ມທະວີການພົບປະແລກປ່ຽນປະຊາຊົນ, ສ້າງຄວາມເຫັນດີເຫັນພ້ອມໃນສັງຄົມກ່ຽວກັບການພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມລະຫວ່າງສອງພັກ, ສອງປະເທດ.

ໂດຍ: ຈາງຫງວຽນ