ທີ່ການພົບປະ, ທ່ານປະທານປະເທດ ໂຕເລີມ ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ຖືອາເມລິກາ ແມ່ນຄູ່ຮ່ວມມືຍຸດທະສາດທີ່ສຳຄັນ, ພ້ອມແລ້ວທີ່ຈະສົມທົບກັບອາເມລິກາ ສືບຕໍ່ນຳການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດເຂົ້າສູ່ລວງເລິກ, ແທດຈິງ, ມີປະສິດທິຜົນບົນພື້ນຖານເຄົາລົບເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ແລະລະບອບການເມືອງຂອງກັນ, ນຳມາເຊິ່ງຜົນປະໂຫຍດແທດຈິງໃຫ້ແກ່ປະຊາຊົນສອງປະເທດ, ປະກອບສ່ວນເຂົ້າໃນສັນຕິພາບ ແລະສະຖຽນລະພາບ, ການຮ່ວມມື, ພັດທະນາຢູ່ພາກພື້ນ ແລະໂລກ.

leftcenterrightdel
ທ່ານ ໂຕເລີມ ປະທານປະເທດ ຕ້ອນຮັບທ່ານ Marc Knapper ເອກອັກຄະລັດຖະທູດອາເມລິກາ ປະຈຳ ຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານປະທານປະເທດ ກໍ່ໄດ້ຕີລາຄາສູງຕໍ່ການປະກອບສ່ວນຂອງທ່ານເອກອັກຄະລັດຖະທູດ Marc Knapper ໃຫ້ແກ່ການພົວພັນຫວຽດນາມ - ອາເມລິກາ ແລະຮຽກຮ້ອງໃຫ້ທ່ານເອກອັກຄະລັດຖະທູດ ສືບຕໍ່ເອົາໃຈໃສ່ ແລະຊຸກຍູ້ການພົວພັນຄູ່ຮ່ວມມືທີ່ດີງາມນີ້.

ສ່ວນທ່ານເອກອັກຄະລັດຖະທູດ Knapper ໄດ້ສະແດງຄວາມນັບຖື ແລະຊົມເຊີຍທ່ານປະທານປະເທດ ໂຕເລີມ ໄດ້ຮັບຄວາມເຊື່ອໝັ້ນຈາກສະພາແຫ່ງຊາດຫວຽດນາມ ເລືອກຕັ້ງໃຫ້ດຳລົງຕຳແໜ່ງປະທານປະເທດ; ຢືນຢັນຄືນໃໝ່ເຖິງຄຳໝັ້ນສັນຍາສະເໝີຕົ້ນສະເໝີປາຍຂອງອາເມລິກາ ໃນການສະໜັບສະໜູນປະເທດຫວຽດນາມ ໝັ້ນຄົງເຂັ້ມແຂງ, ເອກະລາດ, ເປັນເຈົ້າຕົນເອງ ແລະວັດທະນາຖາວອນ; ສະແດງຄວາມເຊື່ອໝັ້ນວ່າ ການພົວພັນລະຫວ່າງສອງປະເທດຈະສືບຕໍ່ບັນລຸໄດ້ຜົນງານຫຼາຍກວ່າອີກໃນໄລຍະຈະມາເຖິງ.

ໂດຍ: ໄຊນີດາ