ຮັກສາການ

leftcenterrightdel
ທ່ານນາງ ຫວໍທິແອັງຊວັນ ຜູ້ຮັກສາການປະທານປະເທດຫວຽດນາມ ໃຫ້ການຕ້ອນຮັບທ່ານນາງ Carolyn Turk ຜູ້ອຳນວຍການໃຫຍ່ແຫ່ງຊາດ ທະນາຄານໂລກ ປະຈຳ ຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ

ທີ່ການຕ້ອນຮັບ, ທ່ານນາງ ຫວໍທິແອັງຊວັນ ໄດ້ຕີລາຄາສູງການປະກອບ ສ່ວນຂອງ WB ໃນການຊ່ວຍເຫຼືອພັດທະນາ ແລະ ຍົກສູງລະດັບຄອງຊີບຂອງປະຊາຊົນຢູ່ບັນດາປະເທດ ສະມາຊິກໃນໂລກ. ສຳລັບ ຫວຽດນາມ, WB ແມ່ນໜຶ່ງ 3 ຄູ່ຮ່ວມມືພັດທະນາທີ່ ສະໜອງທຶນ ກູ້ຢຶມຈາກຕ່າງປະເທດຫຼາຍທີ່ສຸດ, ຕອບສະໜອງປະມານ 35%ທຶນກູ້ຢືມ ຈາກຕ່າງປະເທດຂອງ ຫວຽດນາມ. ນັບແຕ່ປີ 1993 ມາຮອດປັດຈຸບັນ, WB ໃຫ້ຄຳໝັ້ນສັນຍາ ໃຫ້ຫວຽດນາມ ກູ້ຢືມທຶນປະມານ 25ຕື້ USD ເພື່ອປະຕິບັດ 180 ໂຄງການ, ແຜນການໃນຫຼາຍຂົງເຂດທີ່ແຕກຕ່າງກັນ, ອັນໄດ້ປະກອບສ່ວນສຳຄັນຊ່ວຍຫວຽດນາມພັດທະນາ ເສດຖະກິດ - ສັງຄົມ.

ທ່ານນາງ ຫງວຽນທິແອັງຊວັນ ອວຍພອນທ່ານນາງ Carolyn Turk ປະຕິບັດໜ້າທີ່ວຽກງານໃໝ່ປະສົບຜົນສຳເລັດ, ຍາມໃດກໍ່ເປັນຂົວເຊື່ອມຕໍ່, ໜູນຊ່ວຍໃຫ້ແກ່ການຮ່ວມມື, ພັດທະນາລະຫວ່າງ ຫວຽດນາມ ແລະ WB. ສ່ວນທ່ານນາງ Carolyn Turk ກໍ່ສະແດງຄວາມເຄົາລົບນັບຖືຕໍ່ການສະໜັບສະໜູນ ແລະ ການສົມທົບກັນຂອງບັນດາກະຊວງ, ຂະແໜງການ ຫວຽດນາມ ກັບ WB ໃນໄລຍະຜ່ານມາ, ທ່ານນາງ ຢັ້ງຢືນວ່າ WB ຍາມໃດກໍ່ກຽມ ພ້ອມທີ່ຈະຮ່ວມເດີນທາງກັບ ຫວຽດນາມ ເພື່ອປະຕິບັດບັນດາເປົ້າໝາຍ ພັດທະນາ ເສດຖະກິດ - ສັງຄົມໃຫ້ປະກົດຜົນເປັນຈິງ, ໃນນັ້ນໃຫ້ບຸລິມະສິດ ແກ່ການພັດທະນາພື້ນຖານໂຄງລ່າງຄົມມະນາຄົມ, ຕົວເມືອງ, ພະລັງງານທົດແທນ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.

ໂດຍ: ຫງວຽນກູກ