ທີ່ການເຮັດວຽກ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ສະເໜີວ່າ ບົນຈິດໃຈທີ່ໄວ້ເນື້ອເຊື່ອໃຈ, ຈິງໃຈ, ມີປະສິດທິຜົນ, KEIDANREN ແລະບັນດາວິສາຫະກິດຈະສືບຕໍ່ເພີ່ມທະວີການເຊື່ອມຕໍ່ເສດຖະກິດລະຫວ່າງສອງປະເທດ, ເປີດກວ້າງການເຄື່ອນໄຫວຮ່ວມມືລົງທຶນ, ພິເສດໃນບັນດາຂົງເຂດບູລິມະສິດທີ່ຍົກອອກໃນຖະແຫຼງການຮ່ວມຫວຽດນາມ-ຍີ່ປຸ່ນ ວ່າດ້ວຍການຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ເພື່ອສັນຕິພາບ ແລະວັດທະນາຖາວອນຢູ່ອາຊີ ແລະໃນໂລກ”; ໜູນຊ່ວຍ ຫວຽດນາມ ພັດທະນາພື້ນຖານໂຄງລ່າງດ້ານຍຸດທະສາດ, ພະລັງງານ, ອຸດສາຫະກຳສຳຮອງ, ກະສິກຳຄຸນນະພາບສູງ, ວິທະຍາສາດ-ເຕັກໂນໂລຢີ, ຫັນປ່ຽນສີຂຽວ, ຫັນປ່ຽນດີຈີຕອນ, ສິ່ງແວດລ້ອມ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ບຳລຸງສ້າງຊັບພະຍາກອນມະນຸດມີຄຸນນະພາບສູງ, ຊຸກຍູ້ການພົບປະແລກປ່ຽນປະຊາຊົນ, ວັດທະນະທຳ, ການຮ່ວມມືດ້ານແຮງງານ...

leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ກ່າວຄຳເຫັນທີ່ການເຮັດວຽກກັບຄະນະຜູຸ້ແທນຄະນະກໍາມະການເສດຖະກິດ ຍີ່ປຸ່ນ - ຫວຽດນາມ. ພາບ: ສຳນັກຂ່າວສານຫວຽດນາມ

ແຈ້ງໃຫ້ຊາບກ່ຽວກັບບັນດາປັດໄຈທີ່ເປັນພື້ນຖານ, ແນວທາງພັດທະນາປະເທດ, ແນວທາງພົວພັນຕ່າງປະເທດ, ນະໂຍບາຍປ້ອງກັນຊາດຂອງຫວຽດນາມ, ບັນດາຜົນງານຂອງຫວຽດ ນາມ ພາຍຫຼັງເກືອບ 40 ປີແຫ່ງການປ່ຽນແປງໃໝ່ ແລະບັນດາບົດຮຽນທີ່ຖອດຖອນມາໄດ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຢັ້ງຢືນວ່າ ຫວຽດນາມ ຈະປະຕິບັດຕາມບັນດາແນວທາງ, ນະໂຍບາຍນີ້ຢ່າງສະເໝີຕົ້ນສະເໝີປາຍ ແລະຍາມໃດກໍ່ຖືເປັນສຳຄັນຕໍ່ການພົວພັນກັບ ຍີ່ປຸ່ນ ກໍ່ຄືການເຄື່ອນໄຫວຂອງບັນດານັກລົງທຶນ ຍີ່ປຸ່ນ ຢູ່ ຫວຽດນາມ.

* ກ່ອນໜ້ານັ້ນ, ຕອນເຊົ້າວັນດຽວກັນ, ຢູ່ຫໍສະພາແຫ່ງຊາດ, ທ່ານ ເວືອງດິ່ງເຫວະ ປະທານສະພາແຫ່ງຊາດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Masayoshi Fujimoto ແລະທ່ານ Masayuki Hyodo, ເປັນປະທານຮ່ວມຄະນະກໍາມະການເສດຖະກິດ ຍີ່ປຸ່ນ - ຫວຽດນາມ ຂອງ KEIDANREN ພ້ອມກັບການນຳບັນດາກຸ່ມບໍລິສັດແຖວໜ້າຂອງ ຍີ່ປຸ່ນ ທີ່ເປັນສະມາຊິກຂອງ KEIDANREN ຈຳນວນໜຶ່ງ.

leftcenterrightdel
ທ່ານ ເວືອງດິ່ງເຫວະ ປະທານສະພາແຫ່ງຊາດຫວຽດນາມ ແລະ ທ່ານ Masayuki Hyodo, ເປັນປະທານຮ່ວມຄະນະກໍາມະການເສດຖະກິດ ຍີ່ປຸ່ນ - ຫວຽດນາມ. ພາບ: ສຳນັກຂ່າວສານຫວຽດນາມ

