ເຖິງຢ່າງໃດກໍຕາມ, 2 ຝ່າຍຕ້ອງຫັນຂົງເຂດຮ່ວມມືເປັນລະອຽດຢ່າງວ່ອງໄວໂດຍຜ່ານການລົງນາມໃນບົດບັນທຶກຊ່ວຍຈຳ ແລະແລກປ່ຽນຄະນະຜູ້ແທນທຸກຂັ້ນແນໃສ່ກໍາແໜ້ນຄວາມຕ້ອງການ ແລະຄວາມປາດຖະໜາຂອງແຕ່ລະຝ່າຍເພື່ອຊຸກຍູ້ການພັດທະນາຂອງທັງສອງຝ່າຍ. ນີ້ແມ່ນເນື້ອໃນໂດຍທ່ານ ວໍວັນຮວານ ຮອງປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ ເນັ້ນໜັກທີ່ການພົບປະກັບທ່ານ Nicholas Stipp, ຫົວໜ້າກອງທຶນສະພາທຸລະກິດການາດາ - ອາຊຽນ, ໃນຕອນເຊົ້າວັນທີ 27 ມີນາ.

leftcenterrightdel
ບັນຍາກາດທີ່ການພົບປະ. ພາບ: ສໍານັກຂ່າວສານຫວຽດນາມ

ຕາມທ່ານ ຫວໍວັນຮວານ ແລ້ວ, ນະຄອນຖືເອົາການເຕີບໂຕສີຂຽວແມ່ນຈຸດໃຈກາງຂອງຂະບວນການຫັນປ່ຽນໂຄງປະກອບເສດຖະກິດ. ໃນນັ້ນ ແມ່ນໃຫ້ບຸລິມະສິດແກ່ການພັດທະນາ ແລະດຶງດູດການລົງທຶນເຂົ້າຂະແໜງອຸດສາຫະກຳໃໝ່ ເຊັ່ນ: ອຸດສາຫະກຳພະລັງງານທົດແທນ...

ປະຈຸບັນ, ນະຄອນມີຄວາມຕ້ອງການແຫຼ່ງກຳລັງຢ່າງໃຫຍ່ຫຼວງຈາກປະສົບການໃນການບໍລິຫານ, ເຕັກໂນໂລຊີ, ການເງິນ... ເພື່ອຜັນຂະຫຍາຍໂຄງການຮັບໃຊ້ເປົ້າໝາຍພັດທະນາໄລຍະຍາວ, ໃນຂະນະທີ່ວິສາຫະກິດການາດາ ມີແຫຼ່ງກຳລັງ, ມີຄວາມປາດຖະໜາຢາກເປີດກວ້າງການຮ່ວມມື ແລະການລົງທຶນຢູ່ພາກພື້ນອາຊຽນ. ສະນັ້ນ, ສອງຝ່າຍຕ້ອງເພີ່ມທະວີການພົບປະ, ແລກປ່ຽນຄວາມຕ້ອງການ ແລະຄວາມມຸ່ງມາດປາດຖະໜາເພື່ອກ້າວໄປເຖິງການລົງນາມຂໍ້ຕົກລົງການຮ່ວມມືທີ່ລະອຽດກວ່າອີກໃນໄລຍະຈະມາເຖິງ.

ເມື່ອແລກປ່ຽນກັບຜູ້ຕາງໜ້າການນຳນະຄອນໂຮ່ຈີມິນ, ບັນດາສະມາຊິກສະພາທຸລະກິດການາດາ - ອາຊຽນ ໄດ້ແບ່ງປັນຄວາມສາມາດບົ່ມຊ້ອນຮ່ວມມືໃນຂົງເຂດສຶກສາ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ຄົ້ນຄວ້າວິທະຍາສາດ, ເຕັກໂນໂລຊີຂໍ້ມູນຂ່າວສານ, ຄວາມປອດໄພທາງອິນເຕີແນັດ... ຜ່ານການຮ່ວມມື, ວິສາຫະກິດການາດາ ຫວັງວ່າຈະກາຍເປັນຂົວເຊື່ອມຕໍ່ຊ່ວຍໃຫ້ວິສາຫະກິດຫວຽດນາມ ໄດ້ເຂົ້າເຖິງຕະຫຼາດໂລກ ກໍ່ຄືແນະນຳບັນດານັກລົງທຶນຕ່າງປະເທດມາລົງທຶນ ແລະດຳເນີນທຸລະກິດຢູ່ຫວຽດນາມ.

ໂດຍ: ໄຊນີດາ