ທີ່ການຕ້ອນຮັບ, ທ່ານ ເວືອງດິ່ງເຫວະ ປະທານສະພາແຫ່ງຊາດຫວຽດນາມ ໄດ້ແບ່ງປັນຄວາມມານະພະຍາຍາມຂອງຫວຽດນາມ ໃນປະຈຸບັນໃນການປະຕິບັດຕາມມະຕິສະບັບເລກທີ 29-NQ/TW ກ່ຽວກັບການປ່ຽນແປງໃໝ່ໂດຍພື້ນຖານ, ຮອບດ້ານການສຶກສາ-ບຳລຸງສ້າງ. ພ້ອມກັນນັ້ນກໍ່ດຳເນີນການກວດກາຄືນລະບົບເອກະສານດ້ານກົດໝາຍ ປີ 2023, ປີ 2024 ຫວຽດນາມ ຈະປະຕິບັດການກວດກາຄືນກ່ຽວກັບລະບຽບການບໍລິຫານ, ໃນນັ້ນມີຂົງເຂດການລົງທຶນ, ດຳເນີນທຸລະກິດ. ຈາກນັ້ນແມ່ນປະກອບສ່ວນຊຸກຍູ້ການປະຕິຮູບ, ຍົກສູງປະສິດທິຜົນການແກ້ໄຂລະບຽບການບໍລິຫານ. ສະພາແຫ່ງຊາດ ຈະປະຕິບັດການຕິດຕາມກວດກາວຽກງານນີ້.

leftcenterrightdel
ທ່ານ ເວືອງດິ່ງເຫວະ ປະທານສະພາແຫ່ງຊາດຫວຽດນາມ ແລະທ່ານ Masayoshi Fujimoto, ເປັນປະທານຮ່ວມຄະນະກໍາມະການເສດຖະກິດ ຍີ່ປຸ່ນ - ຫວຽດນາມ. ພາບ:  ສຳນັກຂ່າວສານຫວຽດນາມ

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຫວັງວ່າ ບັນດາຝ່າຍຈະມີແຜນການ, ລາຍການລະອຽດ, ແທດຈິງ, ມີປະສິດທິຜົນ, ເຮັດແຈ້ງກົນໄກ, ຈາກລັກສະນະການຮ່ວມມືຈົນຮອດແຫຼ່ງຊັບພະຍາກອນມະນຸດ, ແຫຼ່ງກຳລັງ, ຄວາມຮັບຜິດຊອບຂອງແຕ່ລະຝ່າຍ, ມີການຕີລາຄາສະຫຼຸບບັນດາໂຄງການຮ່ວມມືກ່ອນໜ້ານັ້ນ, ສອງຝ່າຍມານະພະຍາຍາມຮ່ວມມື ແລະຕັ້ງໜ້າຜັນຂະຫຍາຍໃຫ້ຖືກຕາມຄຳໝັ້ນສັນຍາ ເພື່ອບັນລຸເປົ້າໝາຍວາງອອກໃຫ້ໄດ້, ມຸ່ງໄປສູ່ຄວາມວັດທະນາຖາວອນລວມຂອງປະຊາຄົມວິສາຫະກິດສອງປະເທດ, ປະກອບສ່ວນເຮັດໃຫ້ການພົວພັນອັນດີງາມລະຫວ່າງຫວຽດນາມ-ຍີ່ປຸ່ນ ເລິກເຊິ່ງກວ່າອີກ.

ບົນເນື້ອໃນຈິດໃຈດັ່ງກ່າວ, ທ່ານ ເວືອງດິ່ງເຫວະ ສະເໜີໃຫ້ຄະນະກຳມະການເສດຖະກິດຍີ່ປຸ່ນ - ຫວຽດນາມ ກໍ່ຄື KEIDANREN ສືບຕໍ່ສົມທົບກັບບັນດາອົງການຈັດຕັ້ງຂອງຫວຽດນາມ ເພື່ອເພີ່ມທະວີການເຄື່ອນໄຫວເຈລະຈານະໂຍບາຍ, ສະໜອງຂໍ້ມູນຂ່າວສານ, ແລກປ່ຽນບົດຮຽນໃຫ້ບັນດາອົງການກ່ຽວຂ້ອງຂອງຫວຽດນາມ ໃນຂັ້ນຕອນການປັບປຸງກົດ ໝາຍ, ນະໂຍບາຍ ເພື່ອປັບປຸງສະພາບແວດລ້ອມແຫ່ງການລົງທຶນຢູ່ຫວຽດນາມ, ເປັນຂົວເຊື່ອມຕໍ່ ເພື່ອຊ່ວຍບັນດາວິສາຫະກິດ ຍີ່ປຸ່ນ ເຂົ້າມາລົງທຶນຢູ່ຫວຽດນາມ ຫຼາຍກວ່າອີກ.

ໂດຍ: ແສງເດືອນ